ຊາວບ້ານຢູ່ປາກແບງເດືອດຮ້ອນ

ສິດນີ
2015.03.22
f-image ຊາວບ້ານ ຢູ່ປາກແບງ ເດືອດຮ້ອນ ຍ້ອນໂຄງການ ສ້າງເຂື່ອນ
RFA

ຊາວບ້ານ ທີ່ ຢູ່ໃກ້ເຂດ ກໍ່ສ້າງ ເຂື່ອນ ປາກແບງ ເວົ້າວ່າ ຖນົນ ແລະ ການ ກໍ່ສ້າງ ຕ່າງໆ ໃນເຂດ ພື້ນທີ່ ສ້າງ ເຂື່ອນ ແມ່ນ້ຳຂອງ ປາກແບງ ໄດ້ ເລີ້ມ ລົງມື ກໍ່ສ້າງ ຢ່າງ ເປັນ ທາງການ ແລ້ວ ແຕ່ເດືອນ ມົກກະຣາ ປີ ນີ້ ແລະ ມີຜົລ ກະທົບ ຕໍ່ ດິນ ປູກຝັງ ຂອງ ປະຊາຊົນ ກວ່າ 20 ຄອບຄົວ ບາງ ຄອບຄົວ ຍັງບໍ່ໄດ້ ຮັບຄ່າ ຊົດເຊີຍ ຫຍັງເລີຍ. ດັ່ງ ຊາວບ້ານ ຜູ້ນຶ່ງ ເວົ້າວ່າ:

"ຂະເຈົ້າ ຊົດເຊີຍ ຫນ້ອຍ ແລະ ຂະເຈົ້າ ເຮັດຫລາຍ ຄື ມີບາງຕອນ ບໍ່ໄດ້ ຊົດເຊີຍ ຫຍັງເລີຍ ແລ້ວ ຂະເຈົ້າ ກໍຕັດ ຫົນທາງ ໄປ ຄົນຈີນ ເຮັດ ຄັນເຮົາ ປະຊາຊົນ ໄປເວົ້າ ເຂົາກໍວ່າ ໂອ້ ພວກເຈົ້າ ໄປ ເວົ້ານຳ ຣັຖບານ ພຸ້ນ ຕໍ່ ປະຊາຊົນ ພວກ ຈີນ ນະ ລະ ກໍບໍ່ມີ ນັກ ວິຊາການ ລາວ ໄປຢູ່ ນຳເລີຍ ທາງເຮົາ ໄປເວົ້າ ຂະເຈົ້າ ກະບໍ່ຮູ້ ຄວາມ ກັນແດ່ ເນາະ ພວກຈີນ ນີ້ນ່າ".

ຊາວບ້ານ ເວົ້າ ຕື່ມວ່າ ໂຄງການ ກໍ່ສ້າງ ເສັ້ນທາງ ຍາວ ປະມານ 8 ກິໂລແມັດ ແຕ່ບ້ານ ທ່າບັກ ຜ່ານ ຂົວ ຂ້າມ ນ້ຳຂອງ ເຂົ້າສູ່ເຂດ ເມືອງ ປາກເງີຍ ເປັນທາງ ເພື່ອໃຊ້ ຂົນສົ່ງ ອຸປກອນ ເຂົ້າໄປ ໃນເຂດ ກໍ່ສ້າງ ເຂື່ອນ ປາກແບງ ໃນ ເມືອງ ແບງ ແຂວງ ອຸດົມໄຊ ໂດຍ ເອົາດິນ ຊາວບ້ານ ໃນເຂດ ນັ້ນ ໄປໃຊ້ ສ້າງ ແລະ ສັນຍາ ວ່າຈະຈ່າຍ ໃຫ້ ຂະເຈົ້າ 1 ລ້ານ ກີບ ຕໍ່ 1 ເຮັກຕາ ມີ ປະຊາຊົນ ກວ່າ 20 ຄອບຄົວ ໄດ້ ຮັບຜົລ ກະທົບ ເທົ່າ ເຖິງ ປັດຈຸບັນ ຊາວບ້ານ ບາງ ຄອບຄົວ ຍັງ ບໍ່ໄດ້ ຮັບຄ່າ ຊົດເຊີຍ ເລີຍ. ເມື່ອ ຊາວບ້ານ ໃຫ້ ພໍ່ບ້ານ ໄປ ເຈຣະຈາ ເຈົ້າຫນ້າທີ່ ໂຄງການ ຊື່ງ ເປັນ ຄົນຈີນ ກໍບອກ ຊາວບ້ານ ໃຫ້ ໄປຮ້ອງຂໍ ກັບ ທາງການ.

ຕໍ່ ບັນຫາ ນີ້ ຊາວບ້ານ ຢາກໃຫ້ ຫນ່ວຍງານ ທີ່ ກ່ຽວຂ້ອງ ເຂົ້າມາ ໄກ່ເກັ່ຽ ແລະ ຈ່າຍ ຄ່າຊົດເຊີຍ ໃຫ້ ກັບ ປະຊາຊົນ ຜູ້ ທີ່ໄດ້ຮັບ ຜົລກະທົບ ຢ່າງ ເຫມາະສົມ ຍ້ອນ ພວກ ຂະເຈົ້າ ບໍ່ ສາມາດ ເຈຣະຈາ ກັບ ຈີນໄດ້.

ໂຄງການ ເຂື່ອນ ປາກແບງ ຈະສ້າງ ໃສ່ ແມ່ນ້ຳຂອງ ໃນ ບໍຣິເວນ ຫ້ວຍແກບ ຊາຍແດນ ຣະຫວ່າງ ແຂວງ ອຸດົມໄຊ ແລະ ແຂວງ ໄຊຍະບູຣີ ຈະມີ ກຳລັງ ຜລິດ ໄຟຟ້າ ໄດ້ ປະມານ 860 ເມກາວັດ ສ້າງ ໂດຍ ບໍຣິສັດ ຕ້າຖັງ International Power ຂອງຈີນ ໃນ ມູນຄ່າ ປະມານ 1,880 ລ້ານ ໂດລາ ເຖິງວ່າ ທາງການ ລາວ ຈະບໍ່ໄດ້ ປະກາດ ວ່າ ຈະສ້າງ ເມື່ອໃດ ກໍຕາມ ແຕ່ຕາມ ເວັບໄຊ ຂອງ ກະຊວງ ພລັງງານ ແລະ ບໍ່ແຮ່ ກໍ ຣະບຸ ວ່າ ເຂື່ອນ ປາກແບງ ມີແຜນ ຈະສ້າງ ກ່ອນ ປີ 2020 ແລະ ຈະໃຫ້ ສຳເຣັດ ໃນປີ 2022 ເພື່ອ ສົ່ງ ໄຟຟ້າ ອອກຂາຍ ນອກ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.