ຊາວບ້ານ ບໍ່ພໍໃຈກັບຄ່າຊົດເຊີຍ ຈາກໂຄງການພັດທະນາ ແຫຼ່ງທ່ອງທ່ຽວ
ຊາວບ້ານ ບໍ່ພໍໃຈກັບຄ່າຊົດເຊີຍ ຈາກໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ຄົບວົງຈອນ ຢູ່ເມືອງຈອມເພັດ ແຂວງຫຼວງພະບາງ.
-
ພອນ ພູມມີທອນ/ເພັດສະຫຍາມ
2025-03-18 -
-
-
Your browser doesn’t support HTML5 audio
ສຽງລົດໄຟລາວ-ຈີນ ທີ່ແລ່ນຂ້າມແມ່ນ້ຳຂອງ ໄປຍັງເມືອງຈອມເພັດ ແຂວງຫຼວງພຣະບາງ ໃນຕໍ່ໜ້າ ຈະນຳພາໂຄງການພັດທະນາ ເສດຖະກິດ ຕາມແລວທາງລົດໄຟ ມາສູ່ບ້ານນາໄຊ ບ້ານມ່ວງຄຳ ແລະບ້ານສະນົກ ເມືອງຈອມເພັດ ແຂວງຫຼວງພຣະບາງ ຍ້ອນໃນເຂດບ້ານດັ່ງກ່າວ ທາງການລາວ ໄດ້ອະນຸມັດ ໃຫ້ບໍລິສັດ ໂອເຊຍໂນ ຈໍາກັດຜູ້ດຽວ ເຂົ້າມາສຳຫຼວດ ຄວາມເປັນໄປໄດ້ ເພື່ອດຳເນີນການກໍ່ສ້າງ ໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ຄົບວົງຈອນ ໃນເນື້ອທີ່ 829 ເຮັກຕ້າ ໄລຍະເວລ າສຳປະທານ 50 ປີ.
ຜົນກະທົບຈາກໂຄງການ
ສະເພາະຢູ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພຣະບາງ ມີຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໂຄງການດັ່ງກ່າວ ແລະອາດຕ້ອງ ຍົກຍ້າຍບ່ອນຢູ່ອາໄສ ປະມານ 120 ປາຍຄອບຄົວ ເນື່ອງຈາກໂຄງການ ຈະກວມທີ່ດິນເຮືອນ ດິນສວນ ແລະດິນນາ ໃນເຂດບ້ານປະມານ 200 ກວ່າເຮັກຕ້າ.
ປັດຈຸບັນ ບໍລິສັດ ເຈົ້າຂອງໂຄງການ ໄດ້ເຂົ້າມາໝາຍທີ່ດິນໄວ້ ໝົດແລ້ວ ແລະສະເໜີເງິນຊົດເຊີຍດິນ ໃຫ້ປະຊາຊົນ ໃນອັດຕາ 48,000 ກີບຕໍ່ແມັດກາເລ ແຕ່ຊາວບ້ານເຫັນວ່າ ບໍ່ເໝາະສົມ ແລະ ຫຼາຍຄອບຄົວ ບໍ່ຕ້ອງການຍ້າຍອອກ ຈາກບ້ານເກົ່າ ໄປຢູ່ບ້ານຈັດສັນໃໝ່ ທີ່ໂຄງການ ຈະສ້າງໃຫ້, ອີງຕາມຄຳເວົ້າ ຂອງຊາວບ້ານ ຢູ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພຣະບາງ ທ່ານໜຶ່ງ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ມີນາ 2025:
"ເຂົາເກັບກຳຂໍ້ມູນເບິດແລ້ວ ເອົາໄປແລ້ວ ສຳຫຼວດເບື້ອງຕົ້ນ ອີ່ຫຍັງໆ ເຂົາກໍເອົາໄປໝົດແລ້ວເດ້ ຖືກຜົນກະທົບໝົດ ດິນເຮືອນ ດິນນາ ດິນໄຮ່ ດິນສວນ. ການຊົດເຊີຍ ເຂົາບໍ່ຢາກເອົາ ຍັງມະຍຸມະຍາກຢູ່ ຍັງບໍ່ຕົກລົງກັນເທື່ອ. ເຂົາບໍ່ເອົາປະຊາຊົນ ຫັ້ນນາ ການຊົດເຊີຍ ມັນໜ້ອຍ ບໍ່ເໝາະສົມ ເຂົາບໍ່ຢາກເອົາ ປຸກເຮືອນກໍປຸກບໍ່ດີ ເຂົາບໍ່ເອົາ ເຂົາບໍ່ມັກ."
