Egat ບໍ່ໄດ້ຣະເມີດກົດ

ສິດນີ
2015.12.27
F-XD ຮູປຮ່າງຂອງ ເຂື່ອນໄຊຍະບູຣີ
laotimes

ສານ ປົກຄອງ ຂອງໄທ ຕັດສິນ ເຫັນວ່າ ຫນ່ວຍງານ ຂອງ ຣັຖບານ ໄທ 5 ຫນ່ວຍງານ ຊື່ງ ມີການໄຟຟ້າ ຝ່າຍຜລິດ ຫລື EGAT ຮ່ວມນຳ ນັ້ນວ່າໄດ້ ປະຕິບັດ ຕາມ ຣະບຽບ ກົດຫມາຍ ທຸກຢ່າງ ໃນການ ເຊັນສັນຍາ ຊື້ໄຟຟ້າ ຈາກ ເຂື່ອນໄຊຍະບູຣີ ຂອງລາວ. ດັ່ງ ການເປີດເຜີຍ ຂໍ້ມູນ ຂ່າວສານ ຮັບຟັງ ຄວາມຄິດເຫັນ ຂອງ ປະຊາຊົນ ຮ່ວມທັງ ການປະຕິບັດ ຂັ້ນຕອນ ການປຶກສາ ຫາລືກັນ ລ່ວງຫນ້າ.

ສານປົກຄອງ ຂອງໄທ ຍັງຕັດສິນ ເພີ້ມວ່າ ສັນຍາ ການຊື້ຂາຍ ໄຟຟ້າ ກັບລາວ ບໍ່ໄດ້ບົ່ງບອກ ເຖິງ ໃຫ້ປະເມີນ ຜົລກະທົບ ຕໍ່ ສີ່ງແວດລ້ອມ ນອກຈາກນັ້ນ ທາງ ບໍຣິສັດ ຍັງໄດ້ ເປີດເຜີຍ ຂໍ້ມູນ ຂ່າວສານ ໃຫ້ ປະຊາຊົນ ໄດ້ຮັບຮູ້ ຜ່ານເຄື່ອຂ່າຍ ອີນເຕີເນັດ ຂອງ ກະຊວງ ແຮງງານ ແລະ ສຳນັກງານ ນາຍົກ ຣັຖມົນຕຣີ ສຳລັບ ຂັ້ນຕອນ ການປືກສາ ຫາລືກັນ ລ່ວງຫນ້ານັ້ນ ກໍໄດ້ ຈັດປະຊຸມ 4 ຄັ້ງ ໂດຍກົມ ຊັພຍາກອນ ນ້ຳ ຂອງໄທ ທີ່ ສານ ເຫັນວ່າ ພຽງພໍແລ້ວ.

ຫລັງຈາກ ສານອ່ານ ຄຳວິນິຈສັຍ ດັ່ງກ່າວ ຍານາງ ຣັດມະນີ ພົບກ້າ ທະນາຍຄວາມ ຝ່າຍ ປະຊາຊົນ ຈາກ 8 ແຂວງ ແມ່ນ້ຳຂອງ ຂອງໄທ ກ່າວວ່າ  ຊາວບ້ານ ຈະ ອຸທອນ ຄະດີ ຕໍ່ໄປ ຍ້ອນວ່າ ມາຕການ ທີ່ ທາງຫນ່ວຍງານ ເຮັດ ຍັງບໍ່ ພຽງພໍ ແກ່ຊາວບ້ານ ໃນການ ໃຫ້ຂໍ້ມູນ ຕ່າງໆ ກ່ຽວກັບ ເຂື່ອນ. ດັ່ງ ນາງກ່າວ ໃນຕອນຶ່ງ ວ່າ:

"ກໍໄດ້ເວົ້າ ກັນແລ້ວ ເບື້ອງຕົ້ນ ວ່າເຮົາຈະ ອຸທອນ ແລະ ເຣື້ອງນີ້ ເປັນ ເຣື້ອງສຳຄັນ ຖ້າຫາກວ່າ ເຮົາບໍ່ສາມາດ ຄຸ້ມຄອງ ຜົລກະທົບ ຂ້າມແດນໄດ້ ຕໍ່ໄປມັນ ຈະມີ ເອອີຊີ ຫລື ຈະມີການ ເປີດໃຫ້ ລົງທຶນ ຂ້າມພົມແດນ ກັນ ລັກສນະ ຢ່າງນີ້ ກໍຈະມີ ບັນຫາ ເພີ້ມ ຫລາຍຂື້ນ ຊື່ງເຮົາ ຄິດວ່າ ຖ້າເຮົາ ບໍ່ສາມາດ ໃຊ້ຄະດີນີ້ ເປັນ ບັນທັດຖານ ໃນ ການຄຸ້ມຄອງ ໄດ້ ກໍຈະເກີດ ບັນຫາ ຜົລກະທົບ ເພີ້ມຂື້ນ ບໍ່ພຽງແຕ່ ປະເທດໄທ ຈະເປັນເຣື້ອງ ຂອງ ປະເທດລາວ ວຽດນາມ ແລະ ກຳພູຊາ ນຳອີກ".

ການຕັດສີນ ຂອງ ສານໄທ ດັ່ງກ່າວ ຊາວບ້ານ ສາມາດ ຍື່ນ ອຸທອນ ໄດ້ ພາຍໃນ 30 ວັນ ນັບແຕ່ມື້ ຕັດສີນ ຂອງ ສານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.