ເຂື່ອນແມ່ນໍ້າຂອງປາກແບງ
2015.12.07
ໂຄງການ ເຂື່ອນ ໄຟຟ້າ ປາກແບງ ເປັນ ໂຄງການ ເຂື່ອນ ແຫ່ງທີ 3 ທີ່ ຈະສ້າງກັ້ນ ແມ່ນ້ຳຂອງ ທີ່ ບ້ານປາກເຍັຽ ເມືອງ ປາກແບງ ແຂວງ ອຸດົມໄຊ ຂອງລາວ ທີ່ ບໍຣິສັດ ຕ້າຖັງ ອິນເຕີເນເຊິນແນນ ຂອງຈີນ ເປັນ ຜູ້ລົງທຶນ ທັງໝົດ. ປັດຈຸບັນ ມີການ ສ້າງທາງ ເຂົ້າເຂດ ທີ່ ຈະສ້າງ ເຂື່ອນ ແລະ ເກັບກຳ ຂໍ້ມູນ ກ່ຽວກັບ ຜູ້ ທີ່ຈະໄດ້ຮັບ ຜົລກະທົບ ນັ້ນແລ້ວ, ແຕ່ຍັງ ບໍ່ມີການ ເປີດເຜີຍ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ປົກຄອງ ເມືອງ ປາກແບງ ເວົ້າ ໃນວັນທີ 4 ທັນວາ 2015 ນີ້ວ່າ:
"ໂຄງການ ຂະເຈົ້າເຮັດ ທາງເຂົ້າໄປ ຫາ ຈຸດນັ້ນ ຊື່ໆ ສ່ວນການ ໂຍກຍ້າຍ ນັ້ນ ຈະມີທິມງານ ນຶ່ງ ຕ່າງຫາກ ນະ ກໍຍັງບໍ່ໄດ້ ຈັດຕັ້ງ ປະຕິບັດ ເທື່ອ ມີແຕ່ ເກັບກຳຂໍ້ມູນ ເບື້ອງຕົ້ນ, ເວົ້າຊື່ໆ".
ເມື່ອຮູ້ຜົລ ຂອງ ການສຳຣວດ ແລະ ສຶກສາ ເຖິງ ຜົລກະທົບ ທີ່ຈະເກີດ ຈາກ ເຂື່ອນ ນັ້ນແລ້ວ ທາງ ບໍຣິສັດ ຕ້າຖັງ ຂອງຈີນ ກໍຈະເອົາ ໄປຜ່ານ ຣັຖບາລ ສປປລາວ ແລະ ໄດ້ມີການ ຊີ້ແຈງ ໃຫ້ ປະຊາຊົນ ເມືອງ ປາກແບງ ຮູ້ແລ້ວ ແຕ່ຍັງ ບໍ່ທັນໄດ້ ເປີດເຜີຍ ຣາຍລະອຽດ ໃຫ້ ສາທາຣະນະຊົນ ຮູ້ເທື່ອ. ດັ່ງທ່ານ ກ່າວວ່າ:
"ຂອງໂຄງການ ຂະເຈົ້າ ຈະ ຜ່ານໝົດແລ້ວ ຈະຜ່ານ ຣັຖບາລ ຣັຖບາລ ຂະເຈົ້າ ຈະອະນຸຍາດ ວ່າ ມີຜົລກະທົບ ແນວໃດບໍ່ ສ່ວນ ຣາຍລະອຽດ ແທ້ ກະ ເຮົາກໍເວົ້າ ຫຼາຍໄປ ມັນກໍສິ ບໍ່ຖືກຕ້ອງ ນະ".
ບໍຣິສັດ ຕ້າຖັງ ອິນເຕີເນເຊິນແນນ ຂອງຈີນ ໄດ້ລົງນາມ ໃນບັນທຶກ ຄວາມເຂົ້າໃຈ ກັນກັບ ຣັຖບາລລາວ ກ່ຽວກັບ ໂຄງການ ເຂື່ອນ ປາກແບງ ເມື່ອວັນທີ 29 ສິງຫາ 2007. ໂຄງການນີ້ ມີມູນຄ່າ 1,880 ລ້ານ ໂດລາ ສະຫະຣັຖ ແລະ ມີກຳລັງ ການຜລິດ ກະແສ ໄຟຟ້າ 1,132 ເມກາວັດ.
ຂ່າວວ່າ ໂຄງການ ເຂື່ອນ ປາກແບງ ນີ້ ອາຈສົ່ງ ຜົລກະທົບ ຕໍ່ພື້ນທີ່ ທຳມາຫາກິນ ແລະ ທີ່ຢູ່ອາສັຍ ຂອງ ປະຊາຊົນ ທັງສອງ ຟາກຝັ່ງ ແມ່ນ້ຳຂອງ ທັງສອງ ປະເທດ ລາວແລະໄທ; ຝັ່ງລາວ 16 ບ້ານ ແລະ ຝັ່ງໄທ 11 ບ້ານ. ນອກຈາກ ຕໍ່ ປະຊາຊົນ 27 ບ້ານ ແລ້ວ ຍັງຈະສົ່ງ ຜົລກະທົບ ຕໍ່ການຂຶ້ນລ່ອງ ຂອງ ໝູ່ປາ, ຕໍ່ ການປະມົງ, ການຂົນສົ່ງ ໂດຍສານ ທາງເຮືອ ແລະ ການທ່ອງທ່ຽວ ນຳດ້ວຍ.