ຄ່າໄຟຟ້າໃນລາວຈະແພງຂຶ້ນ ເລື້ອຍໆ
2014.05.11

ປະຊາຊົນ ລາວ ຫລາຍຄົນ ໄດ້ ສະແດງ ຄວາມ ວິຕົກ ກັງວົນ ຫລັງ ຈາກ ທາງການ ອອກ ປະກາດ ຂຶ້ນຄ່າ ໄຟຟ້າ ໃນ ແຕ່ລະ ປີ ໃນ ຣະຍະ 3-4 ປີ ຂ້າງຫນ້າ ປະມານ 2 ສ່ວນຮ້ອຍ ຊາວ ກະສິກອນ ທີ່ ອາສັຍ ຣະບົບ ຊົລປະທານ ໃນການ ຜລິດເຂົ້າ ຍາມແລ້ງ ກໍຈະມີ ຄວາມ ເດືອດຮ້ອນ ບໍ່ຕ່າງກັບ ປະຊາຊົນ ຢູ່ໃນ ເມືອງໃຫຍ່ ຍ້ອນ ຄ່າຄອງຊີບ ຈະ ແພງຂຶ້ນ ເພາະຄ່າ ຜລິດ ແພງ.
ປະຊາຊົນ ຢາກໃຫ້ ຣັຖບານ ຫລຸດຄ່າ ໄຟຟ້າ ຍ້ອນວ່າ ສປປ ລາວ ມີເຂື່ອນ ຜລິດໄຟຟ້າ ຕັ້ງ ຫລວງຫລາຍ ແລະ ກໍຈະເປັນ ຫມໍ້ປັ່ນໄຟ ສຳລັບ ເອເຊັຽ ໃນ ອະນາຄົດ. ຊາວລາວ ຫລາຍຄົນ ຄິດວ່າ ຣັຖວິຫາສາກິດ ໄຟຟ້າ ລາວ ຂຶ້ນຄ່າ ໄຟຟ້າ ຂອງ ປະຊາ ຊົນ ເພື່ອນຳໄປ ຊົດເຊີຍ ກັບ ຣາຍໄດ້ ທີ່ ຕົນເສັຽ ໄປຍ້ອນ ໜ່ວຍ ງານຣັຖ ຫລາຍ ແຫ່ງ ຍັງຄ້າງ ຄ່າ ໄຟຟ້າ ຫລາຍ ຮ້ອຍລ້ານ ໂດລາ ທີ່ ຕົນ ບໍ່ສາມາດ ເກັບໄດ້ ໃນ ທຸກມື້ນີ້.
ການ ປະຕິບັດ ຕໍ່ ລູກຄ້າ ຂອງ ຣັຖວິສາຫະກິດ ໄຟຟ້າ ລາວ ມີສອງ ມາຕຖານ ດັ່ງຖ້າ ເປັນເຮືອນ ຫລື ຮ້ານຄ້າ ຂອງ ປະຊາຊົນ ຈະໃຫ້ ຄ້າງ ຄ່າໄຟຟ້າ ບໍ່ໃຫ້ ເກີນ 3 ແສນ ກີບ ຫລາຍ ກວ່ານັ້ນ ຈະ ຖືກຕັດ ທັນທີ ແຕ່ ຖ້າ ເປັນ ຫ້ອງການ ຂອງ ຣັຖບານ ຫລື ເຮືອນ ຜູ້ມີ ອຳນາດ ແລ້ວ ຈະຕິດຫນີ້ ຫລາຍ ປານໃດ ກໍໄດ້ ການໄຟຟ້າ ລາວ ຍັງສົ່ງ ໄຟຟ້າ ໄປໃຫ້ໃຊ້ ຢູ່ ຕຣອດ ບໍ່ ສາມາດ ຕັດໄດ້.