ສະພາການຄ້າ-ການເງິນສາກົນ ລົງນາມ

ສະພາ ການຄ້າ ກັບ ບໍຣິສັດ ການເງິນ ສາກົນ ຮ່ວມກັນ ຕັ້ງກຸ່ມ ປະຕິບັດ ວຽກງານ ຂອງນັກ ພັທນາ ເຂື່ອນ ໄຟຟ້າ.

ສະພາການຄ້າ-ການເງິນສາກົນ ລົງນາມ RFA

 

ສະພາການຄ້າແຫ່ງຊາຕ ຮ່ວມມືກັບບໍຣິສັດການເງິນສາກົນ IFC ເພື່ອຕັ້ງກຸ່ມເຮັດວຽກຂຶ້ນ ສໍາລັບບໍຣິສັດພັທນາເຂື່ອນໄຟຟ້າ ໃນວັນທີ 5 ທັນວາ 2013.​ ການລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ໄດ້ມີຂຶ້ນທີ່ນະຄອນຫລວງວຽງຈັນ ຣະຫ່ວາງທ່ານ ສີສະຫວາດ ທີຣະວົງ ປະທານ ສະພາການຄ້າລາວກັບທ່ານ Ian Crosb ຜູ້ນໍາທຸຣະກິດ ພຸມີພາກ. ສໍາລັບບໍຣິສັດການເງິນສາກົນ IFC ເຂດເອເຊັຽຕະເວັນອອກ-ປາຊີຝິກ, ຕາມລາຍງານອົງການຂ່າວ ຊິນຫົວ.

ຣາຍງານແຈ້ງວ່າກຸ່ມເຮັດວຽກສໍາລັບ ບໍຣິສັດພັທນາເຂື່ອນໄຟຟ້າ ມີຈຸດປະສົງສົ່ງເສີມການພັທນາທີ່ຍືນຍົງ ໃນພາກສ່ວນເຂື່ອນໄຟຟ້າ ພະລັງ ນໍ້າໃນລາວ ທັງປັບປຸງ ສິ່ງແວດລ້ອມ ແລະຄຸ້ມຄອງຄວາມສ່ຽງດ້ານສັງຄົມ ໃນທາງປະຕິບັດ. ກຸ່ມເຮັດວຽກດັ່ງກ່າວ ຈະໃຊ້ເປັນເວທີໃນການ ຍົກບັນຫາ ທ້າທາຍຕ່າງໆ ຈາກພາກສ່ວນ ການພັທນາເຂື່ອນ ພ້ອມທັງເປັນບ່ອນໃຫ້ໂອກາດາດ ແກ່ບັນດາບໍຣິສັດພັທນາເຂື່ອນ ແລກປ່ຽນຂໍ້ ມູນແລະຄວາມຮູ້ໃຫ້ກັນ ເພື່ອປັບປຸງການຄຸ້ມຄອງ ໂຄງການຂອງ ບໍຣິສັດທີ່ລົງທຶນ.

ຫລັງຈາກລົງນາມໃນສັນຍາແລ້ວ ທ່ານ Ian Crosby ກ່າວວ່າ ພວກທ່ານໄດ້ເຮັດວຽກກ່ຽວກັບ ໂຄງການນີ້ ກັບຣັຖລານລາວ ດ້ານນະໂຍ ບາຍ ແລະ ຣະບຽບການ ມາໄດ້ປະມານ 1 ປີແລ້ວ. ກຸ່ມເຮັດວຽກນີ້ ມີພາລະໜ້າທີ່ເຮັດວຽກກັບຣັຖບານ ກັບນັກລົງທຶນພັທນາເຂື່ອນ ແລະ ກັບສະຖາບັນການເງິນ. ນອກນັ້ນຍັງຈະເປັນຜູ້ໃຫ້ຂໍ້ມູນ ທີ່ເປັນປະໂຫຍດແກ່ ບໍຣິສັດພັທນາເຂື່ອນ ໃນການປະຕິບັດມາຕຖານສາກົນ ກ່ຽວກັບ ການພັທນາ ແລະການເຮັດ ທຸຣະກິດເຣື້ອງເຂື່ອນ ຮ່ວມທັງການປົກປັກຮັກສາ ສິ່ງແວດລ້ອມ ແລະສັງຄົມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org