ເຂື່ອນລາວຂັດໃຈເພື່ອນບ້ານ

ມີຫລາຍ ປະເທດ ເພື່ອນບ້ານ ຂອງລາວ ບໍ່ພໍໃຈນໍາ ການສ້າງເຂືອນ ໄຟຟ້າ ໄຊຍະບຸຣີ.

ອົງການ MRC ຂໍຄວາມ ຢືນຢັນ ຢ່າງແຈ່ມແຈ້ງ ໃນການເລື່ອນ ໂຄງການ ກໍ່ສ້າງເຂື່ອນ ໄຊຍະບູຣີ ຈາກທາງການ ສປປລາວ. RFA

ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບ ຣັຖບານ ແລະ ຣັຖບານ ຂອງ ປະເທດ ເພື່ອນບ້ານ ບາງປະເທດ ໄດ້ໃຊ້ ການປະຊຸມ ຄັ້ງທີ່ 19 ຂອງ MRC ຫຼື ຄນະກັມມະທິການ ແມ່ນໍ້າຂອງ  ໃນສັປດາ ຜ່ານມາ ສະແດງ ຄວາມບໍ່ພໍໃຈ ຕໍ່ໂຄງການ ສ້າງເຂື່ອນ ໄຊຍະບຸຣີ ໃນມູນຄ່າ3.5 ຕຶ້ ດອນລ່າ ສະຫະຣັຖ ແລະ ສາມາດ ຜລິດກະແສ ໄຟຟ້າໄດ້ 1,285 ເມກາວັດ ແລະ ເປັນເຂື່ອນທໍາອິດ ໃນໂຄງການສ້າງ ເຂື່ອນ ທັງໝົດ 11 ເຂື່ອນ ໃນອະນາຄົດ. ໂຄງການເຂື່ອນ 11 ແຫ່ງ ທັງໝົດນີ້ ຖ້າສໍາເຣັດ ຈະເຮັດໃຫ້ ສປປລາວ ສາມາດ ຜລິດກະແສໄຟຟ້າ ໄດ້ຫລາຍທີ່ສຸດ ເພື່ອສົ່ງອອກຂາຍ ປຽບສະເໝືອນ ເປັນໝໍ້ໄຟ ໃນເອເຊັຍ.

ເຖີງຢ່າງໃດ ກໍຕາມ ອົງການ MRC ພ້ອມກັບ ສະມາຊິກ ປະເທດອື່ນໆ ຮວມທັງ ສະຫະພາບ ຢູໂຣບ ສະຫະຣັຖ ອະເມຣິກາ ອອສເຕຣເລັຍ New Zealand ທະນະຄານໂລກ ແລະ ທະນະຄານ ພັທນາເອເຊັຍ ຕ່າງກໍມີຄວາມ ເປັນຫ່ວງນໍາ ບັນຫາ ຜົນກະທົບ ຈາກໂຄງການສ້າງ ເຂື່ອນ ໄຊຍະບຸຣີ ທີ່ທາງ ຣັຖບານລາວ ຍັງບໍ່ໃຫ້ຄວາມ ກະຈ່າງແຈ້ງ ຈົນເທົ້າທຸກມື້ນີ້.

ອົງການ MRC ຖືກ ຈັດຕັ້ງຂື້ນ ໃນ ປີ 1995 ປະກອບດ້ວຍ ລາວ ກໍາພູຊາ ໄທ ແລະ ວຽດນາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org