ລາວຈະໂປ່ງໄສໃນເຂື່ອນດອນ ສະໂຮງ
ສປປລາວ ສັນຍາ ຈະໃຫ້ ຄວາມ ໂປ່ງໄສ ທຸກຢ່າງ ໃນ ໂຄງການ ສ້າງ ເຂື່ອນ ດອນ ສະໂຮງ.
-
ສິດນີ
2014-03-11 -
-
-
Your browser doesn’t support HTML5 audio
ໃນມື້ວານນີ້ ມີຕົວແທນ ກວ່າ 100 ຄົນ ຈາກ ອົງການ ຕ່າງໆ ດັ່ງຈາກ ປະເທດ ສະມາຊິກ ຄະນະ ກັມມາທິການ ແມ່ນ້ຳຂອງ, ຄູ່ຮ່ວມ ພັທນາ, ອົງການ ຊຸມຊົນ ສາກົນ, ສື່ມວນຊົນ ຈາກລາວ ແລະ ຕ່າງປະເທດ ໄດ້ໄປ ຢ້ຽມຢາມ ພື້ນທີ່ ຈະສ້າງ ເຂື່ອນ ດອນ ສະໂຮງ.
ເປັນພາກສ່ວນ ຂອງ ຄວາມ ພຍາຍາມ ຂອງ ຣັຖບານລາວ ແລະ ຜູ້ລົງທືນ ໂຄງການ ໃນການເຮັດ ໃຫ້ ເຂື່ອນ ດອນສະໂຮງ ມີຄວາມ ໂປ່ງໄສ ໃນສາຍຕາ ຂອງ ປະຊາຄົມ ຣັຖບານ ລາວ ແລະ ບໍຣິສັດ ເມກາເຟິສ ຈື່ງໄດ້ຈັດ ທັສນະ ສຶກສາ ພື້ນທີ່ ສ້າງເຂື່ອນ ຕົວຈີງ ຂື້ນເປັນ ເທື່ອທີສອງ ໃນເຂດ ຄອນພະເພັງ ເມືອງໂຂງ ແຂວງ ຈຳປາສັກ ໃນອາທິດ ນີ້ ດ້ວຍການ ເຊື້ຶ້ອເຊີນ ອົງການ ຕ່າງໆ ແລະ ສື່ມວນຊົນ ເຂົ້າຮ່ວມ.
ການທັສນະ ສືກສາ ທີ່ຈະໃຊ້ ເວລາ 2 ມື້ ເທື່ອນີ້ ຈະເປັນການ ເປີດໂອກາດ ໃຫ້ຜູ້ທີ່ ເຂົ້າຮ່ວມ ສາມາດ ຮຽນຮູ້ ຈາກກຸ່ມ ນັກ ວິຊາການ ກ່ຽວກັບ ການ ຂື້ນລົງ ຂອງປາ ໃນຍາມ ຣະດູແລ້ງ ຖ້າມີການ ສ້າງເຂື່ອນ ຊື່ງ ການທັສນະ ສຶກສາ ຄັ້ງທຳອິດ ວ່າງເດືອນ ພຶສຈິກາ ຜ່ານມາ ບໍ່ໄດ້ເວົ້າ ກ່ຽວກັບ ເຣື້ອງນີ້ ຫລາຍ ປານໃດ.
ຫລັງຈາກ ກັບຈາກ ການທັສນະ ສືກສາ ບ່ອນ ສ້າງເຂື່ອນ ຮອງ ຣັຖມົນຕຣີ ພລັງງານ ແລະ ບໍ່ແຮ່ ສປປລາວ ທ່ານ ວີຣະພົນ ວີຣະວົງ ແລະ ຮອງ ຣັຖມົນຕຣີ ແຜນການ ແລະ ການລົງທຶນ ທ່ານ ສົມຈີດ ອີນທະມິດ ຮ່ວມທັງ ເຈົ້າຫນ້າທີ່ ຣະດັບ ສູງ ຈາກແຂວງ ຈຳປາສັກ ກໍໄດ້ຈັດ ກອງປະຊຸມ ຂຶ້ນທີ່ ໂຮງແຮມ ກຣານ ເມືອງປາກເຊ ເພື່ອຕອບ ຄຳຖາມ ຜູ້ທີ່ ຂ້ອງໃຈ ທາງການ ລາວ ເວົ້າວ່າ ໂຄງການ ເຂື່ອນ ດອນ ສະໂຮງ ຈະໂປ່ງໄສ ທຸກຢ່າງ.