ຄົນງານລາວຢູ່ມາເລເຊັຽ 11 ຄົນ ຍອມຈໍາຄຸກ

ສຸພັດຕາ
2021.03.24
ຄົນງານລາວຢູ່ມາເລເຊັຽ 11 ຄົນ ຍອມຈໍາຄຸກ ເມື່ອວັນທີ 24 ເດືອນກຸມພາ 2021, ຄົນງານປະມົງລາວ 11 ຄົນ ທີ່ຖືກເຈົ້າໜ້າທີ່ຕໍາຣວດ ຕ.ມ ຢູ່ສນາມບິນ ກັກໂຕໄວ້ຍ້ອນ ເອກກະສານ ບໍ່ຖືກຕ້ອງ,
ນັກຂ່າວພົລເມືອງ

ເມື່ອວັນທີ 24 ເດືອນ ກຸມພາ 2021 ນີ້ ຄົນງານປະມົງລາວ ຈໍານວນ 12 ຄົນ ທີ່ຕົກຄ້າງຢູ່ ປະເທດມາເລເຊັຽ ແລະຈະເດີນທາງ ກັບເມືອລາວ ດ້ວຍຍົນໂດຍສານ ຂອງສາຍການບິນ ແອຣ໌ເອເຊັຽ, ແຕ່ຖືກເຈົ້າໜ້າທີ່ຕໍາຣວດ ຕ.ມ ຢູ່ສນາມບິນກັກໂຕໄວ້ ຍ້ອນວ່າ ເອກກະສານ ບໍ່ຖືກຕ້ອງ, ດັ່ງ ຄົນງານປະມົງລາວ ຈາກ ຄອງບາງກອກ ຄົນນຶ່ງ ທີ່ຈະກັບເມືອລາວ ໃນມື້ດຽວກັນນີ້ ແຕ່ລາວເອງ ບໍ່ໄດ້ຖືກກັກໂຕ ຈຶ່ງໄດ້ມີໂອກາດເລົ່າເຫດການສູ່ ວິທຍຸເອເຊັຽເສຣີ ຟັງວ່າ:

“ບໍ່ຮູ້ຫຍັງເລີຍນະ ໄປກະໄປເຊັກອິນ ທັມມະດາ ຕົວເຄື່ອງຫຍັງກະຮັບລຽບລ້ອຍ ໂຫຼດເຄື່ອງໂຫຼດຫຍັງລົງເຄື່ອງເບິດລະ, ລະໄປ ຊິເຊັກເອົ້າ ຂຶ້ນເຄື່ອງຫັ່ນນະ ພາສປອດໄປລະເພິ່ນ ວ່າພາສປອດ ເຖົ້າແກ່ເຮັດ ຈ໊ອບປອມໃຫ້, ຈ໊ອບໃຕ້ໂຕະ (ຈໍ້າສະແຕມປອມ ຈໍ້າເຂົ້າ-ຈໍ້າອອກ) 11 ຄົນ ຫັ່ນແຫຼະ ມານໍາກັນເລີຍ, ນາຍຈ້າງຜູ້ດຽວກັນ ເຂົາມາຈາກລໍາດຽວກັນເລີຍ, ເຂົາມາຈາກຄອງບ້ານໃຕ້ ຂະເຈົ້າເອີ້ນຄອງບ້ານໃຕ້, ທີ່ຖືກຈັບໄປຫັ່ນ ມີຂໍ້ຫາດຽວຫັ່ນແຫຼະ ຂໍ້ຫາເອກກະສານ ບໍ່ຖືກຕ້ອງຫັ້ນແຫຼະຕໍາຣວດຫັ່ນກະວ່າ ພວກນີ້ ບໍ່ມີຄວາມຜິດຫຍັງ ເພິ່ນຊິເອົາໄວ້ສືບສວນຊື່ໆ ວ່າເຖົ້າແກ່ໃດ, ເຈົ້າໜ້າທີ່ຄົນໃດ ໄປຈ໊ອບໃຫ້ ຈ໊ອບໃຕ້ໂຕະຈັ່ງຊີ້ໃຫ້ ໄປປອມແປງ ເອກກະສານ ເອກກະສານເພິ່ນຫັ່ນນະ ຂ້ອຍກະນັ່ງຢູ່ນໍາກັນຫັ່ນແຫຼະ ເພິ່ນກະເອົາມານັ່ງລຽນກັນ ລະກະເອົາກັບມືມາໃສ່ພວກເຂົາ ເບິດສູ່ຄົນ ກະມີແຕ່ຂ້ອຍ ບໍ່ໄດ້ຖືກໃສ່.”

