ລາວຖືກແນະນຳໃຫ້ປຶກສາ MRC ອີກໃໝ່

ສປປລາວ ໄດ້ຖືກ ແນະນຳ ໃຫ້ປຶກສາ ຫາລື ກັບ ຄນະ ກັມມາທິການ ແມ່ນ້ຳຂອງ ອີກໃຫມ່ ໃນເຣື້ອງ ໂຄງການ ສ້າງເຂື່ອນ ໃສ່ ນ້ຳຂອງ ໃນລາວ.

ຊາວລາວ ຫາປາ ຕາມຂົງເຂດ ສາຍນໍ້າຂອງ ທີ່ຈະມີການ ກໍ່ສ້າງເຂື່ອນ ດອນສະໂຮງ RFA

 

ເຈົ້າຫນ້າທີ່ ຣະດັບ ສູງ ວຽດນາມ ໄດ້ກ່າວ ຕໍ່ ກອງປະຊຸມ ຖແລງຂ່າວ ໃນຊ່ວງ ກອງປະຊຸມ ສຸດຍອດ ແມ່ນ້ຳຂອງ ທີ່ ນະຄອນ ໂຮ່ຈີມິນ ວ່າ ທາງການ ລາວ ຕ້ອງໄດ້ ປຶກສາ ຫາລື ກັບ ຄນະ ກັມມທິການ ແມ່ນ້ຳຂອງ ອີກໃຫມ່ ໃນ ໂຄງການ ເຂື່ອນ ທີ່ລາວ ຈະສ້າງໃສ່ ແມ່ນ້ຳຂອງ ໃນທ້າຍປີ ນີ້.

ສປປລາວ ໄດ້ ປະກາດວ່າ ຈະສ້າງ ເຂື່ອນ ດອນສະໂຮງ ຂນາດ 260 ເມກາວັດ ໃນ ເດືອນ ຕຸລາ ຜ່ານມາ ຊື່ງ ເປັນເຂື່ອນ ແມ່ນ້ຳຂອງ ອັນທີ 2 ທີ່ ທາງການ ລາວ ຈະສ້າງ ຫລັງຈາກ ສ້າງ ເຂື່ອນ ໄຊຍະບູຣີ ໃນປີ 2012.

ໃນ ກອງປະຊຸມ ຖແລງຂ່າວ ນັກຂ່າວ ອັງກິດ ຖາມ ຣັຖມົນຕຣີ ຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້ອມ ວຽດນາມ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ, ທ່ານ ຕອບວ່າ ຣັຖບານ ລາວ ຕ້ອງໄດ້ ປຶກສາ ຫາລື ກັບ ຄນະ ກັມມາທິການ ແມ່ນ້ຳຂອງ ອີກໃຫມ່ ໃນ ໂຄງການ ດັ່ງກ່າວ.

ທ່ານວ່າ ເຖິງແມ່ນວ່າ ທາງການ ລາວ ຈະໄດ້ແຈ້ງ ການເລີ້ມ ການ ກໍ່ສ້າງ ໃນ ໂຄງການ ດັ່ງກ່າວ ໃນທ້າຍປີ ນີ້ກໍຕາມ ແຕ່ຝ່າຍ ວຽດນາມ ແລະ ກຳພູຊາ ໄດ້ຕົກລົງ ກັນວ່າ ສປປລາວ ຕ້ອງ ປະຕິບັດ ຕາມ ຂໍ້ຕົກລົງ ຂອງ ຄນະ ກັມມາທິການ ແມ່ນ້ຳຂອງ ສບັບປີ 1995 ກ່ອນ. ໃນຂນະ ດຽວກັນ ໃນ ກອງປະຊຸມ ສຸດຍອດ ແມ່ນ້ຳຂອງ ທີ່ ວຽດນາມ ເປັນເຈົ້າພາບ ທາງ ການລາວ ກໍ່ໄດ້ ຕົກລົງ ຈະ ພິຈາຣະນາ ຄຳຮຽກຮ້ອງ ຂອງ ກຳພູຊາ ແລະ ວຽດນາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org