ໂຄງການສ້າງເຂື່ອນຂອງລາວ ທັງໝົດ

ທາງການລາວ ວ່າ ຈະສ້າງ ເຂື່ອນ ໄຟຟ້າ 80 ກວ່າແຫ່ງ ເພື່ອໃຊ້ ຢູ່ ພາຍໃນ ແລະຂາຽ ໃຫ້ ປະເທສ ເພື່ອນບ້ານ.

(ເຂື່ອນທັງໝົດ ໃນສປປລາວ) ເຄື່ອງໝາຍສີແດງ ແມ່ນເຂື່ອນ ທີ່ສ້າງແລ້ວ ສີຂຽວ ກໍາລັງກໍ່ສ້າງ ສີສົ້ມ ແມ່ນໂຄງການສ້າງ Graphic: RFA Source: Mekong river commission 2005

 

ທາງການລາວວ່າຈະສ້າງ ເຂື່ອນໄຟຟ້າ 80 ກວ່າແຫ່ງ ເພື່ອ ໃຊ້ຢູ່ພາຍໃນ ແລະຂາຽໃຫ້ປະເທສເພື່ອນບ້ານ ຂນະທີ່ ເຂື່ອນ ໄຟຟ້າ ວຽດນາມ ຜລິດໄດ້ ເກີນ ຄວາມຕ້ອງການ ເປັນຄັ້ງ ທໍາອິດໃນຮອບ 60 ປີ ແລະ ທັງຈະສ້າງ ໂຮງງານໄຟຟ້າ ນິວເຄລັຽ ຕື່ມອີກ.

ທາງການລາວ ກໍານົດ ເອົາໄວ້ ຢູ່ໃນແຜນ ພັທນາ ເສຖກິດ-ສັງຄົມ 5 ປີ ຄັ້ງທີ 7 ວ່າ ຮອດປີ 2015 ຈະສ້າງ ເຂື່ອນ ໄຟຟ້າ ຂນາດໃຫຍ່ ໃຫ້ໄດ້ 10 ແຫ່ງ ທີ່ ສາມາດ ຜລິດກະແສ ໄຟຟ້າ ໄດ້ 5,000 ກວ່າ MW, ເຂື່ອນ ຂນາດນ້ອຍ ແລະ ຂນາດກາງ ຈໍານວນນຶ່ງ ແລະທັງວ່າ ຈະສູ້ຊົນ ໃຫ້ສໍາເຣັດ ການກໍ່ສ້າງ ໂຮງງານ ໄຟຟ້າ 8 ແຫ່ງ ທີ່ສາມາດ ຜລິດ ກະແສໄຟຟ້າ ໄດ້ 2,860 ກວ່າ MW.

ແຕ່ມາເຖິງ ຂນະນີ້ ທາງການລາວ ຍັງບໍ່ທັນ ປະກາດ ຈະປະຕິບັດ ໄດ້ຕາມ ແຜນການ ທີ່ວ່ານັ້ນ ຫລືບໍ່ ມີແຕ່ຂ່າວ ອອກມາວ່າ ສປປ ລາວ ມີເຂື່ອນໄຟຟ້າ ທັງໃຫຍ່ ແລະນ້ອຍ ຜລິດກະແສ ໄຟຟ້າ ແລ້ວ 23 ແຫ່ງ, ກໍາລັງ ກໍ່ສ້າງຢູ່ 10 ເຂື່ອນ ແລະ ອີກປະມານ 20 ໂຄງການ ກໍາລັງ ຢູ່ໃນຂັ້ນຕອນ ສຶກສາ ສໍາຫຣວດ.