ຄົນງານຜູ້ນີ້ເວົ້າອີກວ່າ ເອກກະສານຂອງຕົນນັ້ນ ບໍ່ມີໃບນໍາສົ່ງຈາກນາຍຈ້າງ ເຈົ້າໜ້າທີ່ຕໍາຣວດ ຈຶ່ງບໍ່ອະນຸຍາດໃຫ້ເດີນທາງອອກ ປະເທດ:

“ຂອງຂ້ອຍຫັ່ນບໍ່ຕາຍ ເອກກະສານມັນບໍ່ຄົບ ວ່າຊັ້ນເພິ່ນວ່າ ບໍ່ມີໃບນໍາສົ່ງຈາກເຖົ້າແກ່, ເອກກະສານ ທີ່ເຖົ້າແກ່ເຮັດ ລະສົ່ງມາຫາ ສະຖານທູດຫັ່ນ ໃບນໍາສົ່ງຈາກເຖົ້າແກ່ ບ່ອນເຮັດງານ, ທີ່ເຮັດງານ ນາຍຈ້າງຕ້ອງຂຽນເຊັນ ອະນຸມັດກ່ອນ ເພິ່ນຄ່ອຍໃຫ້ຂຶ້ນເຄື່ອງ ໃຫ້ໄປເພິ່ນວ່າ.”

ຄົນງານຜູ້ນີ້ເວົ້າຕື່ມວ່າ ເມື່ອບໍ່ໄດ້ກັບບ້ານຄືແນວນັ້ນ ຕົນກໍເລີຍກັບໄປເຮັດວຽກ ຢູ່ບ່ອນເກົ່າຄືນ ແລະ ກໍໄດ້ສົ່ງຂ່າວ ເຣື່ອງຄົນງານ ປະມົງ 11 ຄົນ ທີ່ຖືກກັກໂຕ ໃຫ້ຄອບຄົວທາງບ້ານ ຮັບຮູ້ ແລະໃນ 11 ຄົນ ທີ່ຖືກກັກໂຕນັ້ນ ມີຍາດພີ່ນ້ອງຂອງຕົນຮວມຢູ່ນໍາ 4 ຄົນ.

ສ່ວນຄອບຄົວທາງບ້ານ ທີ່ຢູ່ໃນລະຫວ່າງການລໍຖ້ານັ້ນ ກໍບໍ່ຮູ້ເຣື້ອງຮູ້ລາວ ວ່າລູກເຕົ້າຂອງຕົນໄປຢູ່ໃສ ຄວາມເປັນຫ່ວງເປັນໃຍຂອງ ຄອບຄົວ ທັງພໍ່ທັງແມ່ຄົນງານປະມົງລາວ 12 ຄົນນີ້, ດັ່ງເອເຊັຽເສຣີ ໄດ້ສັມພາດ ພໍ່ ຂອງຄົນງານ ຜູ້ນຶ່ງວ່າ:

