ຊາວບ້ານໂຍກຍ້າຍຈາກເຂື່ອນ ມີບັນຫາ ຄອງຊີພ

ຊາວບ້ານ ທີ່ຖືກຍ້າຍ ຈາກພື້ນທີ່ ໂຄງການ ສ້າງເຂື່ອນ ເຊກອງ4 ເມືອງກະລຶມ ຂາດເຂີນ ອາຫານ ການກິນ.

ເດັກນ້ອຍຍິງຊາຍ ໃນແຂວງເຊກອງ Flickr Photo Sharing

 

ຊາວບ້ານ ທີ່ຍ້າຍໄປຢູ່ບ້ານຈັດສັນໃໝ່ ຂອງໂຄງການເຂື່ອນເຊກອງ4 ເມືອງກະລຶມ ແຂວງເຊກອງ ປັດຈຸບັນ ຕ້ອງການຄວາມຊ່ວຍເຫລືອ ດ້ານອາຫານກາຍກິນ ຍ້ອນວ່າ ຕັ້ງແຕ່ຍ້າຍມາ ຢູ່ບ້ານໃໝ່ ທີ່ທາງການຈັດສັນໃຫ້ນີ້ພວກຕົນຍັງບໍ່ສາມາດປູກຝັງຫຍັງໄດ້ເທື່ອ ຈຶ່ງເຮັດໃຫ້ ຂາດເຂີນ ອາຫານການກິນ. ດັ່ງຊາວບ້ານ ຄົນນຶ່ງ ບອກກັບ ເອເຊັຽເສຣີ ໃນວັນທີ່ 10 ກັນຍາ ນີ້ວ່າ:

"ຫາດວີ ກັບບ້ານຕຣາ ສະພາບການເປັນຢູ່ ຂອງຊາວບ້ານ ດຽວນີ້ກໍມີຂໍ້ຫຍຸ້ງຍາກ ດ້ານສະບຽງອາຫານ ເພາະມັນບໍ່ທ່ວງບໍ່ທັນ ເຂົາເຈົ້າກໍ ໄດ້ສະເໜີທາງແຂວງທາງເມືອງ ໃຫ້ຊ່ວຍ ດ້ານອາຫານ ເປັນຕົ້ນເຂົ້າ".

ບ້ານຫາດວີ ກັບບ້ານຕຣາ ເມື່ອກ່ອນຕັ້ງຢູ່ ບໍຣິເວນໃກ້ໆ ໂຄງການສ້າງເຂື່ອນ ເຊກອງ4 ມີປະຊາຊົນ 129 ຄອບຄົວ ເວລານີ້ ຍ້າຍມາຢູ່ ບ້ານທົ່ງແຄນ ບ້ານຈັດສັນໃໝ່. ເມື່ອເດືອນກຸມພາຜ່ານມາທາງການສັນຍາວ່າຈະຊ່ວຍເຫລືອ ສະບຽງອາຫານສໍາລັບ 6 ເດືອນ ແລະຈັດຫາ ທີ່ດິນສໍາລັບປູກຝັງ. ດຽວນີ້ຄົບ 6 ເດືອນແລ້ວ ຣັຖບານກໍເຊົາ ໃຫ້ການຊ່ວຍເຫລືອ ແຕ່ທີ່ດິນ ສໍາລັບປູກຝັງ ບໍ່ທັນມີ ໃຫ້ເທື່ອ.

ເຂື່ອນເຊກອງ4 ມີກໍາລັງຜລິດໄຟຟ້າ ຂນາດ 600 ເມກາວັດ. ເມື່ອມີການ ເປີດໃຊ້ເຂື່ອນແລ້ວ ຄາດວ່າຈະເກີດນໍ້າຖ້ວມ ຢູ່ເຂດເມືອງກະລຶມ ແລະເມືອງລະມາມ ຊຶ່ງຈະມີຜົນ ກະທົບໃສ່ ປະຊາຊົນ 4,000 ກ່ວາຄົນ. ປະຊາຊົນຈຶ່ງຕ້ອງໄດ້ຍ້າຍອອກຈາກ ບໍຣິເວນ ນໍ້າຈະຖ້ວມ ແລະ ໄປຢູ່ ເມືອງກະລຶມ ໃໝ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org