ການສໍ້ໂກງໃນລາວ ຍັງສືບຕໍ່ມູນເຊື້ອ

ພາບທີ່ທ່ານເຫັນ ນີ້ຫລະ ຄືໂຣຄຊໍ່າເຮື້ອ ທີ່ສາມາດປິ່ນປົວ ໃຫ້ທຸເລົາລົງໄດ້ ຂື້ນຢູ່ກັບວ່າ ຜູ້ກະທໍາ ຈະຍອມກິນຢາສັ່ງ ແກ້ຄວາມໂລບມາກ ນັ້ນຫຼືບໍ່?
ພາບທີ່ທ່ານເຫັນ ນີ້ຫລະ ຄືໂຣຄຊໍ່າເຮື້ອ ທີ່ສາມາດປິ່ນປົວ ໃຫ້ທຸເລົາລົງໄດ້ ຂື້ນຢູ່ກັບວ່າ ຜູ້ກະທໍາ ຈະຍອມກິນຢາສັ່ງ ແກ້ຄວາມໂລບມາກ ນັ້ນຫຼືບໍ່? (friends/fb)

0:00 / 0:00

ການສໍ້ຣາສ ບັງຫລວງ ໃນລາວ ຍັງບໍ່ຍອມ ເຫືອຫາຍ ມີຫລາຍຢູ່ ຕລອດມາ ຍ້ອນຂາດ ການບັງຄັບ ໃຊ້ກົດຫມາຍ ຕ້ານການ ສໍ້ຣາສ ບັງຫລວງ ຢ່າງຈິງຈັງ ຈາກ ຝ່າຍຣັຖບານ ຈຶ່ງເຮັດໃຫ້ ການສໍ້ໂກງ ກາຍເປັນ ໂຣຄຊຳເຮື້ຶອ ເທົ່າເຖິງ ທຸກມື້ນີ້. ຣາຍໄດ້ ຂອງ ຣັຖບານ 25% ໃນແຕ່ລະປີ ສູນເສັຽ ໄປຍ້ອນ ການຍັກຍອກ ແບບ ທ້າທາຍ ຕໍ່ກົດໝາຍ ສໍ້ຣາສ ບັງຫລວງ ແລະ ສປປລາວ ກໍຖືກຈັດ ຢູ່ໃນ ອັນດັບ ທີ 160 ໃນ ຈຳນວນ 174 ປະເທດ ທີ່ມີການ ສໍ້ຣາສ ບັງຫລວງ ລາຍ ໃຫຍ່ ໃນໂລກ.