ຂະນະທີ່ຊາວບ້ານ ຢູ່ບ້ານນາໄຊ ເມືອງຈອມເພັດ ນາງໜຶ່ງ ກ່າວວ່າ ດິນທີ່ໄດ້ຮັບຜົນກະທົບ ໃນເຂດບ້ານນາໄຊ ແມ່ນເປັນດິນນາ ດິນສວນເທົ່ານັ້ນ. ປັດຈຸບັນ ມີບໍລິສັດ ຂອງນັກລົງທຶນໄທ ໄດ້ເຂົ້າມາຊື້ດິນ ຢູ່ພູໃນເຂດບ້ານ ເພື່ອກໍ່ສ້າງໂຮງແຮມໃ ນອະນາຄົດ ແລະ ຮອງຮັບໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ແບບຄົບວົງຈອນ ທີ່ຈະມີທັງກາສິໂນ ໂຮງແຮມ ແລະສະຖານບັນເທີງ ຕ່າງໆ ຂະນະທີ່ຢູ່ບ້ານມ່ວງຄຳນັ້ນ ຈະຖືກຜົນກະທົບ ຈາກໂຄງການນີ້ ນຳດ້ວຍ, ເຊິ່ງໂຄງການ ມີແຜນຈະເຮັດບ້ານຈັດສັນໃຫ້ ປະມານ 100-200 ປາຍຫຼັງ ເພື່ອຍົກຍ້າຍຊາວບ້ານ ໄປອາໄສ:
"ຖືກບ້ານມ່ວງຄຳ, ມ່ວງຄຳຕ້ອງໄດ້ຍ້າຍ ແຕ່ນາໄຊເຮົາບໍ່ຖືກ. ບ້ານມ່ວງຄຳ ຫັ້ນ ຖືກໝົດບ້ານເລີຍ ເພາະວ່າເຂົາເຈົ້າ ຈະເອົາເຮັດກາສິໂນ ເຮັດຢູ່ບ່ອນນັ້ນເດ້ ເຂົາເຈົ້າເຮັດແຫຼ່ງທ່ອງທ່ຽວພ້ອມ ຫັ້ນນາ ມີໂຮງແຮມ ມີຫຍັງຄົບຊຸດ ຄືກັບສາມຫຼ່ຽມເລີຍ ວ່າຊິຊາ. ເງິນເຂົາຊິເອົາໃຫ້ ເຂົາກໍມີໝົດແລ້ວ ເຂົາຈະເຮັດສັນຈັນ ໃຫ້ບ້ານ ຫັ້ນນາ ໄດ້ຍິນເຂົາເຈົ້າວ່າ ຊິປຸກເປັນ 100-200 ຫຼັງ ໃຫ້ເຂົາເຈົ້າ ຍ້າຍໄປຢູ່ ຫັ້ນ."
ຂ່າວ ກ່ຽວກັນ
ເຂດເສຖກິດ ມ.ຈອມເພັດ ໃນ ຂັ້ນຕອນສໍາຣວດ
ຊາວຫຼວງພຣະບາງລໍຖ້າ ຄ່າ ຊົດເຊີຍ
ປັດຈຸບັນ ໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ຄົບວົງຈອນ ກຳລັງຢູ່ໃນຂັ້ນຕອນຜ່ານໂຄງການ ໂດຍກົມມໍລະດົກ ຈາກກະຊວງຖະແຫຼງຂ່າວ ວັດທະນະທຳ ແລະການທ່ອງທ່ຽວ ຈະລົງກວດກາໂຄງການ ເພື່ອໃຫ້ແນ່ໃຈວ່າ ຈະບໍ່ສົ່ງຜົນກະທົບ ຕໍ່ສະຖານະພາບ ການເປັນແຫຼ່ງມໍລະດົກໂລກ ຂອງນະຄອນຫຼວງພຣະບາງ.
ການປ່ຽນແປງຊື່ບໍລິສັດ
ໃນຂະນະທີ່ ບໍລິສັດ ໂອເຊຍໂນ ຈຳກັດຜູ້ດຽວ ເຊິ່ງເປັນຜູ້ພັດທະນາໂຄງການນີ້ ໄດ້ປ່ຽນຊື່ເປັນບໍລິສັດ ນາກຄະຣາດແລ້ວ ດັ່ງ ເຈົ້າໜ້າທີ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ ນາງໜຶ່ງ ກ່າວວ່າ:
"ເຂົາເຈົ້າ ກໍຫາຜ່ານໂຄງການແລ້ວ ນີ້ນາ ອາທິດນີ້ກໍາມະການນະ ຢູ່ນະຄອນຫຼວງວຽງຈັນຫັ້ນ ກໍລົງມາ ກຳລັງຊິໄປກວດສອບ ຢູ່ເບື້ອງນັ້ນ ຫັ້ນແຫຼະ. ຍັງບໍ່ທັນລົງມືການກໍ່ສ້າງເທື່ອ ເພາະວ່າມັນຕ້ອງຜ່ານການປະເມີນກ່ອນນະ ບໍລິສັດທີ່ນຳສະເໜີ ແມ່ນບໍລິສັດໂອເຊຍໂນ ທີ່ວ່າເພິ່ນປ່ຽນຈາກໂອເຊຍໂນ ມາເປັນບໍລິສັດນາກຄະຣາດ."
ໂຄງການນີ້ ແມ່ນເປັນການລົງທຶນ ຂອງນັກທຸລະກິດລາວ 100% ໃນ ມູນຄ່າການລົງທຶນ 95 ລ້ານໂດລ້າ ສະຫະລັດ ເຊິ່ງເປັນທຶນຂອງບໍລິສັດ 30% ສ່ວນເຫຼືອອີກ 70% ແມ່ນເປັນທຶນກູ້ຢືມ.
ສ່ວນຊາວບ້ານ ຄາດວ່າຈະໄດ້ຮັບຜົນກະທົບໃນ 3 ບ້ານ ຢູ່ເມືອງຈອມເພັດ ມີຈໍານວນ 1,300 ປາຍຄອບຄົວ, ມີເນື້ອທີ່ດິນ ຖືກຜົນກະທົບທັງໝົດ 821 ປາຍເຮັກຕ້າ.