ໂຄງການ ພັທນາ ຂນາດນ້ອຍ ຢູ່ແຂວງ ຕ່າງໆ ຂອງລາວ ຖືກຢຸດ ສງັກ ໂຈະໄວ້ ຢ່າງບໍ່ມີ ກໍານົດ ຍ້ອນ ຣັຖບານ ຂາດ ງົປມານ. ດັ່ງ ເຈົ້າໜ້າທີ່ ເມືອງ ປາກຊັນ ແຂວງ ບໍຣິຄໍາໄຊ ເປີດເຜີຍ ວ່າ:
"ພໍມາຮອດ ຣະຫວ່າງ ເດືອນ 10 ທີ່ ຜ່ານມາ ປະເທສລາວ ຖືກວິກິດການ ການເງິນ ຣັຖບາລ ບໍ່ສາມາດ ຈ່າຍໄດ້ ກໍເລີຍ ຍຸຕິ ໂຄງການ ຍ່ອຍໄປຫຼາຍ ໂຄງການ ອັນນັ້ນ ກໍເລີຍ ຍົກເລີກ ອັນນີ້ບໍ່ ໃນໃຈວ່າ ຂະເຈົ້າຈະ ສ້າງຕໍ່ ຫລືບໍ່ ຫລື ຈັ່ງໃດ ເຮັດໄດ້ ແລ້ວ 30 - 50% ຂະເຈົ້າ ກໍປະຢູ່ ຮັ້ນ ບໍ່ມີການ ສືບຕໍ່ ຫຍັງເລີຍ".
ທ່ານກ່າວ ຕໍ່ໄປວ່າ ບັນຫາ ການເງິນ ຂອງ ທາງການລາວ ນອກຈາກ ຈະສົ່ງ ຜົລກະທົບ ໃຫ້ ທາງການ ຈ່າຍເງິນ ເດືອນ ພະນັກງານ ຣັຖກອນ ຊ້າແລ້ວ ໂຄງການ ພັທນາ ຫລາຍບ່ອນ ເຊັ່ນ ໂຄງການ ສ້າງທາງ ໂຄງການ ສ້າງຂົວ ຫລື ໂຄງການ ຂຍາຍ ໄຟຟ້າ ແລະ ນໍ້າປະປາ ກໍຢຸດສງັກ ໝົດ. ຕົວຢ່າງ ຢູ່ເມືອງ ປາກຊັນ ແຂວງ ບໍຣິຄໍາໄຊ ນີ້ມີ ຫລາຍ ໂຄງການ ທີ່ ສ້າງໄປ ໄດ້ພຽງ ເລັກໜ້ອຍ ກໍ ຢຸດສງັກ ໄປ.
ໃນ ທ້າຍປີ 2013 ທາງການລາວ ເປີດເຜີຍ ວ່າ ບໍ່ສາມາດ ເກັບ ຣາຍຮັບ ເຂົ້າ ງົບປະມານ ຣັຖ ໄດ້ ຕາມເປົ້າໝາຍ ຈົນເຮັດໃຫ້ ຣັຖບາລ ຂາດ ງົບປະມານ ຮວມທັງ ໃນການ ພັທນາ ໂຄງການ ຕ່າງໆ ທີ່ວ່ານັ້ນ ນໍາດ້ວຍ.
ເຈົ້າໜ້າທີ່ ກ່າວຕື່ມ ອີກວ່າ ບໍ່ພຽງແຕ່ ໂຄງການ ຂນາດນ້ອຍ ຕ່າງໆ ຢູ່ແຂວງ ບໍຣິຄໍາໄຊ ເທົ່ານັ້ນ ຖືກໂຈະ ໄປຢ່າງ ບໍ່ມີກໍານົດ ແມ່ນແຕ່ ໃນ ນະຄອນ ຫລວງ ວຽງຈັນ ເອງ ກໍມີຫລາຍ ໂຄງການ ທີ່ຊັກຊ້າ ເຊັ່ນໂຄງການ ທາງຖນົນ 450 ປີ, ຫລັກທີ 21 ແລະ ໂຄງການ ທາງ ຫົວຂົວ ນາຄວາຍ ເປັນຕົ້ນ.