ຂເມນລາວໄທວຽດນາມ ພົບກັນບັນຫາເກົ່າ

4 ປະເທດ ແມ່ນ້ຳຂອງ ຈະປຶກສາ ຫາລືກັນຕື່ມ ກ່ຽວກັບ ຜົລກະທົບ ຈາກໂຄງການ ເຂື່ອນ ໄຊຍະບູຣີ.

ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ດໍາເນີນໄປ ສຶກສາໄປນໍາ Flicker sharing

ທ່ານ Hans Guttman ປະທານ ຄະນະກັມມະທິການ ແມ່ນ້ຳຂອງ ກ່າວວ່າ ສີ່ປະເທດ ສະມາຊິກ ອົງການ ແມ່ນ້ຳຂອງ ອັນໄດ້ແກ່ ລາວ ໄທ ວຽດນາມ ແລະ ກຳພູຊາ ຈະໄດ້ປຶກສາ ຫາລືກັນ ໃນການລຸດຜ່ອນ ຫລືປ້ອງກັນ ຜົລກະທົບ ທີ່ອາດຈະເກີດຂື້ນ ຈາກໂຄງການ ເຂື່ອນ ໄຊຍະບູຣີ ຕື່ມອີກ ຫລັງຈາກ ທີ່ມີຫລາຍ ປະເທດ ສະແດງໂຕ ອອກມາຄັດຄ້ານ ການກໍ່ສ້າງ ເຂື່ອນ ດັ່ງກ່າວ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ສີ່ປະເທດເຂົາ ຈະປະສານງານ ແລະ ສຶກສາຕໍ່ ໃນເລື້ອງ ການຫລຸດລົງ ຂອງຜົລກະທົບ ຫລືບໍ່ໃຫ້ມີ ຜົລກະທົບ ເລີຍ ປະເທດລາວ ເຂົາບອກມາແລ້ວວ່າ ເປັນເລື້ອງທີ່ ຈະປຶກສາກັນ ຫລື ສຶກສາ ໂຄງການ ໄຊຍະບູຣີ ໃຫ້ເປັນໂຄງການ ທີ່ດີທີ່ສຸດ ໃນການສ້າງ ເຂື່ອນໄຟຟ້າ ໃນອະນາຄົດ".

ທ່ານກ່າວ ຕໍ່ສື່ມວນຊົນໄທ ວ່າ ອົງການ ແມ່ນ້ຳຂອງ ຫລື MRC ບໍ່ແມ່ນ ຜູ້ມີອຳນາດ ໃນການ ອະນຸຍາດ ໃຫ້ສ້າງເຂື່ອນ ໄຊຍະບູຣີ ແຕ່ແມ່ນເປັນ ຜູ້ຈັດການ ການປຶກສາ ຫາລື ແລະ ນຳເອົາຂໍ້ມູນ ຄຳຮຽກຮ້ອງ ຮ່ວມທັງ ຂໍ້ສເນີແນະ ຂອງ ປະເທດ ສະມາຊິກອື່ນໆ ມາສເນີຕໍ່ ຣັຖບານລາວ ມີແຕ່ ຣັຖບານລາວ ເທົ່ານັ້ນ ເປັນຜູ້ ມີອຳນາດ ໃນການຕັດສີນໃຈ ວ່າຈະສ້າງ ຫລືບໍ່ ຊື່ງຣັຖບານລາວ ກໍໄດ້ດຳເນີນ ການກໍ່ສ້າງ ມາແລ້ວ ແຕ່ວັນທີ 7 ພຶສຈິກາ 2012.

ສ່ວນແຜນການ ທີ່ ຣັຖບານລາວ ຈະສ້າງເຂື່ອນ ໃສ່ນ້ຳຂອງ ເຂື່ອນອື່ນໆນັ້ນ ທ່ານວ່າ ໃນປັດຈຸບັນ ທາງ MRC ຍັງບໍ່ໄດ້ຮັບ ຂໍ້ມູນ ຈາກຣັຖບານລາວ ເທື່ອ ແຕ່ຖ້າຫາກ ຣັຖບານລາວ ສເນີ ໂຄງການມາ ພວກຕົນ ກໍຈະປຶກສາ ຫາລືກັນ ແບບດຽວກັບ ໂຄງການເຂື່ອນ ໄຊຍະບູຣີ ທີ່ເຄີຍເຮັດ ຜ່ານມາ. ໃນຂະນະດຽວກັນ ທາງການລາວ ກໍໃຫ້ ສັນຍາວ່າ ຈະເປີດເຜີຍຂໍ້ມູນ ໃນການອອກແບບ ເຂື່ອນ ໄຊຍະບູຣີ ໃຫມ່ ໃຫ້ສະມາຊິກ ອົງການ ແມ່ນ້ຳຂອງ ໄດ້ຮູ້ນຳ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org