ປະຊາຊົນຈາກເຂື່ອນປາກແບງ ກັງວົນ

ສິດນີ
2016.07.27
F-Pakbeng ແມ່ນໍ້າຂອງໃນເຂດເມືອງປາກແບງ
RFA/Photo by: Jeff Hirschberg

ປະຊາຊົນ ທີ່ ບ້ານນາປາ ເມືອງແບງ ແຂວງອຸດົມໄຊ ຜູ້ທີ່ໄດ້ ຮັບຜົລກະທົບ ຈາກ ໂຄງການ ເຂື່ອນ ນ້ຳຂອງ ປາກແບງ ກ່າວຕໍ່ ເອເຊັຽ ເສຣີ ວ່າ ປະຊາຊົນ ທ້ອງຖິ່ນ ຕ້ອງການ ຢາກໃຫ້ ໂຄງການ ພັທນາ ຊີວິດການເປັນຢູ່ ຂອງຂະເຈົ້າ ໃຫ້ດີຂຶ້ນ ດ້ວຍການ ສເນີໃຫ້ ສ້າງ ຣະບົບ ນ້ຳລິນ ໂຮງຫມໍ ໂຮງຮຽນ ແລະ ສຸຂສາລາ ໃຫ້ຊາວບ້ານ ໃນບ່ອນທີ່ ຂະເຈົ້າ ຈະຍ້າຍໄປຢູ່ ຊຶ່ງ ໃນປັດຈຸບັນ ຊາວບ້ານ ຍັງລໍຖ້າ ຄຳຕອບ ຈາກໂຄງການ ນີ້ຢູ່. ດັ່ງ ທ່ານກ່າວ ໃນ ຕອນນື່ງວ່າ:

"ກໍຖືວ່າຫມັ້ນໃຈ ປະມານ 70 ເປີເຊັນ ຂຶ້ນໄປ ຜ່ານມາ ຊາວບ້ານ ໄດ້ສເນີວ່າ ໃຫ້ມີການຊ່ອຍ ເປັນຕົ້ນແມ່ນ ນ້ຳລິນບໍ ໂຮງຮຽນບໍ ສຸຂສາລາບໍ ກອງທຶນ ພັທນາ ບ້ານເນາະ ຜ່ານມາ ເພິ່ນສເນີ ແບບນີ້ເນາະ ແຕ່ວ່າ ໃນຣະຍະນີ້ ທາງໂຄງການ ເພິ່ນກໍຍັງ ບໍ່ໃຫ້ຄຳຕອບ ເທື່ອ ເພິ່ນວ່າ ຂໍຄິດໃຫ້ດີ".

ທ່ານກ່າວຕື່ມວ່າ ຊາວບ້ານ ທີ່ບ້ານນາປາ ຕ້ອງການ ຢາກໃຫ້ ເຈົ້າຫນ້າທີ່ ເຂື່ອນ ເຂົ້າມາໂອ້ລົມ ກັບ ພວກຂະເຈົ້າ ອີກ ເພື່ອຄວາມ ກະຈ່າງແຈ້ງ ໃນການໃຫ້ ຄ່າຊົດເຊີຍ ກ່ອນຈະເລີ້ມ ສ້າງເຂື່ອນ ຍ້ອນວ່າ ຊາວບ້ານ ຍັງບໍ່ໄດ້ ຮັບຂໍ້ມູນ ຂ່າວສານ ຈາກ ໂຄງການ ນີ້ ຫຼາຍປານໃດ.

ໃນຂນະດຽວກັນ ຊາວບ້ານ ທີ່ ບ້ານຫ້ວຍລໍ ຊຶ່ງເປັນອີກ ບ້ານນຶ່ງ ທີ່ຈະໄດ້ຮັບ ຜົລກະທົບ ຈາກ ເຂື່ອນ ປາກແບງ ກໍເວົ້າວ່າ ໃນ ປັດຈຸບັນ ຊາວບ້ານ ບ້ານຫ້ວຍລໍ ຍັງບໍ່ຮູ້ ກ່ຽວກັບ ໂຄງການ ເຂື່ອນປາກແບງ ຍ້ອນບໍ່ມີ ຫນ່ວຍງານໃດ ເຂົ້າມາ ໂອ້ລົມ ກັບ ຊາວບ້ານ ກ່ຽວກັບ ຜົລກະທົບ ຈາກ ໂຄງການນີ້:

"ບໍ່ທັນມີຜູ້ໃດ ລົງມາລົມ ຍັງບໍ່ມີຜູ້ໃດ ລົງມາ ຣາຍງານວ່າ ຈະເຮັດຖືກ ຜົລກະທົບ ແນວນັ້ນ ແນວນີ້ ລັກສນະ ວ່າ ເພິ່ນຈະສ້າງ ເຂື່ອນ ໄຟຟ້າ ຫລືວ່າ ແນວໃດ ກໍດີໃຈ ຢູ່ ຄັນວ່າເພິ່ນ ຈະສ້າງເຂື່ອນ ໄຟຟ້າ ຫລື ດືງ ໄຟຟ້າ ເຂົ້າມາບ້ານ ກໍດີໃຈ ຢູ່ ກໍຍັງມີ ຈຳນວນນຶ່ງ ຍັງບໍ່ທັນ ໄດ້ໃຊ້".

ອີງຕາມຣາຍງານ ຈາກ ທາງການລາວ ໂຄງການ ເຂື່ອນ ປາກແບງ ຈະເລີ້ມ ລົງມື ສ້າງ ໃນປີ 2017 ຈະເປັນເຂື່ອນ ນ້ຳລົ້ນ ແລະ ເຂື່ອນນ້ຳຂອງ ແຫ່ງ ທີສາມ ຂອງລາວ ຈະມີກຳລັງ ຜລິດໄຟຟ້າ ປະມານ 912 ເມກາວັດ ສ້າງໂດຍ ບໍຣິສັດ ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.