“ດີໃຈແທ້ດີໃຈວ່າແຫຼະ ເພາະວ່າໄປ 3 ເດືອນ ຊິກັບຄືນ ວ່າແຫຼະ ໂຄວິດເຂົ້າມາແຫຼະ ຫ້ວຍລະເປັນປີເນາະ, ປີປາຍ ລູກວ່າເຮົາຊິ ໄດ້ຂຶ້ນຍົນລະເດີ້ພໍ່ເດີ້ ຈັ່ງຊັ້ນຈັ່ງຊີ້, ລົມກັບພໍ່ກັບແມ່ ທາງບ້ານກະດີໃຈ ຄອງວັນທີ 25-26 ຄືບໍ່ເຫັນໄດ້ຍິນສຽງ, ບໍ່ໄດ້ຍິນຂ່າວຫຍັງ ພໍ່ແມ່ກະເລີຍໄປຫຼັກ 27 ບ່ອນສູນກັກຂັງ ພວກໂຄວິດ ຂະເຈົ້າຢູ່ຫຼັກ 27 ນິ່ ໄປລະຂະເຈົ້າໄປກວດກາ ເບິ່ງບໍ່ມີຊື່ຈໍານວນນີ້, ໄດ້ຍິນ ຂ່າວວ່າ ເຮືອບິນມາບໍ່ໄດ້ແຫຼະ ບໍ່ຜ່ານວ່າຊັ້ນ ເລີຍກະມາສືບຖາມຂ່າວຫາ ໄດ້ຍິນຂ່າວແບບນີ້ແຫຼະ.”

ຜູ້ເປັນແມ່ ຂອງຄົນງານລາວ ຜູ້ນຶ່ງ ທີ່ລໍຖ້າລູກຊາຍ ກັບບ້ານ ກໍເວົ້າວ່າ:

“ໄດ້ຍິນຂ່າວວ່າ ລູກຊິມາຮອດບ້ານ ກະດີໃຈແຫຼະເນາະ ບັດນີ້ມາຮອດຫັ່ນ ວ່າຖືກກັກໂຕ ວ່າເຖົ້າແກ່ຈໍ້າພາສປອດປອມໃຫ້, ຖ້ານ້ອງ ຊາຍຄົນນຶ່ງບໍ່ລອດຫັ່ນ ກະໝາຍຄວາມວ່າ ບໍ່ຮູ້ຂ່າວເລີຍ ພໍດີນ້ອງຊາຍຄົນນັ້ນ ລາວລອດ ກະເລີຍຮູ້ຂ່າວ.”

ແລະຜູ້ເປັນແມ່ ຂອງຄົນງານລາວ ອີກຄົນນຶ່ງ ກໍດີໃຈ ທີ່ລູກຈະໄດ້ມາບ້ານຫາຄອບຄົວແລ້ວ:

“ລໍມື້ລູກຊິກັບຫັ້ນແຫຼະ ໄດ້ຍິນຂ່າວວ່າ ວັນທີ 24 ຂຶ້ນຍົນ ແມ່ນບໍ ທີ 25-26 ລູກກະມາກັກໂຕ ກະລໍຟັງຂ່າວ ວ່າລູກຊິເຂົ້າສູນ, ຊິຕຽມ ເອົາແນວຢູ່ ແນວກິນໄປສົ່ງລູກຫັ່ນນະ ບັດນີ້ ຕຸ່ນໂທມາວ່າ ຖືກກັກໂຕເບິດ. ກະຕົກໃຈແຫຼະເນາະ ໄດ້ຍິນວ່າ ລູກຖືກກັກ ໂຕລະເດີ້ ບໍ່ໄດ້ເມືອເດີ້ ຫວ້າຍກະນອນບໍ່ຫຼັບ ໄດ້ເປັນເດືອນລະເດ້ ແມ່ກະດາຍເນາະ ຄິດຮອດລູກ.”

