ການປະຕິບຮູບ ຣັຖວິສາຫະກິຈ ໄຟຟ້າລາວ ຍັງບໍ່ໄປ-ບໍ່ມາ
ຣັຖວິສາຫະກິຈ ໄຟຟ້າລາວ ສ້າງໜີ້ໃຫ້ຣັຖບານ 30% ຂອງ GDP, ທຸກຂແນງການຮຽກ ຮ້ອງໃຫ້ຣັຖບານ ປັບປຸງໂຄງສ້າງ ບໍຣິສັດໃຫ້ມີກໍາໄຣ ແລະປົດໜີ້ ແຕ່ກໍຍັງບໍ່ມີຄວາມຄືບໜ້າ ເທົ່າທີ່ຄວນ ຂະນະທີ່ປະຊາຊົນ ມີຄຳເຫັນວ່າ ຜູ້ບໍຣິຫານ ບໍ່ມີຄວາມຈິງໃຈ ໃນການປະຕິຮູບ.
-
ຈຳປາທອງ
2023-05-01 -
-
-
Your browser doesn’t support HTML5 audio
ກົມປະຕິຮູບ ຣັຖວິສາຫະກິຈ ແລະການປະກັນພັຍ ກະຊວງການເງິນຂອງລາວ ຮ່ວມກັບທະນາຄານໂລກ ຫລື World Bank ປະຈໍາລາວ ໄດ້ຈັດກອງປະຊຸມສັມມະນາເມື່ອວັນທີ 13 ມີນາ ທີ່ຜ່ານມານີ້ ໃນຫົວຂໍ້ “ການປະຕິຮູບ ຣັຖວິສາຫະກິຈ: ສະພາບປັດຈຸບັນຂອງ ສປປ ລາວ ແລະບົດຮຽນຂອງສາກົລ” ໃນຂະນະທີ່ຣັຖວິສາຫະກິຈລາວ ມີບັນຫາໜັກໜ່ວງ ທີ່ຍັງແກ້ບໍ່ຕົກໃນປັດຈຸບັນ.
ກ່ຽວກັບ”ການປະຕິຮູບຣັຖວິສາຫະກີດຂອງລາວ” ທີ່ມີທັງໝົດ 7 ບໍຣິສັດ, ນຶ່ງໃນນັ້ນແມ່ນຣັຖວິສາຫະກິຈໄຟຟ້າລາວ ທີ່ມີໜີ້ສິນກວມເອົາ 30% ຂອງມູນຄ່າໜີ້ສິນທັງໝົດ 88% ຂອງ ລວມຍອດມູນຄ່າຜລິຕພັນພາຍໃນຂອງລາວ ແລະການປະຕິຮູບດໍາເນີນໄປຢ່າງຊັກຊ້າ, ມີຂໍ້ຫຍຸ້ງຍາກຫລາຍ.
ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 1 ພຶສພານີ້ວ່າ:
“ປັດຈຸບັນນີ້ ກະຍັງຢູ່ໃນຂັ້ນຕອນການປະຕິຮູບແຫລະ ຫລາຍທິດຫລາຍທາງ ອັນໃດທີ່ມັນກ່ຽວຂ້ອງງການພັທນາບຸກຄະລາກອນ ກັບແຜນຍຸທສາດກ່ຽວກັບການບໍຣິຫານ ຈັດການອົງກອນ ກ່ຽວກັບເງິນເຟີ້ເຮົາແດ່ ການຊື້ຂາຍອັດຕຣາ ຜັນຜວນຂອງເງິນໂດລ້າຣ໌ ຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ນັບແຕ່ໄດ້ເຣີ່ມມີການປະຕິຮູບ ຕັ້ງແຕ່ທ້າຍປີ 2021 ມາຈົນຮອດດຽວນີ້ ກໍຍັງເຫັນວ່າ ແຜນການປະຕິຮູບ ຂອງຣັຖບານລາວ ຍັງບໍ່ໄດ້ຮັບການປະຕິບັດດີເທົ່າທີ່ຄວນ, ຍ້ອນແນວທາງການປະຕິຮູບບໍ່ຈະແຈ້ງ, ຂາດຮູບປະທັມ; ເຖິງຈະມີການປົດ ແລະປັບປ່ຽນຫລາຍຕໍາແໜ່ງມາແລ້ວ ແຕ່ລະບົບການເຮັດວຽກ ແລະແນວຄິດພະນັກງານ ກໍຍັງບໍ່ມີການປ່ຽນແປງທີ່ດີຂຶ້ນ. ນອກຈາກນັ້ນ ການບໍຣິຫານຈັດການງົບປະມານພາຍໃນ ກໍປະເຊີນກັບສະພາບເສຖກິຈຕົກຕໍ່າ, ເງິນກີບອ່ອນຄ່າ ເງິນກີບເຟີ້ຮຸນແຮງ, ເຮັດໃຫ້ລາຍຈ່າຍຂອງຣັຖວິສາຫະກິຈໄຟ ຟ້າລາວໃນປັດຈຸບັນເພີ່ມສູງຫລາຍທີ່ສຸດ.
