ເຂື່ອນເປັນມິດຕໍ່ສິ່ງແວດລ້ອມ
2015.02.19
ທ່ານ ສົມຄວນ ວັທທິກຸນ ທີ່ ປຶກສາ ຄນະ ກັມມະການ ບໍຣິສັດ ຊີເຄ ພາວເວີ ຈຳກັດ ຊຶ່ງ ຢູ່ ໃນ ເຄືອຄ່າຍ ຂອງ ບໍຣິສັດ ຊໍ ການຊ່າງ ແລະ ເປັນຜູ້ ຖືຫຸ້ນ ຣາຍໃຫຍ່ ໃນ ໂຄງການ ເຂື່ອນ ໄຟຟ້າ ພລັງນ້ຳ ໄຊຍະບູຣີ ເວົ້າວ່າ ເຂື່ອນ ໄຟຟ້າ ພລັງນ້ຳ ເປັນ ການຜລິດ ໄຟຟ້າ ທີ່ ບໍ່ໃຊ້ ເຊື້ອເພີງ ປິດ-ເປີດ ງ່າຍ ບໍ່ປ່ອຍ ແກັສ ຄາບອນ ໄດອັອກໄຊ ຂື້ນຊັ້ນ ບັນຍາກາດ ແລະ ເປັນມິດ ຕໍ່ ສິ່ງ ແວດລ້ອມ.
ທ່ານວ່າ ໂຄງການ ເຂື່ອນ ໄຊຍະບູຣີ ເປັນ ໂຄງການ ເຂຶ່ອນ ທີ່ ບໍ່ກັ້ນນ້ຳ ສູງ ເກີນໄປ ໂດຍ ຈະປ່ອຍນ້ຳ ໃຫ້ໄຫລ ເທົ່າກັບ ປະຣິມານ ນ້ຳ ທີ່ ໄຫລເຂົ້າ ແຕ່ ລະວັນ ມີການ ອອກແບບ ໃຫ້ ເຫມາະສົມ ກັບ ສະພາບ ພູມີສາດ ແລະ ປ້ອງກັນ ຜົລ ກະທົບ ຕໍ່ ສິ່ງ ແວດລ້ອມ ເປັນ ຢ່າງດີ.
ກຸ່ມສ້າງ ເຂື່ອນ ໃຫ້ ຄວາມ ສຳຄັນ ຕໍ່ການ ຂຶ້ນລົງ ຂອງປາ ຕາມທີ່ ຣັຖບານ ລາວ ຮ້ອງຂໍມາ ເພາະ ປາ ຢູ່ ແມ່ນ້ຳຂອງ ເປັນແຫລ່ງ ອາຫານ ທີ່ ສຳຄັນ ຕໍ່ ຊີວີດ ຂອງ ຊາວລາວ ແລະ ປະຊາຊົນ ຕາມ ລຳ ແມ່ນ້ຳຂອງ. ທ່ານວ່າ ກ່ອນ ຈະລົງມື້ ສ້າງ ກໍໄດ້ ປັບປ່ຽນ ແບບ ຫລາຍຄັ້ງ ເພື່ອໃຫ້ ສອດຄ່ອງ ກັບ ຄວາມ ຕ້ອງການ ຂອງ ທຸກຝ່າຍ.
ແຕ່ ໃນຂນະ ດຽວກັນ ກຸ່ມ ປົກປ້ອງ ສິ່ງ ແວດລ້ອມ ເວົ້າວ່າ ໂຄງການ ເຂື່ອນ ໄຊຍະບູຣີ ຈະ ເຮັດໃຫ້ ນ້ຳຖ້ວມ ໃນ ຫລາຍ ພື້ນທີ່ ຈະ ສົ່ງ ຜົລກະທົບ ຕໍ່ ສິ່ງ ແວດລອ້ມ ແລະ ວິຖິ ຊີວີດ ຂອງ ປະຊາຊົນ ທ້ອງຖິ່ນ ໂດຍ ສະເພາະ ຊາວ ປະໂມງ ແລະ ການເດີນ ເຮືອ ສິນຄ້າ ຕາມ ລຳ ແມ່ນ້ຳຂອງ.