ຈາກສະພາບເງິນເຟີ້ ເຮັດໃຫ້ສິນຄ້າຕ່າງໆໃນລາວ ມີລາຄາແພງຂຶ້ນ ສົ່ງຜົນໃຫ້ຊາວກະສິກອນ ໃນເຂດນະຄອນຫຼວງວຽງຈັນ ທີ່ປູກເຫັດ ແລະ ປູກຜັກຂາຍ ຕ້ອງຜະເຊີນກັບ ຕົ້ນທຶນການຜລິດທີ່ສູງຂຶ້ນທົບເຄິ່ງ ສົ່ງຜົລກະທົບ ຕໍ່ລາຍຮັບຂອງຜົນຜລິດ ທີ່ໄດ້ຫຼຸດລົງ.
ດັ່ງຊາວສວນປູກຜັກປອດສານພິດ ຢູ່ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຜູ້ນຶຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ພຶສຈິກາ 2022 ນີ້ວ່າ:
"ກະຖືກຜົລກະທົບ ເພາະວ່າ ຄ່າແນວຜັກອີ່ຫຍັງມັນກະເພີ່ມຂຶ້ນ ຄືຫອມປ້ອມເນາະ ຫອມປ້ອມນີ້ ຖົງລະໂລນີ້ເຄີຍຊື້ແຕ່ 40,000 (ກີບ) ບາດດຽວນີ້ 60,000-65,000 (ກີບ) ລາຄາຫອມບົ່ວຄືກັນ ຫອມບົ່ວນີ້ ເຄີຍຊື້ແຕ່ໂລ 25,000 ໂລ 30,000 (ກີບ) ດຽວນີ້ແມ່ນໂລ 65,000 ໂລ 70,000 (ກີບ) ມັນຂຶ້ນທົບເຄິ່ງເລີຍນ່າເອື້ອຍ ຄືຄ່າຣົຖນີ້ເຮົາເຄີຍໄປ ປີກາຍນີ້ກະ 60,000 ເຮົາຕ້ອງໄດ້ເສັຍຄ່າຣົຖຢູ່ແລ້ວ ເຮົາໄປໄອເຕັກເດ້ ຄືຄ່າຣົຖນີ້ເພິ່ນະເກັບ 60,000 ໄປ-ກັບ ບາດດຽວນີ້ເປັນ 100,000 (ກີບ) ເພາະວ່ານໍ້າມັນຂຶ້ນ."
ຊາວສວນຜູ້ນີ້ກ່າວຕື່ມວ່າ ຜັກປອດສານພິດ ທີ່ນາງ ແລະ ຊາວບ້ານໃນບ້ານນີ້ປູກ ແມ່ນຈະນໍາໄປຂາຍ ທີ່ຕລາດໄອເຕັກ ນະຄອນຫຼວງວຽງຈັນ ຈະຂາຍອາທິດນຶ່ງສອງມື້ ຄືວັນພຸດ ກັບວັນເສົາ ແລະຂາຍໃນເວລາທີ່ຈໍາກັດ ແຕ່ການຂາຍແມ່ນຕ້ອງເນັ້ນຂາຍໃຫ້ໝົດ ເຖິງແມ່ນວ່າ ຈະຕ້ອງຂາຍໃນລາຄາຖືກກໍຕາມ:
"ລາຄາຜັກນີ້ ຂຶ້ນຕາມຣະດູການ ຄັນຄືຍາມຝົນ ລາຄາກະໄດ້ແພງໜ້ອຍນຶ່ງ ຄັນຄືຍາມນີ້ ມັນຊ່ວງຜັກມັນກະປູກງ່າຍແລ້ວ ລາຄາກະຫຼຸດລົງ ມີຜັກກາດ, ມີຫອມປ້ອມ, ຫອມຊີ ມີກາດຂາວ, ກາດຊອມ ຄັນເນັ້ນຄືຍາມນີ້ເນາະ ກະຢາກວ່າ ຖືກກ່ອນຜັກຕລາດທົ່ວໄປ ເພາະວ່າດຽວນີ້ແມ່ນ ທາງບ້ານນ້ອງເຂົາເຮັດຫຼາຍເນາະ ເຂົາເຮັດຫຼາຍ ລະກະອີກຢ່າງ ເວລາມັນກະໄປຂາຍ ມັນກະເຄິ່ງມື້ ແຕ່ວ່າເຮົາເນັ້ນຕ້ອງຂາຍໃຫ້ເໝິດຊິນ່າ ບາງເທື່ອຜັກກາດອີ່ຫຍັງ ກະ 10,000 (ກີບ) ລູກຄ້າເພິ່ນຕໍ່ໂລ 10,000 ກະໄດ້ຂາຍອອກ ເພາະວ່າຄັນເຮົາບໍ່ຂາຍອອກ ເຮົາກະເຫຼືອກັບຄືນມາ ລະເຮົາກະເສັຍດາຍຜັກ ເຮົາຕ້ອງໄດ້ຂາຍ."
