ສ້າງເຂື່ອນໄຟຟ້າ ຕ້ອງຮອບຄອບ
ຊາວລາວ ສ່ວນຫລາຍ ບໍ່ຂັດຂ້ອງ ໃນການສ້າງ ເຂື່ອນ ໄຟຟ້າ ແຕ່ຢາກໃຫ້ ມີການ ສຶກສາ ສຳຣວດ ເບິ່ງຢ່າງຄັກແນ່ ກ່ອນທີ່ຈະ ລົງມືສ້າງ.
-
2013-03-14 -
-
-
Your browser doesn’t support HTML5 audio
ຊາວລາວ ສ່ວນຫລາຍ ບໍ່ຂັດຂ້ອງ ໃນການສ້າງ ເຂື່ອນ ໄຟຟ້າ ແຕ່ຢາກໃຫ້ ມີການ ສຶກສາ ສຳຣວດ ເບິ່ງຢ່າງຄັກແນ່ ກ່ອນທີ່ຈະ ລົງມືສ້າງ.
ອີກຢ່າງນຶ່ງ ຣັຖບານ ຄວນສ້າງ ເຂື່ອນ ໃສ່ ແຕ່ລໍານ້ຳ ສາຂາ ສາຍນ້ອຍ ເທົ່ານັ້ນ ບໍ່ຄວນສ້າງໃສ່ ແມ່ນ້ຳໃຫຍ່ ເຊັ່ນ ແມ່ນ້ຳຂອງ. ນັກວິຈັຍ ດ້ານ ພະລັງງານ ແລະ ເຂື່ອນໄຟຟ້າ ຜູ້ນຶ່ງ ໃຫ້ຄຳຄິດເຫັນ ກ່ຽວກັບ ເຣື່ອງນີ້ວ່າ:
“ກໍບໍໄດ້ ໝາຍຄວາມວ່າ ບໍ່ຢາກໃຫ້ ສ້າງເຂື່ອນ ເລີຍ ຢຸດການສ້າງ ເຂື່ອນ ທັງໝົດເດີ ແຕ່ວ່າໃຫ້ ພິຈາຣະນາ ເບິ່ງວ່າ ບ່ອນໃດສົມຄວນ ສ້າງເຂື່ອນແນ່ ບ່ອນໃດ ບໍ່ສົມຄວນແນ່ ແລ້ວເຂື່ອນຕົວໃດ ສ້າງກ່ອນ ເຂື່ອນຕົວໃດ ສ້າງທີ່ຫລັງແນ່ ຢາກໃຫ້ມີ ແຜນພັທນາ ແບບນີ້.”
ຣັຖບານ ມີແຜນຈະສ້າງ ເຂື່ອນ ໄຟຟ້າ ທັງໝົດ ເກືອບຮ້ອຍແຫ່ງ ສ້າງສຳເຣັດ ໄປແລ້ວ ເກືອບ 20 ແຫ່ງ ແລະ ກຳລັງສ້າງ ສຶກສາ ສຳຣວດ ແລະ ວາງແຜນຫລາຍສິບ ເຂື່ອນ ໃນນັ້ນ ລວມທັງ ເຂື່ອນ ໄຊຍະບຸຣີ ຊຶ່ງເປັນເຂື່ອນ ແມ່ນ້ຳຂອງ ແຫ່ງທຳອິດ ໃນພາກລຸ່ມ ຂອງ ແມ່ນ້ຳຂອງ. ທີ່ຜ່ານມາ ການສ້າງເຂື່ອນ ໄດ້ສົ່ງຜົນ ກະທົບຕໍ່ ປະຊາຊົນ ທ້ອງຖິ່ນ ແລະ ສິ່ງແວດລ້ອມ ຢ່າງແຮງ; ປະຊາຊົນ ຫລາຍພັນຄົນ ຈຳເປັນຕ້ອງ ໂຍກຍ້າຍ ທີ່ຢູ່ອາສັຍ; ຜູ້ໂຍກຍ້າຍ ກໍບໍ່ພໍໃຈ ທີ່ໄດ້ຄ່າ ຊົດເຊີຍໜ້ອຍ ແລະ ບ່ອນທຳມາ ຫາກິນໃໝ່ ກໍບໍ່ອຸດົມ ສົມບູນ.
ໃນບັນຫາ ສິ່ງແວດລ້ອມ ເຂື່ອນ ໂດຍສະເພາະ ເຂື່ອນ ແມ່ນ້ຳຂອງ ຈະທຳຣາຍປາ ຊຶ່ງເປັນອາຫານ ຫລັກ ຂອງປະຊາຊົນ ຫລາຍສິບ ລ້ານ ຄົນ; ນອກຈາກນັ້ນ ນ້ຳ ກໍຈະບົກແຫ້ງ. ນັກພິທັກ ຮັກສາ ສິ່ງແວດລ້ອມ ເວົ້າວ່າ ຣັຖບານ ລາວ ບໍ່ໄດ້ ປຶກສາຫາລື ກັບ ປະຊາຊົນ ທ້ອງຖິ່ນເລີຍ ກ່ອນຈະສ້າງ ເຂື່ອນ. ປະຊາຊົນ ຈົ່ມວ່າ ພວກເຂົາ ບໍ່ຮູ້ຣາຍ ລະອຽດ ຫຍັງ ບໍ່ຮູ້ຜົນດີ ຜົນຮ້າຍ ແນວໃດ ຈາກໂຄງການ ສ້າງເຂື່ອນ ໄຟຟ້າ, ເມື່ອທາງການ ສັ່ງໃຫ້ຍ້າຍ ກໍຕ້ອງຍ້າຍ.