ກອງປະຊຸມຫາລືເຂື່ອນ ປາກແບງ
2017.02.23
ຄນະກັມມາທິການ ແມ່ນ້ຳຂອງ ແອັມອາຣຊີ ຈັດກອງປະຊຸມ ປຶກສາຫາລື ເຣຶ່ອງໂຄງການ ສ້າງເຂື່ອນ ປາກແບງ ຊຶ່ງ ເປັນເຂື່ອນ ຂນາດ 912 ເມກາວັດ ໃນແມ່ນ້ຳຂອງ ຢູ່ແຂວງອຸດົມໄຊ ຂອງລາວ ຂຶ້ນຢູ່ ເມືອງຫຼວງພຣະບາງ ໃນວັນທີ 22 ແລະ 23 ກຸມພາ 2017 ນີ້.
Dr. Pham Tuan Phan ຄນະບໍຣິຫານ ກອງເລຂາ ຄນະກັມມາທິການ ແມ່ນໍ້າຂອງ ກ່າວຕ້ອນຮັບແຂກ ໂດຍເນັ້ນເຖິງ ຄວາມສຳຄັນ ຂອງ ກອງປະຊຸມ ນັ້ນວ່າ ເປັນໂອກາດ ສໍາລັບ ບັນດາກຸ່ມ ທີ່ມີສ່ວນຮ່ວມ ຈະໄດ້ປຶກສາຫາລື ຫຼາຍບັນຫາ ຊຶ່ງກ່ຽວຂ້ອງ ກັບວຽກງານ ຂອງ ແອັມອາຣຊີ ທີ່ຕ່າງຝ່າຍຕ່າງ ໃຫ້ຄວາມສົນໃຈ. ດັ່ງທີ່ທ່ານກ່າວວ່າ:
"ນີ້ເປັນໂອກາດ ປຶກສາຫາລືກັນ ເພື່ອຄວາມເຂົ້າໃຈ ຫຼາຍຂຶ້ນ ເຖິງບົດບາດ ແລະ ພາລະໜ້າທີ່ ຂອງພວກທ່ານ ແລະ ສໍາລັບພວກເຮົາ ແມ່ນຮັບຟັງ ຄວາມກັງວົນ ຂອງພວກທ່ານ ເພື່ອ ນຳໄປປະຕິບັດ ຫາກສາມາດ ເຮັດໄດ້".
ໃນກອງປະຊຸມ 2 ວັນນີ້ ຈະເນັ້ນໃສ່ວຽກງານ ສໍາຄັນ 2 ຢ່າງ ຄືການສຶກສາ ຮອບດ້ານ ກ່ຽວກັບ ວຽກງານ ບໍຣິຫານ ແລະ ການພັທນາ ແມ່ນໍ້າຂອງ ຮວມທັງ ເຂື່ອນໄຟຟ້າ ໃນແມ່ນໍ້າ ສາຍຫລັກ ຫລື ທີ່ເອີ້ນກັນວ່າ The Study Council ແລະ ວຽກງານ ຂອງໂຄງການ ເຂື່ອນປາກແບງ.
ແລະ ໃນພິທີເປີດກອງປະຊຸມ ທ່ານ ສົມມາດ ພົນເສນາ ຣັຖມົນຕຣີ ກະຊວງ ຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ສປປລາວ ໄດ້ ກ່າວຕອນນຶ່ງວ່າ:
"ຖືເປັນກຽດສໍາລັບ ສປປລາວ ທີ່ໄດ້ເປັນເຈົ້າພາບ ກອງປະຊຸມ ຂອງຜູ້ມີ ສ່ວນໄດ້ສ່ວນເສັຽ ຣະດັບພາກພື້ນ ເພື່ອແຈ້ງ ໃຫ້ບັນດາທ່ານຊາບ ເຖິງຄວາມຄືບໜ້າ ການດໍາເນີນງານ ສໍາຄັນຕ່າງໆ ຂອງ ແອັມອາຣຊີ ໂດຍສະເພາະ ເຣື່ອງການ ປຶກສາຫາລື ກ່ຽວກັບ ໂຄງການເຂື່ອນ ປາກແບງ ແລະ The Study Council. ພວກທ່ານ ຢາກໄດ້ຍິນ ຄວາມຄິດເຫັນ ຄວາມກັງວົນ ແລະ ຄໍາແນະນໍາ ທີ່ ຈະຈູງໂຄງການ ທີ່ໄດ້ນໍາສເນີ ໄປນັ້ນ ໃຫ້ດີຂຶ້ນ".
