2015 ລາວຈະຫລຸດ ການຊື້ໄຟຟ້າ
ສປປລາວ ອາຈສາມາດ ຫລຸດຜ່ອນ ການນຳເຂົ້າ ພະລັງ ໄຟຟ້າ ຈາກ ຕ່າງປະເທດ ໄດ້ ພາຍໃນ ປີ 2015.
-
ສິດນີ
2013-02-15 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ທ່ານນື່ງ ເວົ້າວ່າ, ປັດຈຸບັນ ຣັຖບານ ລາວ ໄດ້ສຸມໃສ່ ການກໍ່ສ້າງ ເຂື່ອນໄຟຟ້າ ຂນາດໃຫຍ່ ຫລາຍແຫ່ງ ເພື່ອສນອງ ຄວາມຕ້ອງການ ພະລັງໄຟຟ້າ ພາຍໃນ ປະເທດ ແລະ ການສົ່ງອອກ ແຕ່ຫາກເມື່ອ ເຂື່ອນທັງໝົດ ສ້າງສຳເຣັດ ສປປລາວ ກໍຈະສາມາດ ຫລຸດຜ່ອນ ການຊື້ໄຟຟ້າ ຈາກປະເທດ ເພື່ອນບ້ານ ລົງໄດ້. ທ່ານກ່າວ ໃນຕອນນື່ງວ່າ:
"ອະນາຄົດ ນີ້ກໍມີ ຫລາຍຢູ່ ຊື່ງ ຣັຖບານໄດ້ MOU ກັບ ບໍຣິສັດ ພາຍໃນແນ່ ເພາະປັດຈຸບັນ ນີ້ ໄທເຮົາ ເຊັນສັນຍາ ຊື້ຂາຍ ນຳຕ່າງປະເທດ ແຕ່ວ່າ ໄຟຟ້າ ມັນບໍ່ພໍ ຈຳເປັນຕ້ອງໄດ້ ຊອກແຫລ່ງທຶນ ເພື່ອຂຍາຍ ຕາຂ່າຍໄປ".
ອິງຕາມ ຄຳເວົ້າຂອງ ດຣ. ດາວວົງ ພອນແກ້ວ ຫົວຫນ້າ ກົມນະໂຍບາຍ ແລະ ແຜນພລັງງານ ກະຊວງ ພລັງງານ ແລະ ບໍ່ແຮ່ ປັດຈຸບັນ ການນຳເຂົ້າ ໄຟຟ້າ ຈາກ ຕ່່າງປະເທດ ມີຢູ່ປະມານ 10% ແຕ່ພາຍໃນ ປີ 2015 ການນຳເຂົ້າ ຈະໃຫ້ຕ່ຳ ກວ່າ 1%. ໃນປີຜ່ານມາ ສປປລາວ ມີໂຄງການ ສ້າງເຂື່ອນ ໄຟຟ້າເຖິງ 17 ແຫ່ງ ໃນທົ່ວປະເທດ ໂດຍຄາດວ່າ ຈະສາມາດຜລິດ ໄຟຟ້າໄດ້ ປະມານ 3,674 ເມກາວັດ ໃນນັ້ນ 1,388 ເມກາວັດ ແມ່ນໃຊ້ ພາຍໃນປະເທດ ສ່ວນເຫລືອແມ່ນ ສົ່ງອອກ. ໂຄງການ ກໍ່ສ້າງເຂື່ອນ ໄຟຟ້າ ຕື່ມອີກ 6 ເຂື່ອນ ທີ່ຈະມີ ກຳລັງ ຜລິດໄດ້ ປະມານ 858 ເມກາວັດ ໄດ້ລົງນາມ ກັນໃນເດືອນ ຫລັງໆມານີ້ ແລະ ຄາດວ່າ ຈະສ້າງ ສຳເຣັດ ໃນປີ 2015 ໃນນັ້ນ ເຄີ່ງນື່ງແມ່ນ ໃຊ້ພາຍໃນ ປະເທດ.