ໂຄງການເຂື່ອນໃນລາວ
ສປປລາວ ມີໂຄງການ ຈະ ສ້າງເຂຶ່ອນ ຫລາຍເຂຶ່ອນ ໃນ ອະນາຄົດ.
-
2014-01-12 -
-
-
Your browser doesn’t support HTML5 audio
ປີ 2013 ສປປລາວ ເປັນປະເທດທີ່ມີປະຊາກອນພຽງແຕ່ 6 ລ້ານກວ່າຄົນເທົ່ານັ້ນ ແຕ່ມີເຂື່ອນໄຟຟ້າຂນາດກາງ ຂນາດນ້ອຍແລະຂນາດ ໃຫຍ່ທີ່ເປີດໃຊ້ບໍຣິການແລ້ວ 23 ແຫ່ງ ຍັງຈະສ້າງເພີ້ມອີກ 10 ເຂື່ອນ ແລະຍັງຢູ່ໃນແຜນການ ຈະສ້າງອີກຫລາຍເຂື່ອນ. ອິງຕາມບົດຣາຽ ງານຂອງຫນັງສືພິມ ຜູ້ຈັດການຂອງໄທ ສະບັບວັນທີ 12 ມົກຣາ ປີ 2014.
ລາຍງານວ່າເຂື່ອນຜລິດໄຟຟ້າດ່ັງທີ່ກ່າວມາຂ້າງເທີງນີ້ ຍັງບໍ່ໄດ້ຮວມເຂືຶ່ອນຂນາດນ້ອຍທີີ່ມີກຳລັງຜລິດ 1 ເມກາວັດ ຂື້ນໄປຫລາຍເຂື່ອນເຂົ້າ ໃນຈຳນວນ ການຜລິດໄຟຟ້າເຂົ້່າໃນຣະບົບເທື່ອ ເພາະເປັນເຂື່ອນເພື່ອໃຊ້ ໃນຊຸມຊົນຫຼາຍແຫ່ງ ໃນທົ່ວປະເທດ.
ນະໂຍບາຍການຜລິດໄຟຟ້າເພື່ອເປັນຫມໍ້ໄຟແຫ່ງພູມີພາກແລະເພື່ອຈຳຫນ່າຍ ໃຫ້ແກ່ປະເທດເພື່ອນບ້ານໃນທົສວັດຕໍ່ໍໄປປະເທດໄທຈະກາຍ ເປັນລູກຄ້າຫລາຍໃຫຍ່ ຂອງລາວໃນການຊື້ກະແສໄຟຟ້າ ເພາະໃນປັດຈຸບັນ ໄທມີສັນຍາຊື້ ໄຟຟ້າ ຈາກລາວແລ້ວປະມານ 7 ພັນ ເມກາວັດ.
ເຖິງຢ່າງໃດກໍຕາມໃນອະນາຄົດອັນໃກ້ນີ້ ລາວຈະແຊງຫນ້າປະເທດເພື່ອນບ້ານ ໃນການຂາຍໄຟຟ້າຫລັງຈາກເຂື່ອນດັ່ງກ່າວ ຫາກສ້າງແລ້ວ ແລະຍັງມີອີກ 20 ເຂືຶ່ອນທີ່ຍັງຢູ່ໃນການສຶກສາຄວາມໄປໄດ້ໃນການສ້າງ.