ຜູ້ປະສົບພັຍເຂື່ອນແຕກ ໄດ້ຮັບ ໃບຕາດິນ

ອຸ່ນ​ແກ້ວ ສຸກ​ສະ​ຫວັນ
2021.09.01
ຜູ້ປະສົບພັຍເຂື່ອນແຕກ ໄດ້ຮັບ ໃບຕາດິນ ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ, ຫຼາຍຄົນກໍໄດ້ຮັບ ໃບຕາດິນ ກະສິກັມແລ້ວ ແຕ່ບາງຄົນ ຍັງບໍ່ຍອມຮັບ ຍ້ອນບໍ່ໄດ້ຮັບ ຕາມທີ່ໄດ້ ຕົກລົງກັນໄວ້.
Photo: RFA

ຊາວເມືອງສນາມໄຊ ແຂວງອັດຕະປື 729 ຄອບຄົວ ທີ່ໄດ້ຮັບ ຜົລກະທົບ ຈາກເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ 3 ປີ ທີ່ຜ່ານມາ ໄດ້ຮັບ ໃບຕາດິນ ເຮັດກະສິກັມ.

ເຫດການ ເຂື່ອນເຊປ່ຽນ ເຊນ້ຳນ້ອຍແຕກ ໃນວັນທີ 23 ກໍຣະກະດາ ປີ 2018 ໄດ້ສົ່ງ ຜົລກະທົບ ຕໍ່ຫຼາຍ 1,000 ຄອບຄົວ ຢູ່ໃນແຂວງຈຳປາສັກ ແລະ ແຂວງອັດຕະປື.

ມີ 852 ຄອບຄົວ ຢູ່ສນາມໄຊ ແຂວງອັດຕະປື ໄດ້ຮັບ ຜົລກະທົບ ຫຼາຍທີ່ສຸດ. ໃນນັ້ນ 729 ຄອບຄົວ ກໍໄດ້ຮັບ ໃບຕາດິນຖາວອນ, ແຕ່ 100 ປາຍຄອບຄົວ ສ່ວນທີ່ເຫຼືອ ຍັງບໍ່ຍອມຮັບ ເອົາໃບຕາດິນເທື່ອ ຍ້ອນເຂົາເຈົ້າ ເຫັນວ່າ ມັນບໍ່ເປັນໄປ ຕາມຂໍ້ຕົກກັນ ໃນເບື້ອງຕົ້ນ.

ຊາວບ້ານ ເມືອງສນາມໄຊ ຜູ້ທີ່ປະສົບໄພ ເຂື່ອນແຕກ ໄດ້ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີ ໃນວັນທີ 1 ກັນຍາ ວ່າ:

“ໄດ້ຄອບຄົວ ລະເຮັກຕ້າຣ໌ ສອງເຮັກຕ້າຣ ປະມານນີ້ແຫຼະ ໄດ້ແຕ່ພວກໄດ້ ພວກບໍ່ໄດ້ ກະບໍ່ໄດ້ ຂະເຈົ້າ ປູກມັນຕົ້ນ ກໍນາ ຂະເຈົ້າ ບໍ່ທັນໄດ້ເຮັດນ່ານາ ຜູ້ຂະເຈົ້າເຮັດ ກໍເຮັດ ເພາະວ່າ ບ່ອນໃດ ມັນຖ້ວມ ບໍ່ໜັກປານໃດ ຫັ້ນນ່າ ເຂົາກະເຮັດ ແຖວມັນ ຖ້ວມໜັກໆ ຂະເຈົ້າ ກະບໍ່ກ້າເຮັດ.

ຊາວບ້ານ ສັງເກດເຫັນວ່າ ເງື່ອນໄຂ ໃນການຈັດສັນດິນ ໃຫ້ກັບ ຊາວບ້ານ ຜູ້ທີ່ ປະສົບໄພ ເຂື່ອນແຕກ ຍັງມີ ຫຼາຍຢ່າງ ທີ່ບໍ່ສົມເຫດສົມຜົນ ປານໃດ ໂຕຢ່າງວ່າ ບາງຄອບຄົວ ມີສມາຊິກ 2 ຄົນ ແຕ່ພັດ ໄດ້ຮັບດິນ 2 ເຮັກຕ້າຣ໌ ຫຼື 3 ເຮັກຕ້າຣ໌ ໃນຂນະທີ່ ບາງຄອບຄົວ ມີສມາຊິກ 4-5 ຄົນ ພັດໄດ້ຮັບ ດິນຈັດສັນ ພຽງແຕ່ 1-2 ເຮັກຕ້າຣ໌ ເທົ່ານັ້ນ. 