ທາງການລາວ ວ່າ ໃນອະນາຄົດ ຈະສ້າງເຂື່ອນ ໄຟຟ້າ ທັງໝົດ 80 ກວ່າແຫ່ງ ເພື່ອໃຊ້ຢູ່ ພາຍໃນ ແລະຂາຽໃຫ້ ປະເທສ ເພື່ອນບ້ານ ເປັນຕົ້ນ ກໍແມ່ນ ໄທ ແລະວຽດນາມ ຂນະທີ່ເຂື່ອນ ໄຟຟ້າ ວຽດນາມ ປັດຈຸບັນ ຜລິດໄດ້ເກີນ ຄວາມຕ້ອງການ ຢູ່ພາຍໃນ ປະເທສ ຂອງຕົນ ເປັນຄັ້ງທໍາອິດ ໃນຮອບ 60 ປີ ຄືໃນປີ 2013 ຜ່ານມາ ວຽດນາມ ຜລິດກະແສ ໄຟຟ້າ ໄດ້ປະມານ 23,000 MW ໃນຂນະທີ່ີ ຄວາມຕ້ອງການ ໃຊ້ສູງສຸດ ພຽງປະມານ 20,000 MW ເທົ່ານັ້ນ.

ເບິ່ງແລ້ວ ກໍຈະມີແຕ່ ໄທ ຈະຊື້ກະແສ ໄຟຟ້າ ຈາກລາວ ເປັນສ່ວນໃຫຍ່ ຂນະທີ່ ໄທ ຍັງບໍ່ທັນ ສາມາດ ທີ່ ຈະຜລິດ ໄດ້ກຸ້ມຕົນເອງ ຢູ່ນີ້ ຄືມີສັນຍາ ຊື້ ຈາກລາວ ແລ້ວ 7,000 MW ແລະ ທາງການລາວ ວ່າ ໄທ ຍັງ ຢາກຊື້ຫລາຍ ເພີ່ມຂຶ້ນ ດັ່ງ ທ່ານ ວິລະພົນ ວິລະວົງ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະບໍ່ແຮ່ ຂອງລາວ ວ່າ:

"ຂາຍຫລາຍ ໂພດແລ້ວ ດຽວນີ້ ໄທ ເພີ່ນກະຢາກ ເພີ້ມຂຶ້ນ ອີກຢູ່ ເຂື່ອນ 23 ແຫ່ງ ທີ່ຜລິດ ໄຟຟ້າ ຢູ່ລາວ ປັດຈຸບັນ ເປັນຂອງ ເອກກະຊົນ 13 ແຫ່ງ ເຫລືອນັ້ນ ເປັນຂອງ ທາງການລາວ".

ສໍາລັບເຂື່ອນ ທີ່ ກໍາລັງ ກໍ່ສ້າງ 10 ເຂື່ອນ ມີທັງເຂື່ອນ ນໍ້າງຽບ 2 ຂນາດ 180 MW ເຂື່ອນ ເຊກະໝານ 1, ຂນາດ 322 MW ແລະ ເຂື່ອນ ໄຊຍະບູລີ ຂນາດ 1,680 MW ທີ່ຈະເລີ້ມ ຜລິດກະແສ ໄຟຟ້າ ໄດ້ໃນປີ 2019.

ໃນຈໍານວນ 10 ເຂື່ອນ ທີ່ວ່ານີ້ ມີຈໍານວນນຶ່ງ ຈະເປີດໃຊ້ ໃນປີ 2014 ນີ້ ມີຮວມທັງ ເຂື່ອນ ຂນາດນ້ອຍ ຄື ເຂື່ອນເຊນໍ້ານ້ອຍ ແລະ ເຂື່ອນນໍ້າງຽບ. ປີ ທີ່ຜ່ານມາ ທົ່ວປະເທສ ມີຣະບົບ ສາຍສົ່ງ ໄຟຟ້າ ຍາວເກືອບ ເຖິງ 44,000 ກິໂລແມັດ ແລະ ກໍາລັງ ກໍ່ສ້າງຢູ່ນີ້ 4,300 ກວ່າກິໂລເເມັດ ຂນະທີ່ ມີຂ່າວວ່າ ປະຊາຊົນ 900 ກວ່າພັນ ຄອບຄົວ ມີໄຟຟ້າໃຊ້.

