ກາເຟດາວເຮືອງເລີ້ມ ຈ່າຍໜີ້ ຄ່າ ປູກກາເຟ

ຈໍາປາທອງ
2017.05.22
f-daoheuang ບໍຣິສັດກາເຟດາວເຮືອງ ທີ່ມີຊື່ສຽງ ເປັນທີ່ຮູ້ຈັກກັນດີ
Screen captured Dao Coffee Profile video

ບໍຣິສັດກາເຟດາວເຮືອງ ສາຂາ ເມືອງປາກຊ່ອງ ແຂວງຈຳປາສັກ ເລີ່ມຈ່າຍໜີ້ ຄ່າກາເຟ ທີ່ເກັບຊື້ຈາກ ຊາວບ້ານ ໃນເມືອງປາກຊ່ອງ ທີ່ ຕິດຄ້າງມາໄດ້ 3 ເດືອນແລ້ວ, ຊຶ່ງໄດ້ຈ່າຍພຽງແຕ່ 20% ຂອງຣາຄາກາເຟ ເທົ່ານັ້ນ. ຕາມການເປີດເຜີຍ ຂອງຊາວສວນ ກາເຟ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 15 ພຶສພາ ນີ້:

"ບໍຣິສັດດາວເຮືອງ ເຫັນວ່າເຊົ້ານີ້ ເພິ່ນມານຳນາຍບ້ານ ນີ້ແຫລະ ເພິ່ນວ່າເພິ່ນໄດ້ ເງິນຈາກ ຂາຍກາເຟ ເພິ່ນກໍມາເອີ້ນ ລາຍຊື່ມາຮັບເອົາ ແຕ່ວ່າເພິ່ນ ກໍຍັງບໍ່ທັນຈ່າຍ ຫລາຍໆບ້ານ ແຕ່ວ່າເພິ່ນວ່າກຳລັງ ເພິ່ນຈະແກ້ໄຂ ໃຫ້ຢູ່ ແຕ່ວ່າຈ່າຍ ເທື່ອລະໜ້ອຍນະ ເອົາຕາມເພິ່ນ ຢາກ ເວົ້ານະ ຂອງເພິ່ນຊື້ຜູ້ດຽວ ປະຊາຊົນ ມັນບໍ່ມີທາງເລືອກ".

ຊາວສວນກາເຟເວົ້າວ່າ ສຳລັບຢູ່ເມືອງປາກຊ່ອງນີ້ ບ້ານທີ່ບໍຣິສັດ ກາເຟດາວເຮືອງ ຕິດໜີ້ມາໄດ້ 3 ເດືອນແລ້ວນັ້ນມີຢູ່ 10 ປາຍບ້ານ ຊຶ່ງ ຊາວສວນກາເຟ ບໍ່ໄດ້ເຮັດສັນຍາກັບ ບໍຣິສັດດັ່ງກ່າວ ແຕ່ອາທິດກ່ອນມານີ້ ທາງບໍຣິສັດ ໄດ້ມາຈ່າຍເງິນ  ທີ່ຄ້າງຊາວບ້ານ ເທື່ອລະບ້ານ ໂດຍຈ່າຍພຽງ 20% ຂອງເງິນທີ່ຄ້າງທັງໝົດ ແລະບອກວ່າ ຈະຈ່າຍໃຫ້ນໍາເລື້ອຍໆ ຫລັງຈາກຂາຍ ກາເຟໄດ້.

ການຈ່າຍໜີ້ທີ່ວ່ານັ້ນ ບໍຣິສັດດາວເຮືອງຈ່າຍໃຫ້ ແຕ່ຊາວບ້ານ ໃນເຂດເມືອງປາກຊ່ອງ, ສ່ວນຢູ່ເຂດເມືອງທ່າແຕງ ແຂວງເຊກອງ  ທີ່ທາງ ບໍຣິສັດ ຕິດໜີ້ຄືກັນນັ້ນ ຍັງບໍ່ມີວິແວວ ວ່າຈະໄດ້ເທື່ອ. ຊາວບ້ານເວົ້າວ່າ:

"ໜີ້ເພິ່ນຈ່າຍແຕ່ຊາວສວນ ເມືອງປາກຊ່ອງ ແຕ່ວ່ານອກກຸ່ມ ຢູ່ຊຽງແຕງ ເພິ່ນບໍຈ່າຍ 10 ກວ່າໝູ່ບ້ານ ເອີ໊ໄດ້ສົ່ງອອກກາເຟ ແລ້ວຈັ່ງຈ່າຍ ເງິນ ປະມານໃດ໊ນີ້ ກາເຟ ໝາກແດງ ກາເຟໝາກອິ້ວ 5 ພັນ ຕົ້ນໃດ໊".

ຊາວບ້ານກ່າວຕື່ມວ່າ ການທີ່ບໍຣິສັດ ກາເຟດາວເຮືອງ ເປັນໜີ້ພວກຕົນນັ້ນ ສ້າງຄວາມເດືອດຮ້ອນ ໃຫ້ແກ່ພວກຕົນຫຼາຍ, ແຕ່ກໍຮູ້ສຶກດີໃຈ ຂຶ້ນມາແດ່ ທີ່ບໍຣິສັດ ໄດ້ເລີ່ມຈ່າຍໜີ້ ທີ່ຂະຈົ້າໄດ້ຕິດນັ້ນ ສ່ວນນຶ່ງແລ້ວ, ເຖິງຈະໜ້ອຍກໍຕາມ. ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽເສຣີ ກໍໄດ້ ພຍາຍາມ ຕິດຕໍ່ໄປຫາ ບໍຣິສັດ ກາເຟ ດາວເຮືອງ ແຕ່ບໍ່ສາມາດ ຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.