ບໍຣິສັດຢາງພາຣາວຽດນາມ ຖືກຕິ ຖືກຍ້ອງ
2014.09.11

ອົງການ ສະພາບ ແວດລ້ອມ Global Witness ຕໍານິ ສະພາ ຄຸ້ມຄອງ ປ່າໄມ້ ສາກົລ ໃນ ວັນທີ 10 ກັນຍາ 2014 ວ່າໄປ ຍ້ອງຍໍ ບໍຣິສັດ ຢາງພາຣາ ວຽດນາມ ທີ່ເຄີຍຖືກ ຕິຕຽນ ວ່າໄດ້ ຍາດແຍ່ງ ເອົາດິນ ຈາກ ຊາວບ້ານ ຢູ່ ກັມພູຊາ ແລະ ຢູ່ລາວ.
Global Witness ເວົ້າວ່າ ກຳລັງ ຫາທາງ ຂໍຄວາມ ກະຈ່າງແຈ້ງ ນຳ ສະພາ ອົງການ ປ່າໄມ້ FSC ທີ່ ມີສູນກາງ ຢູ່ ສະຫະຣັຖ ອະເມຣິກາ ກ່ຽວກັບ ການຕັດ ສິນໃຈ ຂອງ FSC ຮັບຮອງ ບໍຣິ ສັດ ຢາງພາຣາ ວຽດນາມ Vietnam Rubber Group ຄືນອີກ ຫລັງຈາກ ຍົກເລີກໄປ ເມື່ອ ເດືອນ ພຶສພາ 2013 ຜ່ານມາ.
ສະພາ FSC ເປັນ ອົງການ ຊຸກຍູ້ ໃຫ້ມີຄວາມ ຮັບຜິດຊອບ ໃນ ການ ຄຸ້ມຄອງ ປ່າໄມ້ ໃນທົ່ວໂລກ ແລະ ໃຫ້ ຄຳໝັ້ນໃຈ ແກ່ຜູ້ ບໍຣິໂພກ ວ່າ ຜົລຜລິດ ຕ່າງໆ ເຊັ່ນ ຢາງພາຣາ ທັມຊາດ ມາຈາກ ສວນ ຢາງພາຣາ ທີ່ ປະຕິບັດ ຕາມຣະບຽບ ຫລັກການ ທາງສັງຄົມ ແລະ ສະພາບ ແວດລ້ອມ.
ທ່ານ Ali Hines ນັກຂົນຂວາຍ ປະຈຳ Global Witness ກ່າວຜ່ານ ຖແລງການ ສະບັບ ໜຶ່ງວ່າ ກຸ່ມ ບໍຣິສັດ Vietnam Rubber Group ແລະ ບໍຣິສັດ ສາຂາ ຂອງເຂົາ ໄດ້ຍຶດເອົາ ທີ່ດິນ ຈາກຊຸມຊົນ ທ້ອງຖິ່ນ ຕ່າງໆ ແລະ ປ່ຽນແປງ ປ່າໄມ້ ສ່ວນໜຶ່ງ ໃນເຂດ ແມ່ນ້ຳຂອງ ທີ່ ບໍ່ເຄີຍຖືກ ແຕະຕ້ອງ ນັ້ນ ໃຫ້ຢູ່ໃນ ສະພາບ ທີ່ເປົ່າແປນ.
ການ ສັມປະທານ ຂອງກຸ່ມ ບໍຣິສັດ ຢາງພາຣາ ວຽດນາມ ກຸ່ມນີ້ ຜູ້ຂຽນບົດ ເວົ້າວ່າ ໃນ ປະເທດລາວ ມີ 19 ພັນ ເຮັກຕາ ແລະ ຢູ່ ກັມພູຊາ ປະມານ 150 ພັນ ເຮັກຕາ.