ຜູ້ນໍາໂບດຖືກກ່າວຫາເປັນ ຄາຕກອນ

ຈໍາປາທອງ
2014.06.27
f-default2 ຜູ້ນໍາໂບດຖືກກ່າວຫາເປັນ ຄາຕກອນ
RFA

 

ບັນດາ ຜູ້ນໍາໂບດ 4 ທ່ານ ແລະ ຜູ້ຖື ສາສນາ ຄຣິສຈຽນ ທີ່ໄດ້ ຖືກ ທາງການ ລາວ ຈັບຂັງ ຢູ່ພາກໃຕ້ ຂອງລາວ ນັ້ນ ຖືກກ່າວ ຫາ ວ່າ ເປັນ ຄາຕກອນ ຂ້າ ແມ່ຍິງ ລາວ ຄົນນຶ່ງ ທີ່ ເຊື່ອຖື ສາສນາ ຄຣິສຈຽນ ເມື່ອ ບໍ່ດົນ ມານີ້. ຕາມ ແຫລ່ງຂ່າວ ຂອງຜູ້ ສັນທັດ ກໍຣະນີ ທີ່ ກ່າວຕໍ່ ໜັງສືພິມ BosNewsLife ໃນວັນ ພະຫັດ ທີ 26 ມິຖຸນາ 2014 ນີ້.

ທ່ານ ສີຣິກຸນ ປຣະເສີດສີ ຜູ້ ອໍານວຍການ ອົງການ ສິດທິມະນຸດ ແລະ ສິດ ເສຣີພາບ ໃນການ ເຊື່ອຖື ສາສນາ ຢູ່ ປະເທສ ລາວ ກ່າວວ່າ ທາງການ ແຂວງ ສວັນນະເຂດ ກ່າວຫາ ທ່ານ ໄກທອງ, ທ່ານ ປູເພັດ, ທ່ານ ມຸກ ແລະ ທ່ານ ຫາສະດີ ທີ່ ເປັນຜູ້ນໍາ ໂບດ ແລະ ທ່່ານ ຕຽງ ຜູ້ເຊື່ອຖື ສາສນາ ຄຣິສຈຽນ ວ່າເປັນ ຄາຕກອນ ທີ່ ຂ້ານາງ ຈານ ຢູ່ ປະເທສລາວ ຊາວ ຄຣິສຈຽນ ມັກ ຈະມີແຕ່ ຊື່ ດຽວ.

ທັງ 5 ຄົນ ທີ່ວ່ານັ້ນ ໄດ້ ຖືກຈັບ ກັກຂັງ ໃນຕອນ ເຊົ້າ ວັນ ອັງຄານ ທີ 24 ມິຖຸນາ 2014 ພາຍຫລັງ ທີ່ ໄດ້ຈັດ ພິທີ ຊາປະນະກິດ ສົບ ນາງຈານ ຜູ້ທີ່ເສັຍ ຊີວິດ ໃນອາທິດ ນີ້ ຢູ່ບ້ານ ໄຊສົມບູນ, ເມືອງ ອາດສະພັງທອງ, ແຂວງ ສວັນນະເຂດ.

ທ່ານວ່າ ນາງເສັຍ ຊີວິດ ຢ່າງ ກະທັນຫັນ ເມື່ອ ວັນທີ 22 ມິຖຸນາ ແລະ ທາງ ເຈົ້າໜ້າທີ່ ຕໍາຣວດ ໄດ້ ກ່າວຫາ ທ່ານ ໄກທອງ ແລະ ຊາວຄຣິສຈຽນ ອີກ 4 ຄົນ. ທ່ານວ່າ ເຫດຜົລ ທີ່ແທ້ຈິງ ຂອງ ການກັກຂັງ ນັ້ນ ແມ່ນການ ປາບປາມ ຢ່າງເປັນ ທາງການ ຕໍ່ສາສນາ ຄຣິສຈຽນ ໃນເຂດ ຊົນນະບົດ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.