ລາວ-ຣັດເຊັຽລົງນາມ ສ້າງເຂື່ອນຢູ່ເຊກອງ

ລາວ ແລະ ຣັຖເຊັຍ ເຊັນສັນຍາ ຮ່ວມພັທນາ ໂຄງການ ເຂື່ອນໄຟຟ້າ 3 ແຫ່ງ ໃນລາວ.

ສາຍນໍ້າ ກົງ/ຄົງ ໃນເຂດ ທີ່ຈະສ້າງ ເປັນອ່າງເກັບນໍ້າ ຕາມໂຄງການ ເຂື່ອນນໍ້າກົງ1 Anurak Wangpattana

ເມື່ອວັນທີ່ 1 ກຸມພາ 2013 ທາງການລາວ ແລະ ບໍຣິສັດ Region Oil ຂອງ ຣັຊເຊັຍ ໄດ້ຕົກລົງ ເຊັນສັນຍາ ພັທນາ ໂຄງການ (PDA) ເຂື່ອນໄຟຟ້າລາວ ພ້ອມກັນ 3 ເຂື່ອນ ຄື ເຂື່ອນ ເຊກອງ4 ເຊກອງ5 ແລະເຂື່ອນ ນໍ້າກົງ1 ເຈົ້າໜ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ເປີດເຜີຍວ່າ:

“ມາຮອດ ປັຈຈຸບັນ ຄວາມຄຶບໜ້າ ຂອງ ເຊກອງ4 ເຊັນ MOU ແລະ PDA ເພີ່ນເຊັນພ້ອມກັນ ເຂື່ອນ ເຊກອງ4 ແມ່ນ ບໍຣິສັດ Region ຂອງ ຣັດເຊັຍ”.

ທ່ານຜູ້ນີ້ ໃຫ້ຂໍ້ມູນວ່າ ແຕ່ເດີມ 3 ເຂື່ອນ ດັ່ງກ່າວ ໄດ້ເຊັນສັນຍາ PDA ຕັ້ງແຕ່ປີ 2008-2009 ແລ້ວ (ນໍ້າກົງ1 ແລະ ເຊກອງ4 ເຊັນໃນປີ 2008 ເຊກອງ5 ເຊັນ ໃນປີ 2009) ແຕ່ມາຮອດ ປັຈຈຸບັນ ຍັງບໍ່ທັນ ສໍາເຣັດ ຣັຖບານ ແລະ ບໍຣິສັດ ຈຶ່ງໄດ້ຕົກລົງ ຂຍາຍໂຄງການ ອອກໄປໃໝ່ ໂດຍໃສ່ຊື່ວ່າ build own operate transfer ຫຼື (BOOT) ໂດຍ ບໍຣິສັດ Region Oil ຮັບຜິດຊອບ ຮວມທັງ 3 ໂຄງການ ໃນຣະຍະ ເວລາ 30 ປີ ໂດຍການ ເຊັນສັນຍາ ຄັ້ງນີ້ ມີມູນຄ່າ 1 ຕື້ 5 ຮ້ອຍລ້ານ ໂດລາ ຫາກສ້າງສໍາເຣັດ ເຂື່ອນທັງ 3 ໂຄງການ ຈະຜລິດໄຟຟ້າ ໄດ້ 822 mega watt ຄາດວ່າ ຈະຂາຍ ໄຟຟ້າ ໃຫ້ປະເທດໄທ ແລະ ບາງສ່ວນ ເພື່ອໃຊ້ພາຍໃນ ປະເທດ.

ສໍາລັບ ຣາຍຣະອຽດ ຂອງ ໂຄງການເຂື່ອນ ທັງ 3 ເຂື່ອນ ນັ້ນມີດັ່ງນີ້: ເຂື່ອນເຊກອງ4 ມີພະລັງຜລິດ 300 ຫາ 600 ເມກາວັດ ຕັ້ງຢູ່ ເມືອງກະລຶມ ແຂວງເຊກອງ ຊຶ່ງຄາດວ່າ ຫາກເລີ້ມເປິດໃຊ້ ຈະເຮັດໃຫ້ ເກີດນໍ້າຖ້ວມ ບໍຣິເວນ ເມືອງ ກະລືມເກົ່າ ທາງແຂວງ ຈຶ່ງມີໂຄງການ ຈະໂຍກຍ້າຍ ຊາວບ້ານ 4,458 ຄົນ ຈາກ 18 ໝູ່ບ້ານ ອອກໄປຢູ່ເມືອງ ກະລືມໃໝ່ ຊື່ງຫ່າງຈາກ ພື້ນທີ່ເດີມ ປະມານ 31 ກິໂລແມັດ ທາງທິດ ຕະເວັນອອກ, ເຂື່ອນ ເຊກອງ5 ຈະຜລິດໄດ້ 330 ເມກາວັດ ຕັ້ງຢູ່ ໃນແຂວງ ເຊກອງ ຄາດວ່າຈະຕ້ອງ ໂຍກຍ້າຍ ຊາວບ້ານ ປະມານ 2,735 ຄົນ ຈາກ 25 ໝູ່ບ້ານ ໃນພື້ນທີ່ ກໍ່ສ້າງນໍາດ້ວຍ. ເຂື່ອນນໍ້າກົງ1 ພະລັງຜລິດ ໄດ້ 75 ເມກາວັດ ຕັ້ງຢູ່ແຂວງ ອັຕຕະປື ຍັງບໍ່ທັນ ເປິດເຜີຍວ່າ ຈະໂຍກຍ້າຍ ຊາວບ້ານ ຈັກຄອບຄົວ ອອກຈາກ ພື້ນທີ່ ການກໍ່ສ້າງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org