ເຂື່ອນໄຊຍະບູຣີເພີ້ມທຶນຊ່ອຍ ປາ ຂຶ້ນລົງ

ສິດນີ
2015.02.04
F-Xayaburi ແມ່ນໍ້າຂອງ ແຂວງ ໄຊຍະບູຣີ
RFA

ໂຄງການ ສ້າງເຂື່ອນ ໄຊຍະບູຣີ ໄດ້ ປະຕິບັດ ຕາມ ຄຳ ຮຽກຮ້ອງ ຂອງ ປະຊາຊົນ ທ້ອງຖິ່ນ ແລະ ປະເທດ ລຸ່ມ ແມ່ນໍ້າຂອງ ໃນການ ຄ້ຳປະກັນ ຄວາມ ປອດພັຍ ດ້ານ ອາຫານ ການກິນ ຈຶ່ງ ໄດ້ສ້າງ ຂັ້ນໄດ ຂຶ້ນລົງ ຂອງປາ ໃນ ໂຄງການ ເຂື່ອນ ໄຊ ຍະບູຣີ ທີ່ໃຊ້ເງິນ ປະມານ 10 ຕື້ບາດ. ບໍຣິສັດ ຊໍ ການຊ່າງ ຂອງໄທ ຊຶ່ງ ເປັນ ຜູ້ກໍ່ສ້າງ ຕ້ອງການ ໃຫ້ ຣັຖບານ ລາວ ຈ່າຍ ຄືນໃຫ້ ໃນສ່ວນ ທີ່ເພີ້ມຂຶ້ນ ຂອງການ ລົງທຶນ.

ໃນ ເບື້ອງຕົ້ນ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ຄາດວ່າ ຈະຕົກຢູ່ ປະມານ 115 ຕື້ບາດ. ສໍາລັບ ສ່ວນທີ່ ເພີ້ມຂຶ້ນ ປະມານ 10 ຕື້ບາດ ໃນການ ກໍ່ສ້າງ ຂັ້ນໄດ ໃຫ້ປາ ຂຶ້ນລົງ ນັ້ນ ບໍຣິສັດ ຊໍ ການຊ່າງ ຈຶ່ງຕ້ອງ ເຈຣະຈາ ກັບ ຣັຖບານ ລາວ ເພື່ອ ຂໍໃຫ້ ຈ່າຍຄືນ. ອີງຕາມ ຄຳເວົ້າ ຂອງ ນາຍ ສົມຄວນ ວັທທະກຸນ ທີ່ປຶກສາ ບໍຣິສັດ ຊໍ ການຊ່າງ.

ໃນ ຕລາດຫຸ້ນ ໄທ ໃນ ເດືອນ ທີ່ ຜ່ານມາ ບໍຣິສັດ ພລັງງານ ຊໍ ການຊ່າງ ໄດ້ ສຳເຣັດຜົລ ໃນການ ຊື້ຫຸ້ນ 30% ຂອງ ເຂື່ອນ ໄຊຍະບູຣີ ກຸ່ມ ຜູ້ຖື້ຫຸ້ນ ອື່ນໆ ກໍມີ ບໍຣິສັດ PTT ຂອງໄທ 25% ການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ 12.5% ຣັດ ວິສາຫະກິດ ໄຟຟ້າ ລາວ 20% ບາງກອກ Express 7.5% ບໍຣິສັດ ກໍ່ສ້າງ ແລະ ຊົລປະທານ ໄທ 5%.

ບໍຣິສັດ ຊໍ ການຊ່າງ ເວົ້າວ່າ ບັນຫາ ກ່ຽວກັບ ການຂຶ້ນລົງ ຂອງປາ ກໍໄດ້ຖືກ ແກ້ໄຂ ແລ້ວ ດັ່ງນັ້ນ ທາງການ ລາວ ຕ້ອງ ຊອກ ຊ່ອງທາງ ຈ່າຍຄ່າ ຊົດເຊີຍ ຄືນໃຫ້ ທາງ ບໍຣິສັດ ໃນ ພາກ ສ່ວນ ຂອງທຶນ ທີ່ ເພີ້ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.