ມ.ຜາອຸດົມກໍາລັງຍົກຍ້າຍ ຊາວບ້ານ

ການຍົກຍ້າຍ ປະຊາຊົນ ຈາກ ເມືອງ ຜາອຸດົມ ຂ. ບໍ່ແກ້ວ ອອກຈາກ ໂຄງການ ເຂື່ອນ ນໍ້າທາ-1 ສໍາເຮັດໄປ ແລ້ວ 4 ບ້ານ.

ໝູ່ບ້ານ ທີ່ຕ້ອງຍ້າຍຈາກ ໂຄງການ ເຂື່ອນ ນໍ້າທາ1 Courtesy of international river

ການຍົກຍ້າຍ ປະຊາຊົນ ຈາກ ເມືອງ ຜາອຸດົມ ຂ.ບໍ່ແກ້ວ ອອກຈາກ ບໍຣິເວນ ໂຄງການ ເຂື່ອນ ນໍ້າທາ-1 ໄປຢູ່ ບ້ານຈັດສັນ ໃໝ່ ບ້ານຫາດໝວກ ສໍາເຮັດ ໄປແລ້ວ 4 ບ້ານ ຍັງອີກ 6 ບ້ານ, ຕາມແຜນການ ນັ້ນ ຄາດວ່າ ຈະຍ້າຍໃຫ້ແລ້ວ ໝົດທຸກບ້ານ ພາຍໃນ ເດືອນ ມິນາ ແຕ່ຄົງເປັນໄປ ໄດ້ຍາກ ເພາະວ່າ ປະຊາຊົນ ຍັງບໍ່ພ້ອມ ຫຼາຍ ຄອບຄົວ ຍັງເກັບເຄື່ອງ ເກັບຂອງ ຮ່ວມທັງ ຍ້າຍ ສັດລ້ຽງ, ຕາມ ການເປີດເຜີຍ ຂອງ ເຈົ້າໜ້າທີ່ ເມືງ ຜາອຸດົມ ຕໍ່ເອເຊັຽ ເສຣີ ໃນວັນທີ 10 ມິນາ ນີ້:

"ຍ້າຍລົງນີ້ ຍ້າຍ ແຕ່ລະບ້ານ ເນາະ ແຕ່ວ່າ ຈະໃຫ້ມັນຄົບ 100 ເປີເຊັນ ຍັງບໍ່ທັນຄົບ ບາງຄອບຄົວ ທີ່ວ່າ ຍັງມີສັດ ມີສິ່ງ ຢູ່ພຸ້ນ ເຂົາກໍຍັງ ບໍ່ທັນມາ ຍ້າຍສໍາເຣັດ ແທ້ໆລະ ມີ 4 ບ້ານ, 4 ບ້ານຖືວ່າ 100 ເປີເຊັນ ເນາະ ຍັງຄາ 6 ບ້ານ ເພິ່ນ ຍ້າຍມາ ຢູ່ຫາດໝວກ ແຕ່ວ່າ ແຜນຂອງເມືອງ ເຮົາ ເດືອນສາມ ໃຫ້ ມັນສໍາເຣັດ".

ໃນຈໍານວນ 4 ບ້ານ ທີ່ຍ້າຍໄປ ແລ້ວນັ້ນ ກໍມີບ້ານ ເພັງ ທີ່ ຫຍຸ່ງຍາກ ກ່ວາໝູ່ ເພາະ ຕ້ອງຂົນຍ້າຍ ພຣະພຸທຮູບ ຂນາດໃຫ່ຽ ໄປນໍາ. ຈໍານວນ ບ້ານທີ່ ຈະຖືກກະທົບ ຈາກ ໂຄງການ ເຂື່ອນນີ້ ຢູ່ເຂດ ຜາອຸດົມ ມີ 10 ບ້ານ. ສ່ວນເຂດ ທີ່ຈະຖືກ ນໍ້າຖ້ວມ ຫຼາຍທີ່ສຸດ ແມ່ນເຂດເມືອງ ນາແລ ແຂວງ ຫຼວງນໍ້າທາ ຊຶ່ງ ມີປະມານ 17 ບ້ານ ເພາະ ເປັນພື້ນທີ່ຕໍ່າ ແຕ່ບໍ່ທັນ ຍ້າຍ, ລວມແລ້ວ ມີທັງໝົດ 27 ບ້ານ ຫລື ປະມານ 10,000 ກ່ວ່າຄົນ ທີ່ຖືກ ຜົນກະທົບ ຈາກໂຄງການ.

ເຂື່ອນ ນໍ້າທາ-1 ນີ້. ອ່າງນໍ້າ ຂອງເຂື່ອນ ຈະຍາວຮອດ 100 ກວ່າ ກິໂລແມັດ ຂຶ້ນໄປ ທາງເໜືອ. ເຂື່ອນໍ້າທາ-1 ເປັນການ ລົງທຶນ ຂອງ ບໍຣິສັດ ສາຍສົ່ງ ໄຟຟ້າ ພາກໃຕ້ Southern Grid ຂອງຈີນ ຕອນທໍາອິດ ນັ້ນ ໄຟຟ້າ ທີ່ຜລິດໄດ້ ຈະສົ່ງຂາຍ ໃຫ້ ພະມ້າ ແລະ ຈີນ, ແຕ່ຫລ້າສຸດ ວ່າຈະໃຊ້ ສໍາລັບແຂວງພາກເໜືອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org