ຊາວສວນທີ່ປູກຜັກປອດສານພິດ ອີກຄົນນຶ່ງ ໃນບ້ານດຽວກັນນີ້ ທີ່ໄດ້ຮັບຜົລກະທົບຈາກເງິນເຟີ້ ແລະຕ້ອງຜະເຊີນກັບຕົ້ນທຶນ ໃນການຜລິດທີ່ສູງຂຶ້ນ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ກະຜົລກະທົບຄືກັນ ເວົ້າເຣື່ອງແນວພັນເນາະ ເຂົາເຈົ້າກະເວົ້າເປັນເງິນບາດເດ້ ປ໋ອງນຶ່ງ ແຕ່ກີ້ກະ 200 ປາຍບາດ 200-300 ບາດເນາະ ຄັນທຽບປັດຈຸບັນນີ້ ປ໋ອງນຶ່ງ 300 ກະ ປ໋ອງນຶ່ງ 150,000 (ກີບ) ປັດຈຸບັນກະ ທາງຄອບຄົວເຮົາພາກັນເຮັດກະ ຄືປູກຜັກ ຜັກກິນປະຈໍາວັນນີ້ແຫຼະ ຄືວ່າ ຜັກສະຫຼັດບໍ, ຜັກກາດບໍ, ຜັກຫອມບໍຊິ່ນ່າ, ເປັນໝາກແຕງບໍ, ເປັນໝາກຖົ່ວ ແມ່ນຫຍັງຊິນ່າ ປູກພືດໄລຍະສັ້ນ."
ທ່ານກ່າວຕື່ມອີກວ່າ ເຖິງແມ່ນວ່າ ຄ່າແນວພັນຈະມີລາຄາແພງຂຶ້ນ ແຕ່ເຖິງແນວໃດກໍຕາມ ກໍຕ້ອງໄດ້ຍອມຊື້ ເພາະຢາກແນວພັນຜັກທີ່ມີຄຸນນະພາບ ເພື່ອມານໍາປູກໃຫ້ໄດ້ຮັບຜົນຜລິດທີ່ຕ້ອງການ:
“ເຮົາຊູ່ມື້ນີ້ເຮົາເນັ້ນຜັກ ມັນກະຕ້ອງ ເປັນພວກນໍາເຂົ້າໃດ໋ ຄັນຖ້າວ່າເຮົາຊິເອົາແກ່ນຜັກ ເຮົາເຮັດເອົາເອງອັນນັ້ນເອງໄວ້ນັ້ນເອງ ນຶ່ງມັນ ຄືມີຄວາມສ່ຽງ ຍ້ອນວ່າ ເຮົາເຮັດມັນອາຈ ບໍ່ໄດ້ຄັດພິເສດ ເຮົາບໍ່ໄດ້ໃສ່ນໍ້າຢາອີ່ຫຍັງ ເວລາເຮົາມາປູກມາຫຍັງ ມັນອາຈບໍ່ໄດ້ຜົນຜລິດທີ່ຕ້ອງການຫັ້ນນ່າ ມັນເຮັດໃຫ້ເຮົາເສັຍເວລາເນາະ ສະນັ້ນແລ້ວເຮົາຕ້ອງໄດ້ຊື້ນໍາເຂົ້າມາໜ້ອຍນຶ່ງ ເພາະຂະເຈົ້າອາຈຂັດມາແລ້ວ ເມັດລີບເມັດຫຍັງກະບໍ່ມີຫັ້ນນ່າ ກະຈະອອກຜົນອອກນັ້ນໄດ້ຫຼາຍ.”