ຊາວບ້ານ ເມືອງສນາມໄຊ ອີກທ່ານນຶ່ງ ໄດ້ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີ ວ່າ ລາວໄດ້ຮັບ ດິນຈັດສັນ 2 ເຮັກຕ້າຣ໌ ແລະ ແຂວງ ຈະມອບ ໃບຕາດິນໃຫ້ ໃນອີກ ບໍ່ດົນນີ້:

“ຍັງບໍ່ທັນ ໃຫ້ເທື່ອ ແຕ່ວ່າ ເພິ່ນຊິໃຫ້ແລ້ວ ບ້ານອື່ນ ເຂົາໃຫ້ແລ້ວ ເພາະວ່າ ພວກອ້າຍນີ້ ມັນມີ 2-3 ຄົນ ໄດ້ 2 ເຮັກຕ້າຣ໌ 4 ຄົນ ຂຶ້ນເມືອ ເມືອງເຂົາໃຫ້ 3 ເຮັກຕ້າຣ໌.”

ເຖິງຢ່າງໃດກໍຕາມ, ຍັງມີ ຊາວບ້ານ ທ່າແສງຈັນ ປະມານ 120 ຄອບຄົວ ທີ່ຍັງບໍ່ທັນ ຍິນຍອມຮັບ ເອົາໃບຕາດິນ ເພາະວ່າ ຖ້າວ່າ ແຂວງ ຈະມອບດິນ ໃຫ້ຊາວບ້ານ ຈຳນວນ 1 ເຮັກຕ້າຣ໌ ຕໍ່ຄອບຄົວ ຖືວ່າ ຜິດກັບ ຂໍ້ຕົກລົງ ທີ່ແຂວງ ໄດ້ໃຫ້ໄວ້ ກັບຊາວບ້ານ ໂດຍ ຊາວບ້ານ ເຫັນວ່າ ຂບວນການ ຈັດສັນ ທີ່ດິນ ໃຫ້ກັບ ຊາວບ້ານ ໃນຄັ້ງນີ້ ຍັງບໍ່ສອດຄ່ອງ ກັບຄວາມເປັນຈິງ.

ຊາວບ້ານ ທ່າແຈງຈັນ ຮຽກຮ້ອງ ໃຫ້ມີ ການຈັດສັນ ທີ່ດິນ ຕາມຈຳນວນ ແຮງງານ ທີ່ໄດ້ຕົກລົງກັນ ກັບແຂວງນີ້ວ່າ ຄອບຄົວໃດ ມີສມາຊິກ 1-2 ຄົນ ຈະໄດ້ດິນ 1 ເຮັກຕ້າຣ໌, ຄອບຄົວໃດ ມີສມາຊິກ 3 ຄົນ ຈະໄດ້ຮັບດິນ 2 ເຮັກຕ້າຣ໌, ຖ້າຄອບຄົວໃດ ມີ ສມາຊິກ 3 ຄົນ ຂຶ້ນໄປ ຈະໄດ້ຮັບດິນ 3 ເຮັກຕ້າຣ໌ ຂຶ້ນໄປ.

ຊາວບ້ານ ຜູ້ທີ່ປະສົບໄພ ເຂື່ອນແຕກ ອີກທ່ານນຶ່ງ ໄດ້ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີ ໃນວັນທີ 1 ກັນຍາ ວ່າ: 

“ເພິ່ນໄປມອບ ໃບຕາດິນ ປະຊາຊົນ ບໍ່ຍອມຮັບ ເພາະວ່າ ເພິ່ນບໍ່ເອກະພາບ ຈັ່ງຊີ້ ບ້ານອື່ນ ເພິ່ນກະໄລ່ໃຫ້ ຕາມແຮງງານ ບາດບ້ານເຮົານີ້ ເພິ່ນໄລ່ ໃຫ້ຄອບຄົວ ລະເຮັກຕ້າຣ໌ ເລີຍປະຊາຊົນ ບໍ່ຮັບ ບ້ານອື່ນ ເຂົາຮັບແລ້ວ ເພາະວ່າ ເອກະພາບ ກັບປະຊາຊົນ ແລ້ວເດ້ ເຂົາໄລ່ ຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ເຂົາກະ ປະຕິບັດຕາມ.”

