ກຸ່ມປົກປ້ອງສິ່ງແວດລ້ອມໃຫ້ ຂໍ້ມູນ ເກີນເຫດ
2015.01.12

ໃນ ກອງປະຊຸມ ປຶກສາ ຫາລື ກັບຊຸມຊົນ ໃນ ຂົງເຂດ ທີ່ ຈັດຂື້ນທີ່ ເມືອງ ປາກເຊ ແຂວງ ຈຳປາສັກ ໃນວັນ 12 ທັນວາ ປີ 2014 ກຸ່ມ ນັກຊ່ຽວຊານ ຈາກ ຄນະ ກັມມາທິການ ແມ່ນ້ຳຂອງ ໄດ້ ຣາຍງານວ່າ ໂຄງການ ເຂື່ອນ ນ້ຳລິນ ດອນສະໂຮງ ຈະບໍ່ສົ່ງ ຜົລກະທົບ ຂ້າມ ແດນ ໄປ ສູ່ປະເທດ ໃຕ້ເຂື່ອນ ບໍ່ວ່າ ທາງດ້ານ ຄຸນນະພາບ ຂອງນ້ຳ ແລະ ຣະບົບ ນິເວດ ຄວາມ ສົມບູນ ຂອງ ການໄຫລ ແລະ ດິນ ຕະກອນ ຫລື ການ ເດີນເຮືອ ກໍຈະບໍ່ມີ ຜົລກະທົບ.
ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ເວົ້າວ່າ ທາງການ ລາວ ແຕ່ໃດໆມາ ໃຫ້ຄວາມ ສຳຄັນ ໃນການ ແກ້ໄຂ ບັນຫາ ການຂື້ນລົງ ຂອງປາ ວ່າເປັນ ບັນຫາ ທີ່ສຳຄັນ ທີ່ກຸ່ມ ປົກປ້ອງ ສີ່ງແວດລ້ອມ ເປັນຫວ່ງ.
ທ່ານວ່າ ນັກ ວິຊາການ ດ້ານ ການຂຶ້ນລົງ ຂອງປາ ແລະ ນັກຊ່ຽວຊານ ດ້ານປາ ຂອງ ຄນະ ກັມມາທິການ ແມ່ນ້ຳຂອງ ກໍໄດ້ຍົກ ບັນຫາ ດັ່ງກ່າວ ວ່າເປັນ ບັນຫາ ທີ່ຫນ້າ ເປັນຫວ່ງ ແລະ ກໍໄດ້ຊອກ ຊ່ອງທາງ ແກ້ໄຂ ເປັນຢ່າງດີ.
ທາງການລາວ ເຊື່ອວ່າ ຮູນ້ຳ ທັມມະຊາດ ທີ່ຈະຖືກ ດັດແປງ ນັ້ນ ຈະເຮັດໃຫ້ ປາຂື້ນລົງ ໄດ້ ຕລອດ ປີ ແລະ ຈຳນວນປາ ໃນເຂດ ດັ່ງກ່າວ ຈະ ເພີ້ມຂື້ນ ດ້ວຍການ ບໍຣິຫານ ຈັດການ ທີ່ມີ ຄຸນນະພາບ ການ ອະນຸຮັກ ພັນປາ ແລະ ການ ເພາະມັນ ຂອງປາ
ການພັທນາ ທີ່ຍືນຍົງ ໃນໂຄງການ ສ້າງ ເຂື່ອນ ດອນສະໂຮງ ທາງການ ລາວ ໄດ້ໃຫ້ ຄວາມ ໂປ່ງໄສ ທຸກຢ່າງ ແຕ່ກຸ່ມ ປົກປ້ອງ ສີ່ງ ແວດລ້ອມ ແລະ ກຸ່ມນັກ ເຄື່ອນໄຫວ ຕ່າງໆ ໃຫ້ຂໍ້ມູນ ທີ່ ບໍ່ຖືກຕ້ອງ ກ່ຽວກັບ ເຂືື່ອນ ດອນສະໂຮງ ທີ່ເຮັດໃຫ້ ເກີດຄວາມ ຢ້ານກົວ ຕໍ່ ຊຸມຊົນ ຜູ້ທີ່ຢູ່ ໃຕ້ເຂື່ອນ. ກຸ່ມ ດັ່ງກ່າວ ສ້າງຄວາມ ຄວາມເຂົ້າໃຈ ຜິດ ໃນ ໂຄງການ ເຂື່ອນ ດອນສະໂຮງ.