ເຂື່ອນໄຟຟ້າຂນາດກາງແຂວງ ສວັນນະເຂດ

ທາງການລາວ ເຊັນ ສັນຍາ ສໍາຣວດ ສ້າງ ເຂື່ອນ ໄຟຟ້າ ຂນາດກາງ ອີກ ແຫ່ງນຶ່ງ ຢູ່ແຂວງ ສວັນນະເຂດ.

ສາຍນໍ້າ ລໍາທານ ໃນລາວ banktrack

 

ບໍຣິສັດນັກລົງທຶນລາວບໍຣິສັດນຶ່ງ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກັບຣັຖບາລລາວທີ່ນະຄອນຫລວງວຽງຈັນທນ໌ ເມື່ອວັນທີ 3 ຕຸລາ 2013 ເພື່ອສໍາຣວດໂຄງການເຂື່ອນໄຟຟ້າກັ້ນນໍ້າເຊລະນອງແຫ່ງທີ 3 ຢູ່ແຂວງສວັນນະເຂດ. ການສຶກສາສໍາຣວດ ນັ້ນຈະດໍາເນີນໄປເປັນ ເວລາ 18 ເດືອນ. ຕາມຣາຍງານ ຂອງຜູ້ຈັດການໃນວັນທີ 11 ຕຸລາ.

ການສໍາຣວດນັ້ນຈະມີຮວມທັງທາງດ້ານເສຖກິດ ເຕັກນິກ ແລະສິ່ງແວດລ້ອມ. ເຂື່ອນແຫ່ງນີ້ຄາດວ່າຈະຜລິດກະແສໄຟຟ້າໄດ້ ໃນຣະຫວ່າງ 60 ຫາ 80 ເມກາວັດ. ກຸ່ມບໍຣິສັດສີເມືອງ ຊຶ່ງເປັນບໍຣິສັດຂອງຄົນລາວ ຫວັງວ່າ ເມື່ອຜົລການ ສໍາຣວດຕ່າງໆ ໄດ້ຮັບຄວາມເຫັນດີ ຈາກ ຣັຖບາລລາວແລ້ວ ກໍຈະມີການລົງນາມ ໃນສັນຍາກໍ່ສ້າງ ສໍາປະທານແບບເຊົ່າ ຊຶ່ງມີອາຍຸ 30 ປີ ແລະວ່າ ໄຟຟ້າທີ່ ຜລິດໄດ້ ຈະຈໍາໜ່າຍ ໃຫ້ຣັຖວິສາຫະກິດໄຟຟ້າລາວ ເພື່ອສນອງຄວາມຕ້ອງ ການຢູ່ພາຍໃນປະເທສ.

ເຊລະນອງ ເປັນລໍານໍ້າສາຂາ ຂອງເຊບັງຫຽງ ມີຄວາມຍາວປະມານ 115 ກິໂລແມັດ ຕັ້ງແຕ່ເມືອງ ເຊໂປນ ໄປເຖິງເມືອງນອງ ໃນແຂວງ ສວັນນະເຂດ. ປັດຈຸບັນ ມີໂຄງການກໍ່ສ້າງເຂື່ອນໄຟຟ້າ 2 ແຫ່ງ ກັ້ນເຊລະນອງ ຄື ໂຄງການ ເຊລະນອງ 1 ແລະ ເຊລະນອງ 2.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org