ພາຍໃນ ຕົ້ນເດືອນກັນຍາ ທາງການ ຈະພຍາຍາມ ມອບໃບຕາດິນ ໃຫ້ກັບ ຊາວບ້ານ ຜູ້ປະສົບໄພ ເຂື່ອນແຕກ ທັງໝົດ 852 ຄອບຄົວ ໃຫ້ສໍາເຣັດ ຕາມແຜນການ, ແຕ່ໃນຂນະດຽວກັນ ຊາວບ້ານ ທ່າແສງຈັນ ພັດບໍ່ຍອມຮັບ ເອົາໃບຕາດິນ ເພາະເຂົາເຈົ້າ ເຫັນວ່າ ເຂົາເຈົ້າ ໄດ້ດິນໜ້ອຍ ແລະ ບໍ່ສອດຄ່ອງ ກັບຄວາມເປັນຈິງ.

ທາງການແຂວງ ຈະເລັ່ງ ບຸກເບີກ ເນື້ອທີ່ດິນໃໝ່ ປະມານ 200 ເຮັກຕ້າຣ໌ ແລະ ຄາດວ່າ ຈະສຳເຣັດ ໃນປີ 2022, ເຈົ້າໜ້າທີ່ ເມືອງສນາມໄຊ ໄດ້ກ່າວຕໍ່ ວິ​ທ​ຍ໌ເອເຊັຽເສຣີ ວ່າ:

“ໃບຕາດິນ ທີ່ຖືກ ຜົລກະທົບ ສະເພາະ ບ້ານທ່າແສງຈັນ ມອບ ບາດນີ້ ເຂົາ ບ້ານມັນ ບໍ່ທັນໄດ້ ຢາກຍອມຮັບ ເນື້ອທີ່ດິນ ເບີກໃຫ້ໃໝ່ ປະມານ 2022 ໃຫ້ແລ້ວ ເບື້ອງຕົ້ນ ບໍຣິສັດ ມາບຸກເບີກ ກັບວິຊາການ ຢັ້ງຢືນມາໃຫ້ ພາກຣັຖວ່າ 200 ປາຍ ຈັ່ງຊີ້ນ່າ.”

ເຈົ້າໜ້າທີ່ ກ່າວຕື່ມອີກວ່າ ການບຸກເບີກ ເນື້ອທີ່ ຈະແຍກ ເປັນດິນເຮັດ ກະສິກັມ ຂອງຊາວບ້ານ, ດິນຫ້ອງການ ແລະ ສຳນັກງານ ຕ່າງໆ ແລະ ທີ່ດິນ ອີກສ່ວນນຶ່ງ ກໍໃຫ້ ບໍຣິສັດ ເອກຊົນ ເຂົ້າມາ ສັມປະທານ ປູກພືດ ເສຖກິຈ ເຊັ່ນ ມັນຕົ້ນ ແລະ ກ້ວຍ.

ອີງຕາມ ການຣາຍງານ ຂອງທາງການ ແຂວງອັດຕະປື ໃນວັນທີ 31 ສິງຫາ 2021, ທາງການ ແຂວງອັດຕະປື ໄດ້ບຸກເບີກ ເນື້ອທີ່ ດິນທັງໝົດ 2,140 ເຮັກຕ້າຣ໌ ແລະ ໄດ້ຈັດສັນ ໃຫ້ຊາວບ້ານ ຜູ້ປະສົບໄພ ເຂື່ອນແຕກ ໝົດແລ້ວ.

ປັດຈຸບັນ ເຈົ້າໜ້າທີ່ແຂວງ ໄດ້ມອບໃຫ້ ປະຊາຊົນ ຈຳນວນ 729 ຄອບຄົວ ຢູ່ບ້ານດົງບາກໃໝ່ ຫີນດຳ, ບ້ານສມອງໃໝ່ ປິນດົງ ແລະ ບ້ານຫີນລາດ ສ່ວນບ້ານອື່ນ ເຈົ້າໜ້າທີ່ແຂວງ ຈະທະຍອຍ ມອບໃຫ້ ຕາມພາຍຫຼັງ. 

ສ່ວນຄວາມຄືບໜ້າ ໃນການກໍ່ສ້າງເຮືອນຢູ່ ຖາວອນ ຈຳນວນ 700 ຫຼັງ ໃຫ້ຊາວບ້ານ ພາຍໃນປີ 2021, ຊາວບ້ານ ເມືອງສນາມໄຊ ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີ ວ່າ ການກໍ່ສ້າງ ຕາມແຜນການເຫຼືອອີກ 4 ເດືອນ ແຕ່ ຍັງມີເຮືອນ ອີກຫຼາຍຫຼັງ ພັດຍັງບໍ່ທັນສ້າງ ແລະ ຫຼາຍຫຼັງສ້າງ ແຕ່ໂຄງ ບໍ່ທັນມຸງ ຫຼັງຄາຊ້ຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.