ຊາວສວນທ່ານນີ້ ຍັງກ່າວຕື່ມອີກວ່າ ເຖິງແມ່ນວ່າ ຕົ້ນທຶນໃນການຜລິດຈະສູງຂຶ້ນ ຕາມອັດຕຣາເງິນຕ່າງປະເທດກໍຕາມ ແຕ່ລາຄາຂາຍຜັກ ພັດຂຶ້ນໄດ້ພຽງແຕ່ໜ້ອຍດຽວ:
"ປັດຈຸບັນນີ້ ບໍ່ໄດ້ຂຶ້ນຫຼາຍຄືແຕ່ກີ້ດອກ ແຕ່ກີ້ ໂລນຶ່ງ 5,000 ຜັກກາດຊອມ ແຕ່ດຽວນີ້ກະໂລນຶ່ງ 8,000 (ກີບ) ແຕ່ມັນບໍ່ໄດ້ຂຶ້ນຮອດເຄິ່ງໃດ໋ ພວກອັນນີ້ນ່າ ຄັນເຮົາຂຶ້ນຫຼາຍ ມັນກະບໍ່ມີຄົນຊື້ກິນແມ່ນຫຍັງ ຖືວ່າຜົລກະທົບອີ່ຫຼີນີ້ແຫຼະ ອັນພວກກະເສຕ ແຕ່ວ່າອີກຢ່າງນຶ່ງກະຖືວ່າ ຄັນເຮົາຊິມາຂຶ້ນຕາມເງິນບາດ ເງິນຫຍັງຫັ້ນນ່າ ມັນກະຂຶ້ນບໍ່ໄດ້ ຜູ້ຊື້ກະຊື້ກິນບໍ່ໄດ້ຫັ້ນນ່າ ເຮົາກະຕ້ອງໄດ້ຂາຍຕາມ ສະພາບບ້ານເມືອງເຮົາຫັ້ນນ່າ."
ໃນຂະດຽວກັນ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ປູກຜັກຕາເວັນອ່ອນ ແລະຜັກບົ້ງອ່ອນ ປອດສານພິດຂາຍ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເວົ້າເຣື່ອງອັດຕຣາເງິນເຟີ້ໃນລາວ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງນີ້ ແມ່ນເຮັດໃຫ້ສິນຄ້າຕ່າງໆມີລາຄາແພງຂຶ້ນ ຮວມທັງເຮັດໃຫ້ຄ່າຄອງຊີພແພງຂຶ້ນນໍາ ເຊິ່ງໄດ້ສົ່ງຜົລກະທົບ ຕໍ່ທຸຣະກິຈປູກຜັກຂອງຕົນເຊັ່ນກັນ ເພາະຕົນ ຕ້ອງໄດ້ຫຼຸດປະຣິມານການຜລິດລົງ ເຮັດໃຫ້ລາຍຮັບ ຫຼຸດໜ້ອຍລົງນໍາດ້ວຍ:
“ກະຢາກຂາຍຍາກແດ່ ຊ່ວງນີ້ ກະຜ່ອນໆການປູກລົງ ຜ່ານມາກະໄດ້ຂາຍດີ ດຽວນີ້ເງິນເຟີ້ນີ້ ຢາກຄ້າຂາຍຢາກຍາກຊ່ວງນີ້ ຂາຍເຄື່ອງຂາຍຜັກອິຫຍັງ ຄົນບໍຣິໂພກກະໜ້ອຍລົງແດ່ ດຽວນີ້ ຊ່ວງນຶ່ງມັນມີຮ້ານອາຫານ ເຂົາຮັບເອົາ ລະເຂົາກະມິດໄປ ມິດໄປ ຂ້ອຍກະໄດ້ຫຼຸດລົງ ປູກປະໄວ້ຫຼາຍກະບໍ່ໄດ້ເດ້ ມັນເສັຍມັນເນົ່າເດ້ ແກ່ນກະແພງແດ່ເດ້ ກໍາລັງຜູ້ຊື້ມັນຊື້ໜ້ອຍນີ້ມັນໜ້ອຍ ກະໄດ້ຫຼຸດລົງ ກະມີຜົລກະທົບ ນໍາແດ່ຫັ້ນແຫຼະເງິນເຟີ້ ເພາະວ່າເງິນເຂົາເຟີ້ ລະກະເຂົາປະຢັດກິນຫັ້ນນ່າ ສັງເກດເຂົາກິນຫຍັງກະກິນຫຍັງ ກະກິນໄປລະກະແລ້ວຫັ້ນນ່າ ຄັນຜັກເພິກ ລາຄາສູງ ເຂົາກະຊື້ໜ້ອຍລົງ ລະກະບໍ່ຊື້ແບບຊີ້ນີ້ນ່າ ເຄີຍມີຂາປະຈໍາ ເຂົາກະບໍ່ກິນລະ ເຂົາກະປະຢັດໄປຜູ້ຊື້ກະດາຍ ເຂົາກະປະຢັດກິນໄປຈັ່ງຊັ້ນ ຄືຂ້ອຍກະໄດ້ຜລິດໜ້ອຍລົງ ຂ້ອຍກະຂາດລາຍໄດ້ໄປແດ່ ຈາກທິດນຶ່ງເນາະ ເຄີຍປູກ 2-3 ເທື່ອ ດຽວນີ້ກະຫຼຸດລົງດ້າມເທື່ອ, ສອງເທື່ອ ທິດນຶ່ງເທື່ອນຶ່ງ ຈັ່ງຊີ້ເດ້ ເຮັດຈັ່ງຊັ້ນແຫຼະ.”
ທ່ານກ່າວຕື່ມອີກວ່າ ໃນເມື່ອມີຕົ້ນທຶນໃນການຜລິດສູງຂຶ້ນ ທ່ານເອງກໍຕ້ອງໄດ້ຂຶ້ນລາຄາຜັກເລັກໜ້ອຍ:
"ເທື່ອແລ້ວນີ້ ກະຂາຍທໍ່ໃດ ຜັກຕາເວັນ ກະໂລນຶ່ງ 25,000 ເຮົາກະຂຶ້ນມາ 30,000 (ກີບ) ຂຶ້ນຫຼາຍກະບໍ່ໄດ້ ກະຫ່ວງລູກຄ້າຫັ້ນແຫຼະ ຢ້ານມັນແພງເກີນ ລະເຂົາຊິຮັບບໍ່ໄດ້ ຂາຍສົ່ງນໍາເດ້ ຂາຍຈໍານວນຫຼາຍເອົາ ອາສັຍລູກຄ້າຫຼາຍ ຂາຍຫຼາຍເທື່ອ."
ນອກຈາກຊາວກະຊິກອນປູກຜັກຂາຍ ທີ່ໄດ້ຮັບຜົລກະທົບ ເຣື່ອງຕົ້ນທຶນການຜລິດສູງຂຶ້ນແລ້ວນັ້ນ ຊາວກະສິກອນ ທີ່ມີອາຊີພປູກເຫັດເຟືອງ ແລະເຫັດນາງຣົມຂາຍ ກໍໄດ້ຮັບຜົລກະທົບເຊັ່ນດຽວກັນ ເປັນຕົ້ນ ອາຫານເສີມຕ່າງໆ ທີ່ນໍາມາເປັນຫົວເຊື້ອໃນການປູກເຫັດ ກໍມີລາຄາແພງຂຶ້ນ ເຊັ່ນ: ຮໍາ, ເຂົ້າປຽນ ແລະຖົງຢາງຂນາດ 6X12 ສໍາລັບໃສ່ເຊື້ອເຫັດ ເປົ໋ານຶ່ງມີ 6,000 ຖົງ ເຄີຍຊື້ໃນລາຄາ 750,000 ກີບ ມາດຽວນີ້ ຕົກຢູ່ 1,200,000 ກີບ, ດັ່ງເຈົ້າຂອງຟາມປູກເຫັດ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ກາກນໍ້າຕານ, ອີເອັມ, ກູໄມ ອາຫານເຫັດຫັ້ນແຫຼະ ເປັນຮໍາ ເປັນເຂົ້າປຽນ ສິ່ງທີ່ບ້ານເຮົາເຮັດບໍ່ໄດ້ຫັ້ນນ່າເນາະ ກະໄດ້ນໍາເຂົ້າຈາກໄທຍເບິດ ມັນກະເພີ່ມຂຶ້ນ ເປັນເຊື້ອເຫັດເຮົາກະໄດ້ນໍາເຂົ້າເນາະ ເປັນຖົງຢາງ ເປັນອາຫານເສີມຂອງເຫັດຫັ້ນ ສິ່ງທີ່ບ້ານເຮົາເຮັດໄດ້ ເປັນຮໍາເປັນເຂົ້າປຽນ ກະເພີ່ມຂຶ້ນ ແຕ່ກີ້ເຮົາເຄີຍຊື້ ຍົກໂຕຢ່າງວ່າຮໍາເນາະ 2,500 ດຽວນີ້ກະ 5,000 (ກີບຕໍ່ກິໂລ) ຖົງຢາງ ແຕ່ກີ້ແມ່ນ 750,000 ດຽວນີ້ຫັ້ນ 1,200,000 ກີບ ຖົງຢາງ 6x12 ສະເພາະຖົງຢາງປູກເຫັດເລີຍ ເປັນເປົ໋າ."
