ຈີນ ລົງ​ທຶນ ໂດຍບໍ່​ຈົດ​ທະ​ບຽນ ໃນພາກເໜືອ

ສິດນີ
2017.08.23
f-chinese ຮ້ານຄ້າຂາຍ ຂອງຊາວຈີນ ໃນພາກເໜືອ ສປປ ລາວ
Mek/fb

ເຈົ້າໜ້າທີ່ ອຸດສາຫະກັມການຄ້າ ສປປລາວ ທ່ານນຶ່ງ ເວົ້າວ່າ ຄົນຈີນ ກຸ່ມດັ່ງກ່າວ ຈະເຂົ້າມາ ພົວພັນ ກັບຊາວບ້ານເອງ ໃນການເຊົ່າ ທີີ່ດິນ ປູກຝັງ ໂດຍມີ ນາຍໜ້າ ເປັນຄົນລາວ ຕິດຕໍ່ໃຫ້ ແລະ ອຳນາດການປົກຄອງ ທ້ອງຖິ່ນ ຊ່ອຍເຫຼືອ ພວກເຂົາເຈົ້າ, ດັ່ງທ່ານກ່າວ ເມື່ອວັນທີ 22 ສິງຫາ ນີ້ວ່າ:

"ທັມມະດາ ຕາມກົດໝາຍ ການລົງທຶນເນາະ ບໍຣິສັດ ທີ່ຖືກຕ້ອງ ຕາມກົດໝາຍ ຕ້ອງມີທະບຽນ ຕ້ອງມີສຳນັກງານ ຢູ່ໃນລາວ ເຖິງຈະສາມາດ ດຳເນີນ ທຸຣະກິດ ໄດ້ເນາະ ປົກກະຕິ ໂດຍທົ່ວໄປ ແຕ່ວ່າ ທາງພາກເໜືອ ເກີດຂຶ້ນຫຼາຍໃດ໋ ບໍຣີສັດ ຜີຈີນນີ້ນະ ເປັນນັກລົງທຶນ ນ້ອຍໆ ຫັ້ນນ່າ ມາໂດຍ ເຄືອຂ່າຍ ໂດຍທີ່ວ່າ ບໍຣິສັດ ບໍ່ຢາກຜ່ານ ຂະບວນການ ພາກຣັດ ກໍເລີຍວ່າ ບໍ່ຕ້ອງຜ່ານ ຂບວນການ  ຕົ້ນຕໍແທ້ໆ ມັນກໍຄື ທາງເມືອງ ກັບ ທາງແຂວງ."

ທ່ານກ່າວຕື່ມວ່າ ບັນຫາ ດັ່ງກ່າວ ເກີດຂຶ້ນມາດົນແລ້ວ ໂດຍສະເພາະ ໃນແຂວງບໍ່ແກ້ວ ຫຼວງພຣະບາງ ແລະ ຫຼວງນ້ຳທາ. ນັກລົງທຶນຈີນ ຈະເຂົ້າມາເຊົ່າດິນ ກັບຊາວບ້ານ ດ້ວຍໂຕເອງ ໂດຍບໍ່ຜ່ານ ທາງການ ເພື່ອປູກກາເຟ, ໝາກໂມ ແລະ ໝາກແຕງ ຈະມີນາຍໜ້າ ເປັນຄົນລາວ ແລະ ເຈົ້າໜ້າທີ່ ທ້ອງຖິ່ນ ບາງຄົນ ມີສ່ວນພົວພັນ. ທ່ານວ່າ ນັກລົງທຶນຈີນ ກຸ່ມນີ້ ຈະບໍ່ມີ ຫ້ອງການ ໃນລາວ ຈ້າງຄົນລາວ ທ້ອງຖິ່ນ ປູກ ແລະ ຮັກສາໃຫ້ ເມື່ອຮອດຍາມ ເກັບກ່ຽວແລ້ວ ກໍຈະ ເຂົ້າມາເກັບກ່ຽວ ແລ້ວສົ່ງໄປຈີນ. ການເຂົ້າມາລົງທຶນ ຊນີດ ດັ່ງກ່າວ ສ້າງບັນຫາ ໃຫ້ແກ່ ຊາວບ້ານ ໃນຣະຍະຕໍ່ມາ.

"ມັນຈະມີຜົລກະທົບ ເວລາທີ່ ຂະເຈົ້າໄປ ຕົວະຍົວະ ປະຊາຊົນ ມັນກໍຈະມີ ຜົລກະທົບ ເຮັດໃຫ້ປະຊາຊົນ ບໍ່ສາມາດ ເຂົ້າເຖິງ ຂບວນການຍຸທຕິ ທັມສີ່ນະ ນອກຈາກວ່າ ສູນບໍ່ເສັຽຣາຍໄດ້ ໃຫ້ແກ່ຣັດ ແລ້ວຍັງເຮັດໃຫ້ ຊາວບ້ານນັ້ນ ບໍ່ສາມາດຮ້ອງຂໍ ຕາມທີ່ຕົນ ໄດ້ຮັບຜົລກະທົບ ບໍຣີສັດ ນ້ອຍຂະເຈົ້າ ກໍບໍ່ຢາກຜ່ານ ຂບວນການ ຫັ້ນນ່າ ພາສີ ທີ່ຈະຕ້ອງຈ່າຍ ຫຼາຍອັນຫັ້ນນ່າ ປະກອບກັບ ເມືອງເອງ ແຂວງເອງ ຂະເຈົ້າ ຍັງບໍ່ ເຂົ້າໃຈ ໃນການແກ້ໄຂບັນຫາເອງ ຫັ້ນນ່າ ມັນບໍ່ແມ່ນແຕ່ ທາງບໍຣິສັດ."

ໃນປັດຈຸບັນ ກະຊວງອຸດສາຫະກັມ ແລະ ການຄ້າ ກໍພຍາຍາມແກ້ໄຂ ບັນຫາດັ່ງກ່າວ ແລະ ສັ່ງໃຫ້ແຂວງຕ່າງໆ ກວດສອບ ບໍຣີສັດຕ່າງຊາດ ທີ່ເຂົ້າມາລົງທຶນໃນລາວ ຢ່າງເຂັ້ມງວດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.