ເຂື່ອນໄຟຟ້ານໍ້າບາກ
2013.06.18

ໂຄງການ ເຂື່ອນ ໄຟຟ້າ ນໍ້າບາກ ຂອງລາວ ຍັງຢູ່ໃນ ຣະຫວ່າງ ການ ເຈຣະຈາ. ປັດຈຸບັນ ບໍຣິສັດ ເຊົາອິສ ເອເຊັຍ ເອນເນິຈີ ກໍາລັງ ເຈຣະຈາ ກັບ ຣັຖບານລາວ ກ່ຽວກັບ ຂໍ້ຕົກລົງ ລະອຽດ ຂອງ ໂຄງການ ເຂື່ອນ ໄຟຟ້າ ນໍ້າບາກ ຊຶ່ງ ຄາດວ່າ ຈະເລີ່ມ ກໍ່ສ້າງ ໃນປີ 2014. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ບໍຣິສັດ:
"ບໍຣິສັດ ລົງທຶນ ອັນໃໝ່ ທີ່ ເປັນທຸຣະກິດ ພະລັງງານ ຕອນນີ້ ໂຄງການ ນໍ້າບາກ ຍັງຢູ່ໃນຊ່ວງ ຂອງການ ເຈຣະຈາ, ມີການ ຕໍ່ລອງ ເຣື່ອງຣາຄາ ໄຟຟ້າ ຢູ່ ຄິດວ່າ ປະມານ ປີໜ້າ ຈະໄດ້ເລີ່ມ ກໍ່ສ້າງແລ້ວ".
ໂຄງການ ເຂື່ອນ ນໍ້າບາກ ມີ 2 ເຂື່ຶອນ ຄື: ເຂື່ອນນໍ້າບາກ1-160 MW ຈະສົ່ງຂາຍ ໃຫ້ໄທໝົດ ແລະ ເຂ່ືອນນໍ້າບາກ2 –40 MW, ຜລິດເພື່ອໃຊ້ ໃນລາວ ແລະ ຈະຂາຍ ໃຫ້ໄທ ບາງສ່ວນ. ຈະໃຊ້ ງົບປະມານ ກໍ່ສ້າງ ທັງສອງ ເຂື່ອນ ປະມານ 400 ລ້ານ ໂດລາ ສະຫະຣັດ ແລະ ຄາດວ່າ ຈະໃຊ້ເວລາ ກໍ່ສ້າງ ໃນກໍານົດ 5 ປີ ແລະ ມີຣະຍະ ສັມປະທານ 30 ປີ.
ບໍຣິສັດ ດັ່ງກ່າວ ແມ່ນ ບໍຣິສັດ ລູກ ຂອງ ບໍຣິສັດ ຊ.ການຊ່າງ ຂອງໄທ ຊຶ່ງເປັນ ບໍຣິສັດ ທີ່ຮັບຜິດຊອບ ໂຄງການ ກໍ່ສ້າງເຂື່ອນ ໄຟຟ້າ ຂນາດ ໃຫຍ່ທີ່ສຸດ ຂອງລາວ ຄື: ເຂື່ອນ ໄຊຍະບູຣີ ທີ່ ປັດຈຸບັນ ກໍາລັງ ກໍ່ສ້າງຢູ່ ເຖິງແມ່ນ ມວນຊົນ ຈະຄັັດຄ້ານ ຍ້ອນມັນ ຈະມີຜົລ ກະທົບ ຕໍ່ ທັມມະຊາດ, ສິ່ງແວດລ້ອມ ແລະ ຕໍ່ຜູ້ຄົນ ຢ່າງຫລວງຫລາຍ ແນວໃດ ກໍຕາມ.