ຍ້ອນຣັຖວິສາຫະກິຈໄຟຟ້າລາວ ຕິດໜີ້ຢ່າງມະຫາສານ ແລະຍັງບໍ່ມີທ່າທີວ່າຈະຫລຸດໜ້ອຍລົງນັ້ນ ເຮັດໃຫ້ຣັຖບານລາວ ຕ້ອງໄດ້ຊ່ອຍເຫລືອເພື່ອແກ້ໄຂ ບັນຫາດັ່ງກ່າວ ໂດຍການຈັດຫາຄະນະອໍານວຍການໃໝ່ ເຂົ້າມາບໍຣິຫານ, ຈັດຫາບໍຣິສັດທີ່ປຶກສາ ແລະຊ່ອຍງົບປະມານ ຈໍານວນນຶ່ງ ໃນການຊໍາຣະໜີ້ສິນທີ່ຕິດນັ້ນ.
ກ່ຽວກັບການປະຕິຮູບ ຣັຖວິສາຫະກິຈໄຟຟ້າລາວ ທີ່ວ່ານັ້ນ ປະຊາຊົນລາວຈໍານວນນຶ່ງເຫັນວ່າ ຄົນທີ່ຈະເຂົ້າມາປະຕິຮູບ ເພື່ອໃຫ້ເກີດການປ່ຽນແປງໄປໃນທິດທາງທີ່ດີຂຶ້ນ ໂດຍສະເພາະເຣື່ອງການບໍຣິຫານອົງກອນ ແລະແນວຄວາມຄິດຂອງພະນັກງານນັ້ນ ຕ້ອງເປັນຄົນທີ່ຈິງໃຈ, ເຂົ້າໃຈບັນຫາ ແລະຕ້ອງບໍ່ສວຍໂອກາດຫາຜົລປໂຍດ ໃຫ້ໂຕເອງ ແລະໝູ່ເພື່ອນຄືທີ່ຜ່ານມາ ດັ່ງປະຊາຊົນຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຖ້າວ່າຄິດເຫັນແຕ່ຜົລປໂຍດສ່ວນໂຕ ຂອງພັກພວກນີ້ ກໍບໍ່ຖືກຕ້ອງແຫລະ ຄັນຖ້າປ່ຽນຕ້ອງປ່ຽນແທ້ຫັ້ນແຫລະ ມັນບໍ່ແມ່ນແຕ່ຄົນໄດ໋ ປ່ຽນແນວຄິດອີກ ອັນນີ້ເຈົ້າເວົ້າແລ້ວ ເຈົ້າຕ້ອງປະຕິບັດ ບໍ່ແມ່ນປ່ຽນແຕ່ຮູບການ ຫລອກລວງຊື່ໆເຫັນເບາະ.”
