ລາວຈະເດີນໜ້າສ້າງເຂື່ອນດອນ ສະໂຮງ

ທາງການ ລາວ ຍັງຍຶດຫມັ້ນ ໃນ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ຢູ່.

ຮູປຈໍາລອງ ຂອງເຂື່ອນດອນສະໂຮງ Peter Hawlkins/Mega First Corporation Berhad.

 

ໃນກອງປະຊຸມຮ່ວມ ຂອງປະເທດ ສະມາຊິກ ຄນະກັມມະການ ແມ່ນໍ້າຂອງ ວາຣະພິເສດ ວ່າງຫລັງໆ ມານີ້ ທາງການລາວ ຍັງຍຶດ ຫມັ້ນ ໃນໂຄງການ ສ້າງເຂື່ອນ ດອນສະໂຮງ ຢູ່. ຕົວແທນຈາກ ສປປລາວ ຖແລງວ່າ ການແຈ້ງການຕໍ່ປະເທດສະມາຊິກ ເທົ່ານັ້ນ ກໍພຽງພໍແລ້ວ ກ່ຽວກັບໂຄງການເຂື່ອນ ດອນສະໂຮງ ບໍ່ຈຳເປັນຈະຕ້ອງ ຂໍຄວາມເຫັນ ແລະການຕັດສິນໃຈ ຈາກຄນະກັມມາທິການ ແມ່ນໍ້າຂອງ ຍ້ອນວ່າ ເຂື່ອນດອນສະໂຮງ ບໍ່ໄດ້ຕັນແມ່ນໍ້າຂອງ ທັງຫມົດ ພຽງແຕ່ຕັນ ຮູສະໂຮງ ບາງຮູເທົ່ານັ້ນ ໂຄງການ ເຂື່ອນ ດອນສະໂຮງ ຈະຕັນນໍ້າ ໃນແມ່ນໍ້າຂອງພຽງແຕ່ 15% ເທົ່ານັ້ນ ໃນການປັ່ນໄຟຟ້າ ຈະບໍ່ສົ່ງ ຜົລກະທົບ ຕໍ່ສີ່ງແວດລ້ອມ ແລະການ ຂຶ້ນລົງຂອງປາແຕ່ຢ່າງໃດ.

ທ່ານວ່າ ກຸ່ມປົກປ້ອງ ສີ່ງແວດລ້ອມ ເວົ້າວ່າ ເຂື່ອນດອນສະໂຮງ ຈະຕັນທາງຂຶ້ນລົງ ຂອງປາ ໃນຍາມ ເພາະໄຂ່ ແລະ ປະສົມພັນ ແຕ່ຍັງ ມີຫລາຍຮູ ຕາມລໍາ ແມ່ນໍ້າຂອງ ທີ່ ເຂື່ອນ ດອນສະໂຮງ ບໍ່ໄດ້ຕັນປາ ສາມາດ ຂຶ້ນລົງໄດ້ ທັງທາງຂື້ນ ແລະ ທາງລ່ອງ.

ທ່ານ ດາວວົງ ພອນແກ້ວ ຫົວຫນ້າຕົວແທນຝ່າຍລາວເວົ້າວ່າ ຣັຖບານລາວໃຫ້ຄວາມໂປ່ງໄສ ໃນບັນຫາດັ່ງກ່າວ ມາຕຣອດ ແລະ ໄດ້ເຮັດທຸກ ຢ່າງຕາມ ທີ່ ກົດຣະບຽບ ຂໍ້ຕົກລົງ ຂອງ ອົງການ ແມ່ນໍ້າຂອງ ສບັບປີ 1995 ທີ່ ກຳນົດໃວ້.

ກອງປະຊຸມ ດັ່ງກ່າວ ສເນີໃຫ້ ເອົາບັນຫາ ໂຄງການ ເຂື່ອນ ດອນສະໂຮງ ເຂົ້າປຶກສາ ຫາລືກັນ ໃນເວທີ ຣະດັບ ຣັຖມົນຕຣີ ຫລື ສະພາຄນະກັມມາທິການແມ່ນໍ້າຂອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org