ຂນະດຽວກັນ ຢູ່ວຽດນາມ ທາງການ ວຽດນາມ ກໍວ່າ ຈະເຮັດໃຫ້ ມີໄຟຟ້າ ໃຊ້ພຽງພໍ ເພື່ອຮອງຮັບ ການພັທນາ ປະເທສ ໃນອີກ 10-20 ປີ ຂ້າງໜ້າ ແລະ ທັງວ່າ ໃນປີ 2014 ນີ້ ຈະເລີ່ມສ້າງ ໂຮງງານ ໄຟຟ້າ ນິວເຄລັຍ 2 ແຫ່ງ ແລະ ຈະສ້າງອີກ ຫລາຍແຫ່ງ ໃນອະນາຄົດ.

ເຖິງແມ່ນວຽດນາມ ໄດ້ເລີກລົ້ມ ໂຄງການ ກໍ່ສ້າງເຂື່ອນ ໄຟຟ້າ ທັງຂນາດໃຫຍ່ ແລະນ້ອຍ 300 ກວ່າແຫ່ງ ໃນພາກກາງ ແລະພາກໃຕ້ ຂອງປະເທສ ຫລັງຈາກ ການສຶກສາ ສໍາຫຣວດ ພົບວ່າ ມັນ ຈະສົ່ງຜົລ ກະທົບ ຕໍ່ ປະຊາຊົນ ຕໍ່ ສະພາບ ແວດລ້ອມ ແລະ ຊັພຍາກອນ ປ່າໄມ້ ຢ່າງ ຮຸນແຮງ ບໍ່ຄືກັນກັບ ຢູ່ ສປປ ລາວ ທີ່ບໍ່ຄໍານຶງ ເຖິງຜົລກະທົບ ທີ່ວ່ານັ້ນ ພໍເທົ່າໃດ.

ດັ່ງນັ້ນວຽດນາມ ຈຶ່ງຫາທາງອອກ ໂດຍທີ່ທັງ ພາກຣັຖ ແລະ ເອກກະຊົນ ຕ່າງກໍຫັນມາ ລົງທຶນ ສ້າງເຂື່ອນ ໄຟຟ້າ ຫຼາຍແຫ່ງ ຢູ່ ສປປລາວ ເປັນຕົ້ນ ທີ່ີ ແຂວງພາກໃຕ້ ບໍຣິສັດ ເອກກະຊົນ ວຽດນາມ ຮ່ວມກັບ ຣັຖວິສາຫະກິດ ໄຟຟ້າ ລາວ ຜລິດໄຟຟ້າ ສົ່ງຂາຍ ໃຫ້ວຽດນາມ ໂດຍສະເພາະ ແລະ ຮ່ວມກັບ ບໍຣິສັດ ໄທ ເກົາຫລີ ຍີ່ປຸ່ນ ແລະ ປະເທສອື່ນໆ ສ້າງເຂື່ອນ ໄຟຟ້າ ຫລາຍແຫ່ງ ຢູ່ແຂວງເຊກອງ ແລະ ແຂວງ ອັດຕະປື ທີ່ມີ ຣາຍງານວ່າ ຂນະນີ້ ກໍາລັງຕັດໄມ້ ທໍາລາຍປ່າ ເບື້ອງໜ້າ ເຂື່ອນ ຢ່າງ ເປັນຂະບວນ ໂດຍບໍ່ເອົາ ຫົວໃສ່ໃຈຊາ ພໍເທົ່າໃດ ນໍາຜົນກະທົບ ອັນບໍ່ດີ ທັງຕໍ່ປ ະຊາຊົນ ແລະ ສິ່ງແວດລ້ອມ ຢ່າງຫຼວງຫຼາຍ ນັ້ນ. ເວົ້າສະເພາະ ເຂື່ອນ ເຊກະໝານ ທີ່ໄດ້ເລີ່ມ ກໍ່ສ້າງໄປແດ່ ແລ້ວນັ້ນ ຂນະນີ້ ກໍາລັງ ເລັ່ງຕັດໄມ້ ທໍາລາຍປ່າ ເປັນຈໍານວນ 14,000 ເຮັກຕາ ດັ່ງ ປະຊາຊົນ ລາວ ທ່ານນຶ່ງ ເວົ້າວ່າ:

"ໄມ້ໜ້າເຂື່ຶອນ ເຊກະໝານ 14,000 ເຮັກຕາ 4-5 ບໍຣິສັດ ເຂົ້າໄປເຮັດ ຢູ່ຫັ້ນ".