ພາຍຫຼັງທີ່ຂ່າວວ່າ ລູກເຕົ້າຂອງພວກຕົນ ທີ່ວ່າຈະເດີນທາງມາລາວ ໃນວັນທີ 24 ກຸມພາ 2021 ແຕ່ບໍ່ໄດ້ມາ ຍ້ອນຖືກເຈົ້າໜ້າທີ່ ຕໍາຣວດສນາມບິນກັກໂຕໄວ້ ພໍ່ແມ່ທີ່ຢູ່ທາງບ້ານ ກໍຍິ່ງເປັນຫ່ວງ ແລະກໍບໍ່ຮູ້ວ່າ ຈະເຮັດແນວໃດ ເພື່ອທີ່ຈະໄດ້ຮູ້ຂ່າວຄາວຂອງລູກ ທີ່ຖືກຂັງຄຸກມາເປັນເວລາ ເກືອບ 20 ມື້ນັ້ນ. ຈຶ່ງພາກັນຕັດສິນໃຈ ໄປຂໍຄວາມຊ່ອຍເຫຼືອ ຈາກ ເຈົ້າໜ້າທີ່ ຫ້ອງການແຮງງານ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເພື່ອຢາກ ຕິດຕໍ່ໄດ້ເວົ້າໄດ້ລົມນໍາລູກ ຂອງພວກຕົນ, ດັ່ງ ເຈົ້າໜ້າທີ່ເມືອງປາກງື່ມ ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນວັນທີ 19 ມີນາ ນີ້ວ່າ:

“ຖືວ່າພໍ່ແມ່ຜູ້ປົກຄອງ ກະໄດ້ເຂົ້າມາຫ້ອງການ ແຮງງານພວກເຮົາ ພວກເຮົາກະແນະນໍາ ໃຫ້ທາງພໍ່ແມ່ຜູ້ປົກຄອງນັ້ນ ຂຽນຊື່ ນາມສະກຸນຂອງລູກຫັ່ນ ວ່າມີຈັກຄົນ ທີ່ວ່າຍັງຕິດຄ້າງ ຢູ່ພຸ້ນແລ້ວຈຶ່ງຈະໄດ້ເຂົ້າໄປຫາກະຊວງ ໃຫ້ເພິ່ນພິຈາຣະນາຊ່ວຍຕາມ ຂັ້ນຕອນ.”

ໃນມື້ດຽວກັນນີ້ ວິທຍຸເອເຊັຽເສຣີ ກໍໄດ້ມີໂອກາດຮູ້ຄວາມຄືບໜ້າ ເຣື່ອງຄົນງານປະມົງລາວ 11 ຄົນ ທີ່ຖືກຈັບໂຕ ເມື່ອວັນທີ 24 ກຸມພາ ຜ່ານມາ ນັ້ນວ່າ ຄົນງານຈໍານວນດັ່ງກ່າວ ສານມາເລເຊັຽ ໄດ້ຕັດສິນແລ້ວ ໃນຄະດີເອກກະສານບໍ່ຖືກຕ້ອງ ຈໍ້າສະແຕມ ປອມ ໝາຍຄວາມວ່າ (ຈໍ້າເຂົ້າ-ຈໍ້າອອກປອມ) ມີໂທດຈໍາຄຸກ 2 ເດືອນ ຫຼືຖ້າມີເງິນຈ່່າຍຄ່າ ປະກັນ ແມ່ນມູນຄ່າ 10,000 ລີ້ງກິດ ຫຼື ປະມານ 2,400 ປາຍໂດລ່າ ສະຫະຣັຖ ຕໍ່ຄົນ, ດັ່ງເຈົ້າໜ້າທີ່ ສະຖານທູດລາວ ປະຈໍາມາເລເຊັຽ ທ່ານນຶ່ງ ຊຶ່ງຂໍສງວນຊື່ ແລະ ຕໍາແໜ່ງ ໄດ້ອະທິບາຍ ຣາຍຣະອຽດໃຫ້ຟັງວ່າ:

“ພວກອ້າຍໄດ້ຕິດຕາມ ເປັນປະຈໍາ ລະກະຂະເຈົ້າໄດ້ແຈ້ງມາລະ, ແຕ່ວ່າບໍ່ເປັນທາງການເນາະ ເພາະວ່າ ເຮົາໄດ້ນໍາຕລອດ ຂະເຈົ້າ ກະບອກວ່າພວກກ່ຽວຫັ່ນ ທາງສານຕັດສິນ ແລ້ວ,  ລະກະຢູ່ໃນການຖືກກັກຂັງ ຕາມທີ່ຮູ້ຂະເຈົ້າແຈ້ງມາຫ່ັນ ລະແມ່ນວ່າສານຕັດສິນ ໝາຍຄວາມວ່າ ຄັນວ່າມີປະກັນ ຂະເຈົ້າບໍ່ປະກັນ ເພາະວ່າມູນຄ່າ ມັນສູງ 10,000 ລີ້ງ ພຸ້ນເດ້ເນາະ, ຂະເຈົ້າກະປ່ອຍໃຫ້ກັກ 11 ຄົນ ຫັ້ນຂະເຈົ້າເຫັນດີວ່າບໍ່ຈ່າຍ, ຊິຍອມກັກຂັງມ້ຽນ 2 ເດືອນ ຫັ່ນນະ, ອັນນີ້ ແມ່ນຕາມການໂອ້ລົມ ກັບພະນັກງານຮັບຜິດຊອບ ເພິ່ນເນາະ, ແຕ່ວ່າໜັງສືທາງການ ມາຫາສະຖານທູດ ແມ່ນຍັງບໍ່ທັນມີເທື່ອ ກະໄດ້ຮູ້ຂ່າວພໍແຕ່ຊໍ້ານີ້, ຄັນວ່າ 2 ເດືອນນີ້ລະ ຂະເຈົ້າ ກະສິນໍາສົ່ງອອກເນາະ ຊາເພິ່ນເວົ້າໃຫ້ເຮົາຟັງ ຫັ່ນລະແມ່ນ ນັບແຕ່ມື້ຖືກກັກໂຕ, ແຕ່ວ່າໂຕຈິງແທ້ໆຫັ່ນ ລະແມ່ນວ່າເຮົາກະບໍ່ທັນໄດ້ ຮັບເອກກະສານທາງການ ຈາກພາກສ່ວນກ່ຽວຂ້ອງເທື່ອ, ແຕ່ວ່າເຮົາກະນໍາ ລະກະຮູ້ວ່າເຂົາເຈົ້າຖືກກັກຂັງ ຢູ່ເຮືອນຈໍາເນາະກະຄືວ່າ ຢູ່ຄຸກຫັ່ນ ຂະເຈົ້າບອກວ່າ ຢູ່ອັນນ່າ ກະຈັ່ງ ກະຈັ່ງ ປຣິເຊິ້ນ ຂະເຈົ້າແຈ້ງຈັ່ງຊັ້ນ ຖືວ່າທຸກຄົນກະສະບາຍດີ. ກະໄດ້ແຈ້ງໃຫ້ທາງ ຄອບຄົວ ຂະເຈົ້າຮູ້ເໝິດ ລຽບລ້ອຍແລ້ວ, ຂະເຈົ້າກະໄດ້ຮູ້ຂ່າວແລ້ວ ອັນນີ້ຖືວ່າ ທາງສະຖານທູດເຮົາ ໄດ້ຕິດຕາມຢ່າງເຕັມທີ່ ລະກະເປັນຫ່ວງເນາະ, ມີແຕ່ວ່າ ຖ້າໜັງສືທາງການ ຕໍາຣວດຂະເຈົ້າແຈ້ງມາຫາ ສະຖານທູດຕື່ມ ພວກເຮົາກະສິສືບຕໍ່ ດໍາເນີນຕື່ມ.”

ໃນກໍຣະນີນີ້ ກໍມີນາຍຈ້າງ ຈາກບໍຣິສັດອື່ນ ສເນີເຂົ້າມາປະກັນໂຕຄົນງານ ຈໍານວນດັ່ງກ່າວ, ແຕ່ທາງການ ມາເລເຊັຽ ບໍ່ອະນຸຍາດ ໃຫ້ປະກັນ, ດັ່ງເຈົ້າໜ້າທີ່ສະຖານທູດ ຜູ້ດຽວກັນນີ້ ກ່າວວ່າ:

“ມີຢູ່ ອັນຜູ້ສເນີມາປະກັນຫັ້ນນະ, ແຕ່ຕ້ອງເຂົ້າໃຈວ່າ ຕໍາຣວດເຂົາກະບໍ່ຕ້ອງການ ໃຫ້ຄົນເຮົາ ທີ່ວ່າມີຄວາມຜິດຢູ່ແລ້ວ ໃນບັນຫານີ້ ສືບຕໍ່ ເຮັດວຽກຢູ່ບ້ານເຂົາ. ຢ່າງໃດກະຢ່າ ເຂົາກະບອກວ່າ ເຈົ້າຕ້ອງໄດ້ ອອກຈາກປະເທດໄປກ່ອນ ຊາອ້າຍຖາມເຂົາຫັ້ນນະ ອອກໄປແລ້ວ ເຣື່ອງຈະເຂົ້າມາຕື່ມ ແລ້ວຈັ່ງວ່ານໍາກັນ.”

ສໍາລັບຄວາມຜິດດ້ານອື່ນນັ້ນແມ່ນບໍ່ມີ, ດັ່ງທ່ານອະທິບາຍຕື່ມວ່າ:

“ຄວາມເປັນຈິງ ມັນບໍ່ໄດ້ແມ່ນບັນຫາ ກ່ຽວກັບອິຫຍັງເໝິດ ມີແຕ່ບັນຫາ ຢູ່ບ່ອນວ່າ ຜູ້ເຈົ້າຂອງເຖົ້າແກ່ ຂະເຈົ້າຫ່ັນນ່າ ແມ່ນໄປຈໍ້າ ຈໍ້າສະແຕມປອມ ໃຫ້ຂະເຈົ້າ ຈໍ້າອອກ-ຈໍ້າເຂົ້າ, ເພາະວ່າ ອັນນ່າ ສະຖານະຂອງຜູ້ປະມົງ ນິ່ ມັນເປັນສະຖານະ ພິເສດ ມາເລເຊັຽ ຂະເຈົ້າວ່າ ຂະເຈົ້າບໍ່ແມ່ນຄົນ ຢູ່ໃນແຜ່ນດິນ ຊາອ້າຍເຂົ້າໃຈ ຫັ່ນນ່າ. ສະນັ້ນ ລະໂຕນີ້ ເວລາຂະເຈົ້າ ຈະອອກປະເທດ ຂະເຈົ້າ ຈະຈໍ້າອອກເຂດ ຂອງປະມົງຫັ່ນກ່ອນເທື່ອ ນຶ່ງ ຕ້ອງໄດ້ແຈ້ງອອກຫັ່ນນະ."

ສະນັ້ນລະ ເວລາຂະເຈົ້າ ເຂົ້າມາເຮັດວຽກໃນໄລຍະຜ່ານມາ ຂະເຈົ້າເຂົ້າມາເຮັດວຽກ ແບບບໍ່ຖືກຕ້ອງ, ເພາະວ່າເຂົ້າມາໃນແບບ ວີຊ້າ ທົວຣິສເນາະ ສະນັ້ນແລະ ໃນເມື່ອກ່ອນຫັ່ນ ນະໂຍບາຍ ຂອງ ຣັຖບານມາເລເຊັຽ ຂະເຈົ້າກະວ່າ ອະນຸຍາດໃຫ້ເຮັດວຽກໄດ້ ເພາະວ່າ ເປັນວຽກປະມົງ ວຽກໂຕນີ້ ເປັນວຽກທີ່ມີຄວາມສ່ຽງເນາະ.