ປະຊາຊົນລາວອີກຜູ້ນຶ່ງ ຢູ່ແຂວງຈໍາປາສັກ ກໍເວົ້າວ່າ ຖ້າຫາກຕ້ອງການປະຕິຮູບແທ້ ຣັຖບານລາວ ແລະຣັຖວິສາຫະກິຈໄຟຟ້າລາວ ກໍຕ້ອງເປີດເຜີຍ ຂໍ້ມູນກ່ຽວກັບງົບປະມານ ຂອງບໍຣິສັດນັ້ນ ເພື່ອໃຫ້ສັງຄົມສາມາດຕິດຕາມ ກວດສອບໄດ້, ຫາກພົບວ່າ ມີການຮົ່ວໄຫລ ຫລື ມີພະນັກງານ ພາຍໃນສໍ້ຣາສບັງຫລວງ ກໍຕ້ອງຖືກລົງໂທດຢ່າງຈິງຈັງ ຕາມລະບຽບກົດໝາຍ.
ດັ່ງທີ່ທ່ານກ່າວໃນມື້ວັນທີ 1 ພຶສພານີ້ວ່າ:
“ບາດເງິນຫັ້ນຈັກທໍ່ໃດຕື້ໂດລ້າຣ໌ ມັນໄປປະຢູ່ໃສເງິນຫັ້ນ ມັນໃຊ້ຈັ່ງໃດ ໂຕນັ້ນແລະມັນຜິດ ມີແຕ່ຂັ້ນເທິງຫັ້ນແຫລະຊິເອົາ ປະຊາຊົນບໍ່ໄດ້ຮັບຮູ້ຫຍັງ ບາດຕິດແຕ່ໜີ້ຫັ້ນເຕັມຫົວ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທະນາຄານພັທນາ ເອເຊັຽ ຫລື ADB ປະຈໍາລາວ ເວົ້າວ່າ ການປະຕິຮູບຣັຖວິສາຫະກິຈທັງ 7 ບໍຣິສັດນັ້ນ ຕ້ອງມີຄວາມໂປ່ງໃສ, ກວດສອບໄດ້ ແລະທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີແນວຄິດ ໄປໃນທິດທາງອັນດຽວກັນ ຄືຕ້ອງການທີ່ຈະແກ້ໄຂບັນຫາໜີ້ສິນ ແລະການສໍ້ຣາສບັງຫລວງ. ແນວໃດກໍຕາມ ການປະຕິຮູບໂຕຈິງ ກໍຍັງເຫັນວ່າ ຍັງບໍ່ໄດ້ດີເທົ່າທີ່ຄວນ ໂດຍສະເພາະຣັຖວິສາຫະກິຈ ໄຟຟ້າລາວ ທີ່ໄດ້ສ້າງໜີ້ສິນຫລາຍທີ່ສຸດ ແລະມາເຖິງປັດຈຸບັນກໍຍັງບໍ່ມີທ່າທີວ່າຈະຢຸດເຊົາການທີ່ຈະສ້າງໜີ້ສິນ ເພີ່ມຂຶ້ນຕື່ມອີກ ເນື່ອງຈາກຍັງມີການກູ້ຢືມເງິນ ຈາກທະນາຄານ ແລະ ປະເທດຄູ່ຮ່ວມ ມາລົງທຶນສ້າງແຫລ່ງຜລິດພະລັງງານໃໝ່ ຕື່ມອີກ ທັງໆທີ່ບໍ່ມີຄວາມຈໍາເປັນ ໃນໄລຍະນີ້. ນອກຈາກນັ້ນ ການບໍຣິຫານຄຸ້ມຄອງ ງົບປະມານພາຍໃນ ຣັຖວິສາຫະກິຈໄຟຟ້າລາວ ກໍຍັງບໍ່ມີຄວາມເຂັ້ມແຂງ, ເຮັດໃຫ້ງົບປະມານຮົ່ວໄຫລ ແລະບໍ່ສາມາດທີ່ຈະຕິດຕາມ ກວດສອບ ແລະເອົາຄືນມາໄດ້ ຊຶ່ງເປັນບັນຫາຊໍາເຮື້ອ ທີ່ຍາກຈະແກ້ໄຂໄດ້.
ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ດຽວນີ້ນີ່ ຂີດຄວາມສາມາດ ເຮົາໄດ້ຢູ່ປະມານ 11 ພັນເມກາວັດ ເກືອບ 3,000 ລ້ານໂດລ້າຣ໌ ພຸ້ນແຫລະສົ່ງອອກຫັ້ນ ແລ້ວການສົ່ງອອກ ໄຟຟ້າມັນກະບໍ່ໄດ້ນໍາເງິນເຂົ້າມາເທື່ອ ມັນຍັງໄປໃຊ້ໜີ້ຢູ່ ແລ້ວການລົງທຶນຫັ້ນ ຄັນຣັຖໄປຮ່ວມ ຣັຖຫັ້ນມັນມີຂໍ້ມູນຫຍຸ້ງຍາກນໍ (ໜີ້ສິນ) ພາໄປເປັນໜີ້ເປັນສິນ ໂດຍທີ່ບໍ່ຈໍາເປັນ.”
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸ ເອເຊັຽ ເສຣີ ພະຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ທະນາຄານໂລກ ປະຈໍາລາວ ເພື່ອຂໍຮູ້ແນວທາງ ການປະຕິຮູບຣັຖວິສາຫະກິຈ ທັງ 7 ບໍຣິສັດ ເພື່ອເຮັດໃຫ້ຣັຖວິສາຫະກິຈ ເຫລົ່ານັ້ນ ດໍາເນີນທຸຣະກິຈ ໃຫ້ມີປະສິດທິພາບ ແລະປະສິດທິຜົລ ແລະສ້າງລາຍຮັບໃຫ້ແກ່ປະເທດ, ແຕ່ບໍ່ສາມາດຕິດຕໍ່ໄດ້.
ຢູ່ໃນກອງປະຊຸມ ສັມມະນາເມື່ອກາງເດືອນມີນາ ທີ່ຜ່ານມານີ້ ດຣ. ສອນເພັດ ອິນທະວົງ ຫົວໜ້າກົມປະຕິຮູບ ຣັຖວິສາຫະກິຈ ແລະການປະກັນພັຍ ກະຊວງການເງິນ ໄດ້ຣາຍງານວ່າ ກອງປະຊຸມຄັ້ງນີ້ ເປັນສ່ວນນຶ່ງ ຂອງແຜນງານປະຕິຮູບ ການຄຸ້ມຄອງການເງິນ ພາກຣັຖໄລຍະທີ 3 ຂອງທະນາຄານໂລກ ຊຶ່ງປັດຈຸບັນພວມສຸມໃສ່ ວຽກງານການປະຕິຮູບ ຣັຖວິສາຫະກິຈໄຟຟ້າລາວ, ຣັຖວິສາຫະກິຈການບິນລາວ, ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ, ຣັຖວິສາຫະກິຈ ໂຮງງານຜລິດຢາເລກ 2 ແລະເລກ 3. ສ່ວນຄວາມຄືບໜ້າ ຂອງການປະຕິຮູບ ຣັຖວິສາຫະກິຈນັ້ນ ແມ່ນໄດ້ສໍາເຣັດໄປແລ້ວ ຈໍານວນນຶ່ງ ແລະອີກຈໍານວນນຶ່ງ ພວມຢູ່ໃນໄລຍະການປະຕິຮູບ ໃນປີ 2023 ນີ້, ແຕ່ທ່ານບໍ່ໄດ້ເປີດເຜີຍ ຂໍ້ມູນລະອຽດໃຫ້ສັງຄົມຮູ້. ສາເຫດທີ່ເຮັດໃຫ້ຣັຖບານລາວ ຕ້ອງໄດ້ເລັ່ງປະຕິຮູບ ຣັຖວິສາຫະກິຈທັງໝົດນັ້ນ ແມ່ນເປັນຍ້ອນການເຄື່ອນໄຫວ ຂອງຣັຖວິສາຫະກິຈ ຍັງບໍ່ມີຄວາມເຂັ້ມແຂງ, ຂາດທຶນຕໍ່ເນື່ອງ ແລະບາງຣັຖວິສາຫະກິຈສ້າງໜີ້ສິນ ເພີ່ມ ໂດຍບໍ່ຄໍານຶງເຖິງຄວາມສາມາດ ໃນການຊໍາຣະ ແລະເປັນພາຣະໃຫ້ຣັຖບານ ເປັນຜູ້ແບກຫາບ, ຂາດການຕິດຕາມ ປະເມີນຜົລ ແລະບໍ່ມີການຣາຍງານ ດ້ານການເງິນຢ່າງເປັນປົກກະຕິ.