ຊາວໄທວ່າລາວຄວນທົບທວນ ເຂື່ອນ ໄຊຍະບູຣີ
2014.10.16

ຊາວບ້ານ ໄທ ຟ້ອງຮ້ອງ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດ ໄທ ຫຼື ກຟຜ ຕໍ່ ສານປົກຄອງ ໄທ ໃຫ້ ຍົກເລີກ ສັນຍາ ຊື້ ໄຟ ຟ້າ ຈາກ ໂຄງການ ເຂື່ອນ ໄຊຍະບູຣີ. ຕາມການ ເປີດເຜີຍ ຂອງ ນາງ ສໍລັດຕະນະມະນີ ພົນກ້າ ທະນາຍຄວາມ ທີ່ ເປັນ ຕົວແທນ ຊາວບ້ານ ຊຶ່ງເວົ້າວ່າ ຫາກ ສານຕັດສິນ ວ່າ ກຟຜ ມີຄວາມຜິດ ໜ້າຈະສົ່ງ ຜົນໃຫ້ ທາງ ການລາວ ທົບທວນ ວ່າຈະ ສ້າງ ເຂື່ອນ ໄຊຍະບູຣີ ຕໍ່ໄປ ຫລືບໍ່:
"ນາງວ່າ ຂະບວນການ ຕາມສັນຍາ ຊື້ຂາຍ ໄຟຟ້າ ຂັ້ນຕອນ ຕ່າງໆ ມັນຍັງ ບໍ່ທັນ ໄດ້ກ້າວ ໄປເຖິງໃສ ມັນເປັນພຽງ ແຕ່ເຣຶ່ອງ ຂອງ ການຕົກລົງ ເທົ່ານັ້ນ ດັ່ງນັ້ນ ຈຶ່ງ ເຊື່ອວ່າ ໜ້າຈະມີ ຄໍາສັ່ງ ຄຸ້ມຄອງ ໄດ້ ແລ້ວ ກໍຈະມີ ຜົນ ໄປເຖິງ ການເຮັດໃຫ້ ຣັຖບານ ລາວ ມີຄວາມ ກັງວົນ ນໍາຜູ້ທີ່ ຈະຊື້ ໄຟຟ້າ ແລະ ຄິດວ່າ ຈະເຮັດ ໃຫ້ທັງ ຣັຖບານ ລາວ ແລະ ທັງ ບໍຣິສັດ ເອກກະຊົນ ທີ່ໄປ ກໍ່ ສ້າງ ນັ້ນ ທົບທວນ ເຣຶ່ອງ ການ ກໍ່ສ້າງ ເຂື່ອນ ໄຊຍະບູຣີ ນີ້ ຄືນໃໝ່".
ນາງເວົ້າ ຕໍ່ໄປວ່າ ຖ້າສານໄທ ຕັດສິນ ໃຫ້ໂຈະ ການກໍ່ສ້າງ ຫລື ຍົກເລີກ ສັນຍາ ຊື້ ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ນັ້ນ ໜ້າ ຈະ ເຮັດໃຫ້ ທາງ ການລາວ ທົບທວນ ເຣຶ່ອງການ ກໍ່ສ້າງ ເຂື່ອນ ນັ້ນ ຄືນໃໝ່ ແລະ ຖ້າ ສານ ຕັດສິນ ໃຫ້ມີ ຄໍາສັ່ງ ຄຸ້ມຄອງ ຄະດີ ເຂື່ອນ ໄຊຍະບູຣີ ຕາມທີ່ ຊາວບ້ານໄທ ຮ້ອງຂໍ ນາງ ເຊື່ອວ່າ ທະນາຄານ ໄທ 6 ແຫ່ງ ທີ່ ໃຫ້ເງິນກູ້ ແກ່ ໂຄງການ ນັ້ນ ຈະກັບມາ ທົບທວນ ວ່າ ຈະໃຫ້ທຶນ ກໍ່ ສ້າງ ຕໍ່ໄປ ຫຼືບໍ່.
ສໍາລັບ ຂັ້ນຕອນ ຕໍ່ໄປ ທີ່ ສານປົກຄອງ ໄທ ຈະ ດໍາເນີນການ ຄື ຈະນໍາເອົາ ຄໍາຮ້ອງຟ້ອງ ຂອງ ຊາວບ້ານ ໄທ ໄປໃຫ້ ກຟຜ ເພື່ອໃຫ້ ຊີ້ແຈງ ກ່ຽວກັບ ຂໍ້ກ່າວຫາ ຫລັງຈາກ ນັ້ນ ສານຈະໄດ້ ກໍານົດ ວັນເວລາ ພິຈາຣະນາ ຄະດີ ໂດຍ ຈະຮຽກທັງ 2 ຝ່າຍ ຄື ຊາວບ້ານ ແລະ ກຟຜ ມາຊີ້ແຈງ ຕໍ່ໜ້າສານ ອີກຄັ້ງນຶ່ງ. ຊາວບ້ານ ໄທ ແລະ ທະນາຍຄວາມ ເວົ້າວ່າ ບໍ່ວ່າສານ ຈະຕັດສິນ ແນວໃດ ກໍຈະ ຕໍ່ສູ້ ຄັດຄ້ານ ການກໍ່ ສ້າງ ເຂື່ອນ ໄຊຍະບູຣີ ນັ້ນ ຕໍ່ໄປ.
ເຂື່ອນ ໄຟຟ້າ ໄຊຍະບູຣີ ຂນາດ 1,285 MW ທີ່ຈະໃຊ້ ທຶນ ກໍ່ສ້າງ 3,500 ກວ່າ ລ້ານ ໂດລາ ຊຶ່ງ ບໍຣິສັດ ຊ. ການຊ່າງ ຂອງໄທ ເລີ່ມ ກໍ່ສ້າງ ມາແຕ່ປີ 2012 ນັ້ນ ໄດ້ໂຍກຍ້າຍ ປະຊາຊົນ ໃນເຂດນັ້ນ ໄປ ແລ້ວ 2,000 ກວ່າ ຄົນ.