"ຫຼັງຈາກນັ້ນເຂົາເຈົ້າຈຶ່ງ ທຸກໆ 3 ເດືອນເບາະ, 6 ເດືອນເບາະ ເຈົ້າຂອງເຮືອ ຫຼືວ່າຜູ້ຮັບຜິດຊອບ ຈະຕ້ອງໄດ້ໄປຈໍ້າ ແຈ້ງຕໍາຣວດ ໃນເຂດອັນນັ້ນສະເພາະໃຫ້ຂະເຈົ້າ ເພື່ອວ່າຂະເຈົ້າ ຈະເຮັດວຽກຖືກກົດໝາຍເດ່, ແຕ່ວ່າໂຕນີ້ ກະບໍ່ເຂົ້າໃຈວ່າ ບໍ່ຮູ້ວ່າຄ່າໃຊ້ຈ່າຍ ໃນການຈໍ້າຫ່ັນ ມັນທໍ່ໃດລະຂະເຈົ້າກະບໍ່ຮູ້ວ່າ ມັນທໍ່ໃດ ສະນັ້ນລະ Employer ຫັ່ນ ເຂົ້າກະໄປຈໍ້າປອມ ໃຫ້ເຂົາ ອັນໂຕນີ້ ມັນກະບໍ່ ແມ່ນເຈຕນາລົມ ຂອງປະມົງລາວເຮົາເນາະ ຄັນຊິເວົ້າລະ.

ທ່ານອະທິບາຍ ມ້ວນທ້າຍວ່າຄົນງານປະມົງລາວຈໍານວນ 11 ຄົນ ທີ່ບໍ່ໄດ້ເມືອບ້ານໃນມື້ນັ້ນ ແມ່ນດ້ວຍເຫດຜົລທີ່ວ່າ:

“ເຫດຜົລບໍ່ໄດ້ເມືອບ້ານ ບໍ່ແມ່ນຍ້ອນຫຍັງເໝິດ ກະຍ້ອນວ່າເອກກະສານ ເຮົາມັນບໍ່ຖືກຕ້ອງ, ເພາະວ່າ 1-/ ກະຄືບັນຫາ ຈໍ້າ ເອກກະສານປອມ ຂະເຈົ້າເວົ້າກະຄືວ່າ ແມ່ນຈໍ້າສະແຕມ ປອມ ໃນການອອກຫັ່ນນ່າ ອອກຈາກເຂດເຂົາຫັ່ນ ກະທໍ່ຫັ່ນ ຂະເຈົ້າບໍ່ໄດ້ມີຄວາມຜິດຫຍັງ ທາງດ້ານອື່ນ ສະນັ້ນແຫຼະ ເວລາການກັກບໍຣິເວນ ການກັກຂັງຂະເຈົ້າກະບໍ່ໄດ້ດົນ, ກະພຽງແຕ່ວ່າ ຄັນສານຕັດສິນວ່າ ຄັນເຈົ້າມີເງິນມາຄໍ້າປະກັນ ຂ້ອຍກະເອົາເຈົ້າອອກ ໃນມູນຄ່າທໍ່ນີ້ ທໍ່ນີ້ເນາະ ຄືເຂົາວ່າ ຄັນວ່າບໍ່ຄໍ້າປະກັນ ກະຖືກກັກຂັງໃນນັ້ນແຫຼະ ເວລາ 2 ເດືອນຊໍ່ານີ້ ລະເຂົາກະສິສົ່ງກັບບ້ານ ຈັ່ງຊີ້ນ່າ, ມັນກະບໍ່ໄດ້ມີຫຍັງເປັນເຣື່ອງການເມືອງ, ບໍ່ໄດ້ມີຫຍັງເປັນເຣື່ອງຄະດີຂ້າ ອິຫຍັງນ່່າ ມັນກະເປັນຂອງທັມມະດາ, ແຕ່ວ່າ ເຂົາວ່າກົດໝາຍ ກໍຄືກົດໝາຍເນາະ ຄືເຮົາຮູ້ກັນ ຫັ້ນແຫຼະ.”

