ເຈົ້າໜ້າທີ່ລາວ ຈັດສົ່ງເຈົ້າຂອງຮ້ານ ຈຳນວນ 190 ຄົນ ທີ່ເປັນ ຄົນຫວຽດນາມ, ຈີນ ແລະ ກຳພູຊາ ຢູ່ເມືອງປາກເຊ ແຂວງ ຈຳປາສັກ ກັບປະເທດຍ້ອນເຂົ້າມາເປີດຮ້ານຂາຍເຄື່ອງບໍ່ຖືກ ຣະບຽບເງື່ອນໄຂຂອງກະຊວງອຸດສາຫະກັມການຄ້າ. ດັ່ງເຈົ້າໜ້າທີ່ເປີດເຜີຍວ່າ:
"ກຳນົດໃຫ້ ບໍ່ໃຫ້ມາເຮັດອາຊີບສງວນຂອງປະຊາຊົນລາວ ຄືແມ່ນການຄ້າຂາຍຍ່ອຍ ອັນນັ້ນແມ່ນການແກ້ໄຂ ຮອດປັດຈຸບັນ ອັນນັ້ນເຮົາ ກໍສ້າງບົດບັນທຶກ ກັບຊາວຈີນຊາວວຽດນາມ ຜູ້ທີ່ບໍ່ມີເງື່ອນໄຂກໍຈັດສົ່ງກັບຄືນປະເທດ ໂດຍສະເພາະຊາວວຽດນາມ ທີ່ສ່ວນໃຫຍ່ ແລ້ວ ແມ່ນບໍ່ມີເງື່ອນໄຂ ໃນນັ້ນ".
ທ່ານເວົ້າຕື່ມອີກວ່າ ກະຊວງອຸດສາຫະກັມແລະການຄ້າ ໄດ້ມີຄຳສັ່ງ ກ່ຽວກັບ ການຄ້າຂາຍຂອງຄົນຕ່າງດ້າວ ມາຕັ້ງແຕ່ປີ 2011 ໂດຍ ກຳນົດໃຫ້ຄົນຕ່າງດ້າວ ທີ່ຈະເຂົ້າມາຄ້າຂາຍ ໃນປະເທດລາວ ຕ້ອງມີທຶນ ເຮີ່ມຕົ້ນຕັ້ງແຕ່ 250 ລ້ານກີບຂຶ້ນໄປ ເທົ່ານັ້ນ ແລະ ຖ້າຫາກ ຮ້ານຄ້າ ຂອງຄົນຕ່າງດ້າວ ຮ້ານໃດ ບໍ່ສາມາດເຮັດຕາມເງື່ອນໄຂ ໄດ້ຕ້ອງເລີກກິຈການ ແລະກັບປະເທດຂອງຕົນ.
ສຳລັບຄົນຕ່າງດ້າວ ທີ່ມີທຶນຫລາຍກວ່າ 250 ລ້ານ ກີບ ທາງການລາວ ຈະອະນຸຍາດໃຫ້ເຮັດທຸລະກິຈໄດ້ນຶ່ງປີ ແລະ ຖ້າຄົບນຶ່ງປີ ແລ້ວ ບໍ່ສາມາດເພີ່ມທຶນໃຫ້ກາຍ 1 ຕື້ ກີບ ກໍຕ້ອງ ຢຸດກິຈການ ແລະ ກັບປະເທດເຊັ່ນກັນ. ຣະບຽບນີ້ ທາງການລາວ ຕັ້ງຂຶ້ນເພື່ອສງວນ ອາ ຊີບຄ້າຂາຍ ໄວ້ໃຫ້ຄົນລາວ.
ການກວດກາຮ້ານຄ້າຂອງຄົນຕ່າງດ້າວຈຳນວນ 280 ຮ້ານ ໃນເມືອງປາກເຊ ພົບວ່າ ມີຮ້ານຄ້າທີ່ສາມາດເຮັດຕາມເງື່ອນໄຂຂອງກະຊວງ ອຸດສາຫະກັທ ແລະ ການຄ້າໄດ້ພຽງ 90 ຮ້ານ ເທົ່ານນ້ນ ອີກ 190 ຮ້ານ ບໍ່ສາມາດ ເຮັດໄດ້ ຕາມເງື່ອນໄຂ ແລະຈະຕ້ອງດຳເນີນການ ສົ່ງກັບປະເທດ ໃນນັ້ນ ເປັນຮ້ານຂອງຄົນວຽດນາມ ຫລາຍທີ່ສຸດ ແມ່ນ 170 ຮ້ານ ທີ່ເຫລືອແມ່ນ ຮ້ານຄ້າຄົນຈີນ ແລະ ຄົນ ກຳພູຊາ.