ເວົ້າເຖິງເຂື່ອນ ຢູ່ວຽດນາມ ການເປີດໃຊ້ ເຂື່ອນ ເຊິນລາ ຂນາດ 2,600 MW ໃນເດືອນ ທັນວາ 2012 ເປັນຂີດໝາຍ ສໍາຄັນ ຂອງການຜລິດ ໄຟຟ້າ ຢູ່ ພາຍໃນ ປະເທສ ທີ່ຕ້ອງການ ໄຟຟ້າ ຫລາຍ.

ນອກຈາກ ເຂື່ອນໄຟຟ້າ ແລ້ວ ວຽດນາມ ກໍຍັງມີ ໂຮງໄຟຟ້າ ຖ່ານຫີນ ອີກ ຮວມທັງ ໂຮງໄຟຟ້າ ຖ່ານຫີນ ຂນາດໃຫຍ່ 1,120 MW ທີ່ກໍາລັງ ກໍ່ສ້າງ ຢູ່ພາກ ຕາເວັນອອກ ຂອງກຸງ ຮ່າໂຫນ້ຍ ປະມານ 200 ກິໂລແມັດ ຊຶ່ງມີ ກໍານົດ ຈະສ້າງແລ້ວ ໃນປີ 2015.

ນອກຈາກ ໂຮງໄຟຟ້າ ຖ່ານຫີນ ຢູ່ທາງພາກເໜືອ ແລ້ວ ວຽດນາມ ຍັງຈະສາມາດ ສ້າງໂຮງໄຟຟ້າ ພລັງຄວາມຮ້ອນ ດ້ວຍແກ້ສ ທັມຊາດ ທີ່ມີໃນ ທະເລ ຕອນໃຕ້ ຂອງປະເທສ ນໍາອີກ. ບໍ່ພຽງເທົ່ານັ້ນ ຍັງຈະສ້າງ ໂຮງງານ ໄຟຟ້າ ພລັງງານ ນິວເຄລັຍ ຢູ່ພາກກາງ ຂອງປະເທສ ນໍາດ້ວຍ.

ອົງການ ພລັງງານ ປະລະມານູ ສາກົນ ຫລື IAEA ກໍໃຫ້ຄໍາໝັ້ນ ສັນຍາ ວ່າ ຈະສນັບສນູນ ແລະ ຊ່ວຍເຫລືອ ວຽດນາມ ໃນການກໍ່ສ້າງ ໂຮງງານ ໄຟຟ້າ ພລັງງານ ນິວເຄລັຍ. ສົກປີ 2012-2013 ໃຫ້ທຶນ 1 ລ້ານຢູໂຣ ແລະ ໃນສົກປີ 2014-2015 ກໍໄດ້ ອະນຸມັດ ທຶນ ໃຫ້ວຽດນາມ 5 ໂຄງການ ເພື່ອສ້າງ ໂຄງລ່າງ ພື້ນຖານ ກົດໝາຍ ດ້ານນິວເຄລັຍ ແລະ ການໝຸນໃຊ້ ເເທັກໂນໂລຈີ ນິວເຄລັຍ ໃນ ອຸດສາຫະກັມ ການກະເສດ ສາທາຣະນະສຸຂ ແລະ ສ້າງໂຮງງານ ໄຟຟ້າ ນິວເຄລັຍ 2 ແຫ່ງ ຊຶ່ງ ແຫ່ງທໍາອິດ ຄາດວ່າ ຈະເລີ້ມສ້າງ ໃນປີ 2014 ນີ້ ແລະ ຈະເປີດໃຊ້ ໃນປີ 2020 ແລະ ວຽດນາມ ຈະເປັນ ປະເທສ ທໍາອິດ ຢູ່ ເອເຊັຍ ຕາເວັນ ອອກສ່ຽງໃຕ້ ທີ່ມີ ໂຮງໄຟຟ້າ ນິວເຄລັຍ ຊຶ່ງ ຕາມກໍານົດ ຣັຖວິສາຫະກິດ ພລັງງານ ປາລະມະນູ ເພື່ອສັນຕິ ຂອງ ຣັດເຊັຍ ຈະເລີ້ມ ກໍ່ສ້າງ ໃຫ້ ວຽດນາມ ໃນປີ  2014 ທີ່ປະກອບ ດ້ວຍໜ່ວຍ ປັ່ນໄຟ 2 ໜ່ວຍ ໜ່ວຍລະ 1,000 MW.