ກ່ຽວກັບເຣື່ອງທີ່ ສານ ມາເລເຊັຽໄດ້ຕັດສິນຄະດີແລ້ວນັ້ນ ທາງຍາດພີ່ນ້ອງ ກໍຍັງບໍ່ໝັ້ນໃຈວ່າ ມັນຈະເປັນຄືສິ່ງທີ່ຕົນໄດ້ຍິນ, ດັ່ງຜູ້ເປັນພໍ່ ຂອງຄົນງານ ຜູ້ດຽວກັນນີ້ເວົ້າວ່າ:

“ກະດີໃຈຢູ່ຫັ້ນແຫຼະ ທີ່ວ່າໄດ້ຍິນສົ່ງຂ່າວວ່າ ພວກຕໍາຣວດ ເຈົ້າໜ້າທີ່ເຂົາຫັ້ນນ່າ ສົ່ງຂ່າວໃຫ້ທາງສະຖານທູດ ວ່າຕັດສິນແລ້ວນິ່ນ່າ ມັນກະຊິບໍ່ມີ ເອກກະສານ ອັນໃດອັນນຶ່ງບໍຢັ້ງຢືນ ຈໍານວນ 11 ຄົນ ຫັ່ນນະ ໄດ້ຕິດຄຸກ ຈົນຮອດວັນທີນັ້ນ ຈັ່ງຊິໄດ້ປ່ອຍອອກໄດ້ ບໍ່ມີເບາະໂຕນີ້ ຫຼືວ່າທາງຕໍາຣວດໂທມາຊື່ໆ ດ້ວຍປາກເປົ່າຊື່ໆນີ້ນະ ຄັນວ່າໂອເຈົ້າບໍ່ເຊື່ອຂ້ອຍຫວາ ຂ້ອຍເປັນເຈົ້າໜ້າທີ່ ຜູ້ນຶ່ງໃດ໋ ນິ່ກະບໍ່ແມ່ນ ເພື່ອຄວາມຢາກໃຫ້ດີໃຈຕື່ມອີກ ພໍ່ແມ່ລູກເມັຽທາງພີ້ ລໍຄອຍຫັ່ນນ່າ ຄັນຕິດອີ່ຫຼີກະບໍ່ວ່າຊິອົດເອົາ ພໍ່ແມ່ທາງພີ້ກະດາຍ ຫັ່ນນ່າ.”

ແລະຜູ້ເປັນແມ່ ຂອງຄົນງານລາວ ຄົນນຶ່ງ ກໍເວົ້າວ່າ ຖ້າລູກບໍ່ໄດ້ມາ ກໍຈະໄປຂໍຄວາມຊ່ອຍເຫຼືອຈາກຂັ້ນເທິງຕື່ມ:

“ຖ້າຮອດມື້ນັ້ນເນາະ ຖ້າລູກເຮົາບໍ່ໄດ້ອອກມາ ຕາມທີ່ເພິ່ນເວົ້າຫັ່ນນະ ເພາະວ່າເຣື່ອງນີ້ ມັນກະເຖິງສານແຫຼະ ເພາະວ່າເພິ່ນກະ ຕັດສິນອອກມາຈັ່ງຊັ້ນ ຖ້າຮອດມື້ວັນທີ 24 ລູກເຮົາບໍ່ໄດ້ມາ ເຮົາຈັ່ງຊິຂຶ້ນໄປພຸ້ນເລີຍບາດດຽວ ຍົກຕົວຢ່າງ ບໍ່ໄດ້ມາຫັ່ນນ່າ.”

ເຖິງຢ່າງໃດກໍຕາມ ໃນກໍຣະນີນີ້ ທາງພໍ່ແມ່ ແລະທາງເຈົ້າໜ້າທີ່ສະຖານທູດລາວ ປະຈໍາມາເລເຊັຽ ກໍຫວັງວ່າ ຄົນງານລາວຈໍາພວກນີ້ ຈະໄດ້ເດີນທາງກັບມາ ລາວ ຕາມວັນກໍານົດ ແລະປອດພັຍທຸກປະການ ແລະ ເອເຊັຽເສຣີ ກໍຂໍຂອບໃຈ ກັບທາງສະຖານທູດລາວ ທີ່ໃຫ້ຄວາມຮ່ວມໄມ້ຮ່ວມມື ອະທິບາຍ ຣາຍອຽດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.