ໂຄງການສ້າງເຂື່ອນນ້ຳງຽບ 1
2014.05.13
,/p>
ເຈົ້າຫນ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ເວົ້າວ່າ ໂຄງການ ເຂື່ອນ ໄຟຟ້າ ນ້ຳງຽບ1 ທີ່ ຈະສ້າງ ຢູ່ ແຂວງ ໄຊສົມບູນ ແລະ ແຂວງ ບໍຣິຄຳໄຊ ນັ້ນ ຄາດວ່າ ຈະມີ ປະຊາຊົນ 25 ບ້ານ ຈະໄດ້ຮັບ ຜົລກະທົບ ທາງ ໂຄງການ ຈະໄດ້ ໂຍກຍ້າຍ ປະຊາຊົນ ກຸ່ມນີ້ ອອກຈາກ ພື້ນທີ່ ໃນ ອະນາຄົດ:
"ກຳລັງ ເຊັນສັນຍາ ກໍ່ສ້າງ ກຳລັງ ບຸກເບີກ ຕົວຕັ້ງ ເຂື່ອນ ເນາະ ຢູ່ບ້ານ ຫາດຍື່ນ ເມືອງ ບໍຣິຄັນ ຜົລກະທົບ ຢູ່ ເມືອງ ທ່າໂທມ ກັບ ເມືອງຮົ່ມ".
ທ່ານກ່າວ ຕຶ່ມວ່າ ໃນ ປັດຈຸບັນ ໂຄງການ ເຂື່ອນ ນ້ຳງຽບ1 ຢູ່ໃນ ຂັ້ນຕອນ ການ ບຸກເບີກ ພຶ້ນທີ່ ການ ກໍ່ສ້າງ ແລະ ກຳລັງ ສົ່ງ ເຈົ້າຫນ້າທີ່ ໄປ ເກັບກຳ ຂໍ້ມູນ ຜົລ ກະທົບ ແລະ ຊາວບ້ານ ທີ່ ຈະຖືກ ໂຍກຍ້າຍ ທາງ ໂຄງການ ຈະ ມີການ ປະຊຸມ ເພື່ອ ສລຸບ ຄ່າຊົດເຊີຍ ແລະ ການ ຊ່ອຍເຫລືອ.
ໂຄງການ ເຂື່ອນ ນ້ຳງຽບ1 ຈະຕັ້ງຢູ່ ບ້ານ ຫາດຍື່ນ ເມືອງ ບໍຣິຄັນ ແຂວງ ບໍຣິຄຳໄຊ ຄາດວ່າ ຈະ ສາມາດ ຜລິດໄຟຟ້າ ໄດ້ ປະມານ 260 ເມກາວັດ ຈະໃຊ້ ງົບປະມານ ໃນການ ກໍ່ສ້າງ 600 ລ້ານ ໂດລາ ໂດຍການ ຮ່ວມທຶນ ຣະຫວ່າງ ບໍຣິສັດ ໄຟຟ້າ ຄັນໄຊ, ຣັຖບານ ຍີ່ປຸ່ນ, ການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດ ໄທ ແລະ ຣັຖວິສາ ຫະກິດ ໄຟຟ້າ ລາວ. ໄຟຟ້າ ສ່ວນໃຫຍ່ ເມື່ອ ສ້າງແລ້ວ ຈະຂາຍໃຫ້ ໄທ ແລະ ໃຊ້ ພາຍໃນ ປະເທດ ພຽງ ເລັກນ້ອຍ ຄາດວ່າ ຈະສ້າງ ສຳເຣັດ ໃນປີ 2019.
ພື້ນທີ່ ຈະສ້າງເຂື່ອນ ໄຟຟ້າ ນ້ຳງຽບ1 ກວມເອົາ ປ່າໄມ້ ແລະ ບ້ານເຮືອນ ຂອງ ປະຊາຊົນ ກວ່າ 6500 ເຮັກຕາ ໃນເຂດ ເມືອງຮົ່ມ ແລະ ເມືອງ ທ່າໂທມ ແຂວງ ໄຊສົມບູນ ແລະ ແຂວງ ບໍຣິຄຳໄຊ ແຕ່ ຣັຖບານ ແລະ ທາງ ໂຄງການ ຈະຈ່າຍ ຄ່າ ຊົດເຊີຍ ຢ່າງ ສົມເຫດ ສົມຜົລ.
ນັກຊ່ຽວຊານ ເວົ້າວ່າ ໂຄງການ ພັທນາ ຕ່າງໆ ໃນລາວ ເຊັ່ນການ ສ້າງເຂຶ່ອນ ສ່ວນໃຫຍ່ ຈະສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ວິຖີ ຊີວິດ ການ ເປັນຢູ່ ຂອງ ປະຊາຊົນ.