ເຂື່ອນດອນສະໂຮງແລະການ ຫາປາ
ການຫາປາ ໃນເຂດ ສີ່ພັນດອນ ມີມູລຄ່າ 12 ຕື້ກີບ ຕໍ່ປີນັ້ນ ອາຈໄດ້ຮັບ ຜົລກະທົບ ຫລັງຈາກ ສ້າງເຂື່ອນ ດອນສະໂຮງ.
-
ມະນີຈັນ
2014-02-21 -
-
-
Your browser doesn’t support HTML5 audio
ໃນການປະຊຸມສາທາຣະນະ ເຣື່ອງເຂື່ອນດອນສະໂຮງ: ໃນຄວາມເຫັນຂອງກັມພູຊາ,ໄທ,ແລະວຽດນາມ ທີ່ບາງກອກໃນວັນທີ 19 ກຸມພາ 2014ທ່ານມົນຕຣີ ຈັນທະວົງ ຈາກໂຄງການຟື້ນຟູ ຣະບົບນິເວດ ໃນພູມີພາກແມ່ນໍ້າຂອງ ຫລືແທຣາຣ໌ ໄດ້ສະແດງຄວາມກັງວົນເຖິງຜົລ ກະທົບຕໍ່ການຫາປາ ຂອງຊາວບ້ານໃນເຂດສີພັນດອນ ຫາກເຂື່ອນດອນສະໂຮງສ້າງແລ້ວ:
"ທ່ານເວົ້າວ່າຈາກການສໍາຣວດ 36ຫລີ່ ທັງ 36ຫລີ່ຫາປາໄດ້ຢູ່ປະມານ 600 ຕັນຕໍ່ປີມູລຄ່າຕົກຢູ່ຣະຫວ່າງ 47ຫາ50 ລ້ານບາດ.ນີ້ຍັງບໍ່ ຮວມເຖິງການບໍຣິໂພຄ 1ຫາ3 ກິໂລຕໍ່ຄອບຄົວຕໍ່ວັນ.ດັ່ງນັ້ນຈຶ່ງວ່າການສ້າງເຂື່ອນດອນສະໂຮງຈະບໍ່ກະທົບໃສ່ພຽງ 11-12 ຄອບຄົວທີ່ ຖືກຍ້າຍແຕ່ມັນຈະກະທົບໃສ່ການຫາປາໃນ 3 ຊ່ອງທາງປາຂຶ້ນລ່ອງ ໝົດເລີຍ".
ໃນປີ 2008 ອົງການ TERRA ຂອງໄທຮ່ວມກັບອົງການ Mekong Watch ຂອງຍີ່ປຸ່ນແລະກຸ່ມດອກຈໍາປາຂອງລາວໄດ້ລົງສຶກສາການ ຫາປາຂອງຊາວບ້ານ ໃນເຂດສີພັນດອນ ຊຶ່ງເປັນພື້ນທີ່ ຈະສ້າງເຂື່ອນດອນສະໂຮງພົບວ່າໃນແຕ່ລະປີຊຸມຊົນເຂດນັ້ນສາມາດຂາຍປາທີ່ ຫາໄດ້ໃນເຂດນັ້ນ ເປັນມູລຄ່າສູງເຖິງ 47ຫາ50 ລ້ານບາດ ຫລືປະມານ 12ຕື້ກີບຕໍ່ປີ ຊຶ່ງການສ້າງເຂື່ອນແລະການຫ້າມຫາປາໃນເຂດນັ້ນ ອາຈສົ່ງຜົລກະທົບໃສ່ວິຖີຊີວິດຂອງຊາວບ້ານ. ທ່ານມົນຕຣີໄດ້ກ່າວໄປເຖິງການພຍາຍາມສ້າງທາງຜ່ານປາໃໝ່ຂອງທາງໂຄງການເພື່ອທົດ ແທນຮູສະໂຮງ ທີ່ຈະຖືກເຂື່ອນຕັນນັ້ນ:
"ທ່ານກ່າວວ່າເດີມທີປາຜ່ານຮູສະໂຮງປິດຮູສະໂຮງແລ້ວກໍຈະໄປຣະເບີດຮູສະດໍາແລະຮູຊ້າງເຜືອກ ເພື່ອທີ່ຈະໃຫ້ນໍ້າໄຫລຜ່ານໄດ້ຕລອດປີ ໃຫ້ປາຂຶ້ນແທນຮູສະໂຮງນີ້ ເປັນພຽງຄິດວ່າປາມັນຈະຂຶ້ນໄດ້ ແຕ່ຈະຂຶ້ນໄດ້ແທ້ຫລືບໍ່ນັ້ນ ຈະພິສູດກັນແນວໃດ ນອກຈາກສ້າງເຂື່ອນແລ້ວໆ ຖ້າມັນຂຶ້ນບໍ່ໄດ້ ກໍເປັນຄວາມເສັຽຫາຍ".
ຢ່າງໃດກໍຕາມທ່ານວິຣະພົນວິຣະວົງຮອງຣັຖມົນຕຣີກະຊວງພະລັງງານແລະບໍ່ແຮ່ຂອງລາວ ໄດ້ກ່າວຕອນທີ່ພາສື່ມວນຊົນໄປສໍາຣວດພື້ນ ທີ່ກໍ່ສ້າງເຂື່ອນດອນສະໂຮງ ເມື່ອຊ່ວງເດືອນພຶສຈິກາ ປີກາຍວ່າການກໍ່ສ້າງເຂື່ອນດອນສະໂຮງນີ້ ຈະສົ່ງຜົລກະທົບຕໍ່ພັນປາ ໜ້ອຍທີ່ສຸດ ແຕ່ນັກວິຊາການແລະນັກສິ່ງແວດລ້ອມຕ່າງກໍຍັງກັງວົນຢູ່.