ຕໍ່ມາ ທ່ານ ອະນຸລັກ ກິດຕິຄຸນ ຫົວໜ້າ ດ້ານຍຸທສາດ ແລະ ເຈົ້າໜ້າທີ່ ຄູ່ຮ່ວມມື ຂອງ ແອັມອາຣຊີ ກໍໄດ້ມີ ຄຳເຫັນກ່ຽວກັບ ການມີ ສ່ວນຮ່ວມ ຂອງຜູ້ມີ ສ່ວນໄດ້ສ່ວນເສັຽ ຊຶ່ງທ່ານ ເວົ້າເຖິງຫລັກການ, ກົນໄກ ແລະ ຂະບວນການຕ່າງໆ ຮວມທັງ The Council Study ແລະ ເຂື່ອນປາກແບງ ນໍາດ້ວຍ.
ຫລັງຈາກນັ້ນ ກໍມີຣາຍງານ ຈາກພາກສ່ວນຕ່າງໆ ກ່ຽວກັບ ຜົລໄດ້ຜົນເສັຽ ຖ້າມີການ ສ້າງ ເຂື່ອນປາກແບງ, ມູນຄ່າ 2,000 ປາຍ ລ້ານໂດລາ ສະຫະຣັຖ ນີ້ຂຶ້ນ. ຜົນເສັຽ ທີ່ວ່ານັ້ນ ມີຮວມທັງ ຜົນກະທົບ ທາງດ້ານ ຊັພຍາກອນ ອຸທົກວິທຍາ ແລະນ້ຳ ຕລອດເຖິງ ການປ່ຽນແປງ ຂອງສະພາບ ດິນຟ້າອາກາດ, ຜົນກະທົບ ຕໍ່ຣະບົບນິເວດ ແລະ ຊັພຍາກອນ ຊີວະພາບ, ຜົນກະທົບ ທາງດ້ານ ເສຖກິດແລະສັງຄົມ.
ຕາມຣາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ ຂອງລາວ ທີ່ເຜີຍແພ່ ກ່ອນໜ້ານີ້ວ່າ ເຂື່ອນປາກແບງ ຈະຖືກສ້າງ ໃນແມ່ນ້ຳຂອງ ຢູ່ທາງໃຕ້ ເມືອງປາກແບງ ປະມານ 14 ກິໂລແມັດ ແລະ ຢູ່ທາງເໜືອ ຂອງເມືອງ ຫຼວງພຣະບາງ ປະມານ 100 ກິໂລແມັດ, ຢູ່ຣະຫວ່າງ ນ້ຳແບງ ໄຫລລົງນ້ຳຂອງ.
ກຸ່ມບໍຣິສັດ ລົງທຶນ Datang Overseas Investment ຂອງຈີນ ທີ່ຄາດວ່າ ຈະເລີ້ມກໍ່ສ້າງ ເຂື່ອນນີ້ ໃນທ້າຍປີ 2017 ນັ້ນ ໄດ້ລົງນາມ ໃນບັນທຶກ ຄວາມເຂົ້າໃຈກັນ ກັບທາງການ ລາວ ເມື່ອເດືອນ ສິງຫາ 2007. ຜົລການສຶກສາ ເບື້ອງຕົ້ນ ໄດ້ຮັບ ອະນຸມັດ ຈາກ ຣັຖບານລາວ ເມື່ອເດືອນ ມິນາ 2014 ແລະ ໂຄງການ ເຂື່ອນນີ້ ໄດ້ເລີ້ມເຂົ້າສູ່ ຂະບວນການ ປຶກສາຫາລື ລ່ວງໜ້າ ກັບ ສະມາຊິກ ຄນະກັມມາທິການ ແມ່ນ້ຳຂອງ ປະເທດອື່ນໆ ຊຶ່ງ ເຄືອຂ່າຍ ແມ່ນ້ຳສາກົນ ເວົ້າວ່າ ເຂື່ອນປາກແບງ ກຳລັງຈະທຳລາຍ ຣະບົບ ແມ່ນ້ຳຂອງ.
ຫລັງກອງປະຊຸມ ຄືໃນວັນທີ 24 ກຸມພາ ຈະມີການເດີນທາງ ຢ້ຽມເຂດ ເຂື່ອນ ໄຊຍະບູຣີ ທີ່ສ້າງໄດ້ 70 ປາຍເປີເຊັນ ແລະກໍຈະ ເປັນເຂື່ອນ ທີ່ທາງການລາວ ເວົ້າວ່າ ຈະເອົາເປັນ ຕົວຢ່າງ ມາຕຖານ ໃນການສ້າງ ເຂື່ອນປາກແບງ.