ພ້ອມກັນນັ້ນ ອົງການ ນີ້ ກໍຍັງ ຈະສົ່ງຄນະ ຊ່ຽວຊານ ຂອງຕົນ ໄປວຽດນາມ ເພື່ອປຶກສາ ຫາລື ກ່ຽວກັບ ວຽກງານ ນິວເຄລັຍ ນີ້ ອີກຕື່ມ. ເມື່ອເປັນຄື ແນວນັ້ນ ຈຶ່ງມີການ ວິພາກ ວິຈານ ກັນວ່າ ການທີ່ ທາງການ ລາວ ວ່າຈະສ້າງ ເຂື່ອນ ໄຟຟ້າ ຈົນກາຍເປັນ “ແບດເຕິຣີ ຂອງ ພູມີພາກ” ເພື່ອຂາຍ ກະແສ ໄຟຟ້າ ໃຫ້ປະເທສ ເພື່ອນບ້ານ ນັ້ນ ຄົງຈະ ບໍ່ແມ່ນ ວຽດນາມ ທີ່ຈະຂາຍ ໃຫ້ໄດ້ຫລາຍ ພໍເທົ່າໃດ ຖ້າຫາກ ປະເທສ ນີ້ຜລິດ ກະແສ ໄຟຟ້າ ກຸ້ມຕົນເອງ ໄດ້ ຊຶ່ງຂນະນີ້ ກໍກໍາລັງ ພຍາມຢູ່.

ປະເທສໄທ ກໍຄືກັນ ໃນ ອະນາຄົດ ຂນະທີ່ ວິທຍາສາດ ແທັກໂນໂລຈີ ກໍາລັງ ຂຍາຍຕົວ ຢ່າງໄວວາ ຢູ່ນີ້ ຖ້າຫາກ ປະຊາຊົນ ໄທ ເຫັນວ່າ ມີຄວາມຈໍາເປັນ ທີ່ ຈະຕ້ອງໄດ້ ຜລິດ ກະແສ ໄຟຟ້າ ໃຫ້ກຸ້ມຕົນເອງ ບໍ່ອາສັຍ ສປປ ລາວ ຊຶ່ງມີຄວາມ ເປັນໄປໄດ້ ເຖິງຣາຄາ ກະແສ ໄຟຟ້າ ທີ່ຕົນ ຜລິດໄດ້ເອງ ຈະລື່ນຣາຄາ ທີ່ຊື້ຈາກ ລາວ ເລັກໆໜ້ອຍໆ ກໍຕາມ.

ສິ່ງດັ່ງກ່າວ ມີການ ວິພາກວິຈານ ກັນວ່າ ມີຄວາມ ເປັນໄປໄດ້ ຍ້ອນວ່າ ໃນຄວາມ ເປັນຈິງແລ້ວ ບໍ່ວ່າ ປະເທສໃດ ຕ່າງກໍຕ້ອງ ການໃຫ້ ປະເທສ ຂອງຕົນ ເປັນຕົວ ຂອງຕົນເອງ ບໍ່ຂຶ້ນ ກັບ ປະເທສອື່ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org