ເຂື່ອນໃນນໍ້າຂອງຈະສ້າງຄວາມ ແຕກແຍກ

ນັກຮັກສາ ສິ່ງແວດລ້ອມ ຂອງໄທ ກ່າວວ່າ ການສ້າງ ເຂື່ອນ ໄຟຟ້າ ໃສ່ ແມ່ນໍ້າຂອງ ຫຼາຍໆ ແຫ່ງ ຂອງລາວ ຈະເຮັດໃຫ້ ລາວ ມີ ຂໍ້ຂັດແຍ້ງ ກັບ ປະເທດ ໃກ້ຄຽງ.

ທ່ານ ວິທູນ ເພີ້ມວົງສາຈະເຣີນ ນັກພັທນາ ດ້ານ ສິ່ງແວດລ້ອມ ໃນໄທ RFA

 

ນັກຮັກສາສິ່ງແວດລ້ອມຂອງໄທ ກ່າວວ່າການສ້າງເຂື່ອນໄຟຟ້າໃສ່ແມ່ນໍ້າຂອງຫຼາຍໆແຫ່ງຂອງລາວ ຈະເຮັດໃຫ້ລາວມີຂໍ້ຂັດແຍ້ງກັບປະເທດ ໃກ້ຄຽງ. ທ່ານ ວິທູນ ເພີ້ມ ພົງຈະເຣີນ ນັກຮັກສາສະພາບແວດລ້ອມຊາວໄທ ແລະ ເປັນຜູ້ອໍານວຍການ ໂຄງການພະລັງງານ ເພື່ອນິເວດ ວິທຍາໃນເຂດລຸ່ມແມ່ນໍ້າຂອງກ່າວກັບນັກຂ່າວຂອງພວກເຮົາ ໃນບໍ່ດົນຜ່ານມາວ່າທາງການລາວ ມີໂຄງການສ້າງເຂື່ອນໄຟຟ້າໃສ່ແມ່ນໍ້າຂອງ ເຖິງ ເກົ້າແຫ່ງແລະໂຄງການເຫລົ່ານີ້ ຈະພາໃຫ້ເກີດຂໍ້ຂັດແຍ້ງກັບ ປະເທດເພື່ອນບ້ານແຮງຂື້ນ ເປັນຕົ້ນກັບກໍາພູຊາ ແລະວຽດນາມ. ທ່ານ ວິທູນ ເພີ້ມວົງສາຈະເຣີນ ກ່າວກ່ຽວກັບເຣື່ອງນີ້ວ່າ:

"ທ່ານເວົ້າວ່າ ໂຄງການສ້າງເຂື່ອນ ໂດຍສະເພາະເຂື່ອນແມ່ນໍ້າຂອງ ສາຍຫລັກເຊັ່ນເຂື່ອນໄຊຍະບຸຣີ ຈະສົ່ງຜົນ ກະທົບຕໍ່ລາວ ໄທ ກໍາພູຊາ ແລະວຽດນາມ. ສະນັ້ນ ໂຄງການສ້າງເຂື່ອນໃສ່ແມ່ນໍ້າຂອງ ທັງໝົດ 11 ແຫ່ງ ຈະເຮັດໃຫ້ມີຂໍ້ຂັດ ແຍ້ງກັນຮຸນແຮງຂຶ້ນ ຣະຫວ່າງປະເທດ ໃນເຂດລຸ່ມແມ່ນໍ້າຂອງ".

ບໍ່ພຽງແຕ່ເຂື່ອນໄຊຍະບຸຣີເທົ່ານັ້ນ ປັດຈຸບັນທາງການລາວ ກໍາລັງເລີ້ມສ້າງເຂື່ອນດອນສະຫົງ ຊຶ່ງເປັນເຂື່ອນຕັນແລວນໍ້າຢູ່ບໍຣິເວນສີພັນດອນ ໃນພາກໃຕ້ຂອງລາວ. ແນ່ນອນທີ່ສຸດປະເທດກໍາພູຊາ ຈະຕ້ອງໄດ້ຮັບຜົນກະທົບຢ່າງໜັກຈາກການສ້າງ ເຂື່ອນຢູ່ລາວ. ທະເລຕົງເລສາບ ຊຶ່ງ ເປັນສາຂາຂອງແມ່ນໍ້າຂອງເປັນອູ່ປາຂອງກໍາພູຊາ. ຖ້າສ້າງເຂື່ອນຕັນແມ່ນໍ້າຂອງແລ້ວ ປາຈະບໍ່ສາມາດຂຶ້ນລົງອອກແມ່ແຜ່ລູກ ຣະຫວ່າງແມ່ ນໍ້າຂອງ ຕອນເທິງແລະທະເລຕົງເລສາບໄດ້. ອີກຢ່າງນຶ່ງດິນຕົມທີ່ເຕັມໄປດ້ວຍຝຸ່ນກໍຈະບໍ່ສາມາດໄຫລລົງໄປສູ່ທົ່ງນາຂອງປະຊາຊົນ ທັງໃນ ກໍາພູຊາແລະວຽດນາມ.

ຜ່ານມາ ກໍາພູຊາແລະວຽດນາມ ກໍໄດ້ສະແດງທ່າທີຂັດຄ້ານການສ້າງເຂື່ອນໄຊຍະບຸ ຣີມາແລ້ວຢ່າງແຮງ ແລະເມື່ອສອງສາມມື້ຜ່ານມາ ອົງ ການສິ່ງແວດລ້ອມໃນສອງປະເທດນີ້ ກໍໄດ້ສະແດງຄວາມເປັນຫ່ວງກ່ຽວກັບການເລິ້ມສ້າງ ເຂື່ອນ ດອນສະຫົງເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org