ທ່ານກ່າວຕື່ມວ່າ ໃນເມື່ອຕົ້ນທຶນໃນການຜລິດສູງຂຶ້ນແບບນີ້ ຕົນກໍຕ້ອງໄດ້ປັບລາຄາຂາຍເຫັດຂຶ້ນເລັກໜ້ອຍ ຈາກທີ່ເຄີຍຂາຍ ກິໂລນຶ່ງ 20,000 ກີບ ກໍປັບຂຶ້ນເປັນ 25,000 ກີບ ແຕ່ຖືວ່າ ລາຍໄດ້ຕໍ່ເດືອນກໍຫຼຸດລົງເຖິງປະມານ 40%:
"ຕົ້ນທຶນສູງຂຶ້ນເນາະ ກະມີການປ່ຽນແປງລາຄາຂາຍ ແຕ່ກີ້ຫັ້ນ ຂາຍໂລ 20,000 (ກີບ) ດຽວນີ້ກະ 25,000 (ກີບ) ກະລື່ນກັນໜ້ອຍດຽວດ ກະໄດ້ຂາຍດີ ແຕ່ວ່າຖ້າທຽບໃສ່ຜ່ານມາ ກະຄືບໍ່ປານໃດ ຫຼຸດລົງປະມານ 40% ສົມມຸດວ່າ ຜ່ານມາ ເຮົາລົງທຶນເນາະ 10,000,000 (ກີບ) ເຮົາຈະໄດ້ກໍາໄລ ຍົກໂຕຢ່າງວ່າ ມັນໄດ້ເປັນເຄິ່ງຫັ້ນນ່າ ດຽວນີ້ຫັ້ນກະບໍ່ຮອດພຸ້ນ ຍົກໂຕຢ່າງວ່າ ລົງເຮົາທຶນ 10,000,000 (ກີບ) ແຕ່ກີ້ເຮົາໄດ້ ໄດ້ກໍາໄລ 5,000,000 ກີບ ຫັ້ນນ່າ ແຕ່ວ່າດຽວນີ້ ກະຫຼຸດລົງໄດ້ 4,000,000 (ກີບ) ຈັ່ງຊີ້ນ່າ."
ອັດຕຣາເງິນເຟີ້ຢູ່ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນເດືອນຕຸລາ 2022 ທີ່ຜ່ານມາເຟີ້ຂຶ້ນເປັນ 36.7% ທຽບໃສ່ເດືອນດຽວກັນຂອງປີກາຍ, ເຮັດໃຫ້ສິນຄ້າທຸກຢ່າງແພງຂຶ້ນ ເປັນຕົ້ນ ລາຄານໍ້າມັນເຊື້ອເພີງ ເພີ່ມຂຶ້ນ 95%, ສເລັ່ຽ ລາຄານໍ້າມັນແອັດຊັງທັມມະດາ 20,289 ກີບຕໍ່ລິດ, ນໍ້າມັນກາຊວນ 19,983 ກີບຕໍ່ລິດ, ຄ່າຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 58.1%, ລາຄາສະບຽງອາຫານ ແລະເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ສູງຂຶ້ນ 38.8% ແລະບໍ່ມີທ່າທີ່ວ່າຈະຫຼຸດລົງ, ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ກະຊວງແຜນການແລະ ການລົງທຶນ ໃນວັນທີ 3 ເດືອນພຶສຈິກາ 2022.