ຊາວບ້ານບໍ່ພໍໃຈຄ່າ ຊົດເຊີຍ

ໄມຊູລີ
2017.02.14
F-Xepian ປະຊາຊົນ ຢູ່ບ້ານຫ້ວຍສອຍ ທີ່ຖືກຜົນກະທົບ ຈາກໂຄງການເຂື່ອນ ເຊປ່ຽນ-ເຊນໍ້ານ້ອຍ
Citizen Journalist

ປະຊາຊົນ ບ້ານຫ້ວຍຊອຍ ແລະ ບ້ານເຊນ້ຳນ້ອຍ ເມືອງປາກຊ່ອງ ແຂວງຈຳປາສັກ ຫຼາຍຮ້ອຍ ຄອບຄົວ ທີ່ຈະຖືກ ຜົນກະທົບ ຈາກ ໂຄງການ ເຂື່ອນ ໄຟຟ້າ ເຊປ່ຽນ ເຊນ້ຳນ້ອຍ ບໍ່ພໍໃຈນໍາ ຄ່າຊົດເຊີຍ ທີ່ທາງໂຄງການ ຈະຈ່າຍໃຫ້ ເພາະເຫັນວ່າເປັນ ຈໍານວນໜ້ອຍ, ແລະ ຈະບໍ່ຍອມຍ້າຍໜີ ເພາະເງິນບໍ່ພຽງພໍ ສໍາລັບໄປຊື້ທີ່ ທໍາມາຫາກິນ ບ່ອນອື່ນ, ຕາມແຫຼ່ງຂ່າວ ທີ່ເຊື່ອຖືໄດ້. ອີງຕາມຄໍາເວົ້າຂອງ ຊາວບ້ານທ່ານນຶ່ງ:

“ຂ້າພະເຈົ້າຊື່ ນາງບິນ ເປັນພໍ່ແມ່ ປະຊາຊົນ ຢູ່ບ້ານຫ້ວຍສອຍ ນີ້ແຫຼະ ຖືກຜົນກະທົບ ຈາກໂຄງການ ເຊປ່ຽນ ເຊນໍ້ານ້ອຍ ຂ້າພະເຈົ້ານີ້ ສົນໃຈຫຼາຍ ເພາະວ່າຄ່າຊົດເຊີຍ ນີ້ຕົກຕໍ່າຫຼາຍ ບໍ່ເໝາະສົມ ກັບເຫື່ອແຮງ ທີ່ເຮົາເຮັດນີ້ແຫຼະ ແຕ່ ຂ້າພະເຈົ້ານີ້ ບໍ່ຢາກເອົາ ຄ່າຊົດເຊີຍ ຂ້າພະເຈົ້າ ນີ້ຢາກຕໍ່ລອງ ເອົາຄວາມເປັນທັມ ນັ້ນແຫຼະ ຕາມດໍາລັດ ຂອງນາຍົກ ທີ່ວາງໄວ້. ໂຄງການ ມີແຕ່ໃຫ້ຍ້າຍໆ ຄັນບໍ່ຍ້າຍນີ້ ຕໍາຣວດ ແລະ ທະຫານ ສິມາຈັບເພິ່ນວ່າ ແມ່ຫາກ ບໍ່ຢ້ານຢູ່ ບໍ່ແມ່ນຂ້ອຍ ສິຂີ້ລັກມັກຈົກ ຈັບ ກ່າຢ່າມັນ ຂ້ອຍຢູ່ດິນເຮົາ ບໍ່ແມ່ນດິນ ເຂົານໍ".

ຣາຍງານຂອງແຫລ່ງຂ່າວ ເຮົາວ່າ ທາງຣັດ ແລະໂຄງການ ໄດ້ມາບັງຄັບໃຫ້ ປະຊາຊົນ ໂອນກັມມະສິດ ຂອງພວກເຂົາ ໃຫ້ກັບໂຄງການ ແຕ່ຄ່າຊົດເຊີຍ ແມ່ນໜ້ອຍຫຼາຍ ແລະ ດິນທີ່ຈະຊົດເຊີຍ ໃຫ້ພວກເຂົາ ທີ່ຈະປູກຝັງ ກໍ່ບໍ່ມີ ຊຶ່ງປະຊາຊົນ ກໍລ້ວນມີ ອາຊີບປູກຝັງ ຖ້າບໍ່ມີດິນ ໃຫ້ປູກຝັງ ກໍ່ບໍ່ຮູ້ ຈະເຮັດຫຍັງກິນ, ແຕ່ທາງຣັດ ແລະທາງໂຄງການ ໄດ້ເອົາກົດໝາຍ ແລະເຈົ້າໜ້າທີ່ ມາຂົ່ມຂູ່ ປະຊາຊົນ ຖ້າໃຜບໍ່ຍອມ ເຊັນໂອນກັມມະສິດ ທີ່ດິນ ແມ່ນຈະຈັບໄປ ເຂົ້າຄຸກ. ທ່ານວ່າເລື່ອງນີ້ ທາງບ້ານໄດ້ ຮຽກຮ້ອງໄປຍັງ ສະພາແລ້ວ ແຕ່ກະມິດງຽບ ບໍ່ມີການ ແກ້ໄຂຫຍັງ.

ໜັງສືພິມທາງການ ຣາຍງານວ່າ ໂຄງການ ກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ທີ່ຕັ້ງຢູ່ເຂດ ເມືອງປາກຊ່ອງ ແຂວງຈຳປາສັກ ຄາດວ່າຈະໃຫ້ ສຳເຣັດ ໃນກາງປີ 2019 ຄຽງຄູ່ກັບ ການເລັ່ງມື ກໍ່ສ້າງໂຄງການ ທາງ ບໍລິສັດ ຮັບເໝົາກໍ່ສ້າງ ຍັງໄດ້ເອົາ ໃຈໃສ່ ປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນ ທີ່ຈະຖືກ ຍົກຍ້າຍ ຈັດສັນອອກຈາກເຂດ ທີ່ໄດ້ຮັບ ຜົນກະທົບ ໃນ 4 ບ້ານຄື: ບ້ານນ້ຳໂກງ ບ້ານສາລະສິນ ບ້ານເຊນ້ຳນ້ອຍ ແລະ ບ້ານຫ້ວຍຊອຍ ຊຶ່ງໄດ້ມອບ ເງິນຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບ ຜົນກະທົບແລ້ວ ມູນຄ່າ 1 ຕື້ ກວ່າກີບ.

ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ມີມູນຄ່າ ການກໍ່ສ້າງ ທັງໝົດ 1 ຕື້ 20 ລ້ານ ໂດລາ ສະຫະຣັດ ຫຼື ປະມານ 8.160 ຕື້ກີບ. ຖ້າກໍ່ສ້າງສຳເຣັດ ຈະມີກຳລັງ ການຜລິດ 410 ເມກາວັດ ເປັນໂຄງການ ລົງທຶນ ຂະໜາດໃຫຍ່ ຂອງກຸ່ມ ນັກລົງທຶນ ຈາກປະເທດ ເກົາຫຼີໃຕ້ ໄທ ແລະ ສປປ ລາວ ກະແສໄຟຟ້າ ສ່ວນນຶ່ງ ທີ່ຜລິດໄດ້ ແມ່ນຈະຂາຍໃຫ້ ບໍຣິສັດ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.