ອະນາຄົດຂອງ ທັມຊາຕສີ່ພັນດອນ

ຄວາມຄືບໜ້າ ຂອງ ໂຄງການ ເຂື່ອນ ດອນສະຫົງ ທາງ ພາກໃຕ້ ຂອງ ລາວ ເປັນຣະເບີດ ເວລາ ສໍາລັບ ໝູ່ປາ ໃນ ແມ່ນໍ້າຂອງ.

ແມ່ຕູ້ໃນໝູ່ບ້ານ ດອນສະຫົງ ທີ່ຕ້ອງໄດ້ ໂຍກຍ້າຍ ໄປກັບຊາວບ້ານ ຄົນອື່ນໆ RFA

 

ຄວາມຄືບໜ້າ ຂອງ ໂຄງການ ເຂື່ອນ ດອນສະຫົງ ທາງ ພາກໃຕ້ ຂອງ ລາວ ເປັນຣະເບີດ ເວລາ ສໍາລັບ ໝູ່ປາ ໃນ ແມ່ນໍ້າຂອງ.

ຄວາມຄືບໜ້າ ຂອງ ໂຄງການ ເຂື່ອນ ໄຟຟ້າ ດອນສະຫົງ ແຂວງ ຈໍາປາສັກ ພາກໃຕ້ ຂອງລາວ ຕາມບົດຂຽນ ຂອງ ນາງ ເອມີ Trandem ຈາກ ອົງການ ເຄືອຄ່າຍ ແມ່ນໍ້າ ສາກົລ ແຈ້ງວ່າ ມີ 2 ຊ່ອງທາງນໍ້າ ຖືກດັດແກ້ ແລ້ວ ເພື່ອທີ່ຈະໃຫ້ ປາ ຂຶ້ນລ່ອງ ໄດ້ດີຂຶ້ນ.

ດອນ ສະດໍາ ຖືກກະຕຣຽມ ເພື່ອສ້າງເສັ້ນທາງ ເຂົ້າເຖິງ ໂຄງການ ພ້ອມໆ ກັບ ຂົວ ເຊື່ອມຕໍ່. ນາງ ເອມີ ເວົ້າວ່າ ຊາວບ້ານ ບອກໃຫ້ ພວກນາງ ຮູ້ວ່າ ເຈົ້າໜ້າທີ່ ຂອງ ບໍຣິສັດ ທີ່ ຮັບຜິດຊອບ ບອກວ່າ ການກໍ່ສ້າງ ຈະເລີ່ມ ໃນປີໜ້າ ແລະ ເຖິງແມ່ນວ່າ ຈະເຫັນຄົນງານ ຂອງ ບໍຣິສັດ ມາທຸກມື້ ໃນບໍ່ເທົ່າໃດ ເດືອນຜ່ານມາ ແລະ ໄດ້ຈ້າງ ຊາວບ້ານ ຈໍານວນໜຶ່ງ ໃຫ້ຊ່ວຍ ໃນການ ກະຕຣຽມ ແຕ່ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ກໍຍັງຖືກ ປະປ່ອຍໃຫ້ ຢູ່ໃນຄວາມມືດເມື່ອເວົ້າ ເຖິງ ອະນາຄົດ ຂອງເຂົາເຈົ້າ. ພວກເຂົາເຈົ້າ ບໍ່ຮູ້ແນ່ວ່າ ໃຜຈະຖືກ ໃຫ້ ຍ້າຍອອກ ເມື່ອໃດ ຈະຕ້ອງຍ້າຍ ຈະໄດ້ຮັບ ຄ່າຊົດເຊີຍຄວາມ ເສັຽຫາຍ ທີ່ວ່າ ບໍ່ສາມາດ ເຂົ້າໄປຫາປາ ແມ່ນໍ້າຂອງ ໃນເຂດ ນັ້ນ ຫລືບໍ່.

ບັນດາ ຜູ້ຊ່ຽວຊານ ໄດ້ເຕືອນ ເຖິງ ພັຍພິບັດ ທີ່ ເຂື່ອນດອນສະຫົງ ອາຈນໍາມາ ສູ່ ການຫາປາ ຢູ່ແຖບນັ້ນ ເພາະເຂື່ອນ ຈະໄປຕັນ ຊ່ອງທາງ ທີ່ ສໍາຄັນ ທີ່ສຸດ ຂອງ ໝູ່ດອນ 4 ພັນດອນ ຊຶ່ງໃນການ ສຶກສາ ປີ 1994 ທາງ ກອງເລຂາ ແມ່ນໍ້າຂອງ ໄດ້ເອີ້ນ 4 ພັນ ດອນ ນັ້ນວ່າ ເປັນເຂດ ຣະບົບນິເວດ ທີ່ມີ ລັກສນະ ສະເພາະ ແລະ ທັງຣະບຸວ່າ ເປັນເຂດ ທັມຊາດ ທີ່ບໍ່ມີ ບ່ອນໃດຄື ຈຶ່ງຄວນ ພຍາຍາມ ຮັກສາ ທົ່ວເຂດ ຄອນພະເພັງ ໃຫ້ ປາສຈາກ ການ ພັທນາ ໃດໆ ທັງສິ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org