ອັດຕາແລກປ່ຽນເງິນຕາ, ລາຄາ ຄໍາ ແລະ ນໍ້າມັນເຊື້ອໄຟ (24 ກຸມພາ 2025)
2025.02.24
ອັດຕາແລກປ່ຽນເງິນຕາ ປະຈໍາວັນທີ 24 ກຸມພາ 2025 ນີ້ ຕາມລາຍງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ:
ເງິນໂດລ້າ (ສະຫະລັດ): ອັດຕາຊື້ 1 ໂດລ້າ - 21,407 ກີບ, ອັດຕາຂາຍ 1 ໂດລ້າ - 21,711 ກີບ.
ເງິນບາດ (ໄທ): ອັດຕາຊື້ 1 ບາດ - 629.26 ກີບ, ອັດຕາຂາຍ 1 ບາດ - 641.84 ກີບ. ເງິນຢວນ (ຈີນ): ອັດຕາຊື້ 1 ຢວນ - 2,918 ກີບ, ອັດຕາຂາຍ 1 ຢວນ - 2,976 ກີບ.
ເງິນດົງ (ຫວຽດນາມ): ອັດຕາຊື້ 1 ດົງ - 0.8725 ກີບ, ອັດຕາຂາຍ 1 ດົງ - 0.8899 ກີບ.
ລາຄານໍ້າມັນເຊື້ອໄຟ ອີງຕາມລາຄາ ທີ່ລັດວິສາຫະກິດນໍ້າມັນເຊື້ອໄຟລາວກໍານົດ, ຢູ່ນະຄອນຫຼວງວຽງຈັນ ວັນທີ 24 ກຸມພານີ້:
- ແອັດຊັງພິເສດ ລິດໜຶ່ງ 29,850 ກີບ.
- ແອັດຊັງທໍາມະດາ ລິດໜຶ່ງ 23,450 ກີບ.
- ກາຊວນ ລິດໜຶ່ງ 19,610 ກີບ.
ລາຄາຊື້-ຂາຍຄໍາ ໃນມື້ວັນທີ 24 ກຸມພາ 2025 ນີ້, ຢູ່ຮ້ານຄໍາພູວົງ:
ຄໍາຮູບປະພັນ ລາຄາຂາຍ: 1 ບາດ - 30,499,000 ກີບ, 1 ສະຫຼຶງ - 7,629,000 ກີບ.
ຄໍາຮູບປະພັນ ລາຄາຊື້: 1 ບາດ - 29,590,000 ກີບ, 1 ສະຫຼຶງ - 7,375,000 ກີບ.
ຄໍາແທ່ງ ລາຄາຂາຍ: 1 ບາດ - 30,390,000 ກີບ.
ຄໍາແທ່ງ ລາຄາຊື້: 1 ບາດ - 29,860,000 ກີບ.