ຈີນຂຸດແຮ່ແຖມສ້າງມົລພິດ
ຊາວບ້ານ ນໍ້າແພງ ແຂວງ ອຸດົມໄຊ ຮຽກຮ້ອງ ໃຫ້ ທາງການ ເຂົ້າໄປ ກວດສອບ ການຂຸດຄົ້ນ ບໍ່ແຮ່ ຂອງ ບໍຣິສັດ ຈີນ ທີ່ ກໍ່ໃຫ້ເກີດ ມົລພິດ ໃນ ຫ້ວຍນໍ້າ ລໍາທານ.
-
ສິດນີ
2015-08-06 -
-
-
Your browser doesn’t support HTML5 audio
ເຖິງແມ່ນວ່າ ເຈົ້າໜ້າທີ່ ແຂວງ ອຸດົມໄຊ ຈະອອກມາ ຊີ້ແຈງວ່າ, ໂຮງງານ ປຸງແຕ່ງ ແຮ່ຊືນ ແລະ ສັງກະສີ ໄດ້ເຊົາ ການຜລິດ ຕັ້ງແຕ່ ປີ 2011 ກໍຕາມ, ແຕ່ ຊາວບ້ານ ທີ່ຢູ່ ໃກ້ຄຽງ ກໍຍັງ ເຫັນວ່າ ໂຮງງານ ດັ່ງກ່າວ ຍັງຜລິດ ຢູ່, ແລະ ຍັງສົ່ງ ຜົນກະທົບ ຕໍ່ ແມ່ນໍ້າ ລຳທານ. ດັ່ງຊາວບ້ານ ທ່ານນຶ່ງ ກ່າວ ຕໍ່ເອເຊັຽ ເສຣີ ວ່າ:
"ຕອນນີ້ ປະຊາຊົນ ແຂວງ ອຸດົມໄຊ ໄດ້ຮັບ ຄວາມ ເດືອດຮ້ອນ ຍ້ອນ ນໍ້າເສັຽ ຈາກ ໂຮງງານ ປຸງແຕ່ງ ແຮ່ຊືນ ໄຫລລົງໃສ່ ນໍ້າແພງ, ແຈ້ງເຖິງ ຣັຖບານ ມາ ກວດສອບ ແຕ່ກໍຍັງ ບໍ່ໄດ້ຮັບ ການ ແກ້ໄຂ".
ໂຮງງານ ປຸງແຕ່ງ ແຮ່ຊືນ ແລະ ສັງກະສີ ແມ່ນ ໄດ້ເປີດ ດໍາເນີນການ ມາແຕ່ ປີ 2008 ເປັນ ຕົ້ນມາ ຢູ່ເຂດ ບ້ານ ນໍ້າແພງ ໃນ ເນື້ອທີ່ ປະມານ 3 ກິໂລແມັດ ມົນທົນ. ແຕ່ ເຈົ້າໜ້າທີ່ ແຂວງ ທີ່ ກ່ຽວຂ້ອງ ກໍ ປະຕິເສດ ວ່າ, ບໍ່ມີການ ຂຸດຄົ້ນ ແຮ່ທາດ ຢູ່ ໃນເຂດ ດັ່ງກ່າວ. ດັ່ງ ທ່ານ ຫູມແພງ ມິ່ງບຸບຜາ ຫົວໜ້າ ຜແນກ ພລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ເດີ້ ມັນເປັນ ແນວນີ້ນໍ້ ອັນນ່າ ໂຕອັນ ບ້ານ ນາແພງ ເພິ່ນ ອະນຸຍາດ ໃຫ້ ຂຸດຄົ້ນ ຫັ້ນນ່າ, ແຕ່ເພິ່ນ ສ້າງຕັ້ງ ໂຮງງານ ແລ້ວ ແຕ່ປີ 2011 ເທົ່າ ດຽວນີ້ ຍັງບໍ່ທັນ ໄດ້ຂຸດຄົ້ນ ເທື່ອ, ໄດ້ຖືກຄ່າ ອີ່ສັງ ພັນທະ ອັນນັ້ນ ນ່າ ຂັ້ນບໍ່ ຖອກ ພັນທະ ຣັຖບານ ບໍ່ ອະນຸຍາດ ໃຫ້ ຂຸດຄົ້ນ ລະ ໂຮງງານ ເພິ່ນ ເຮັດ ໝົດແລ້ວ, ຊຶ່ງວ່າ ນໍ້າຂຸ່ນ ລະມັນ ເປັນແນວນີ້ ສອງສາມມື້ ຫລັງນີ້ ນໍ້ ບ່ອນ ຂຸດຄົ້ນ ເຫລັກຫັ້ນນ່າ ຂອງ ບໍຣິສັດ ຈີນ ນີ້ແຫລະ ຫວ່າງ ສອງ ສາມ ມື້ຫລັງ ຝົນຕົກ ແຮງ ແລະ ອ່າງ ເກັບນໍ້າ ລະມັນລົ້ນ ໂຕນີ້ຢູ່ ເມືອງຫລາ ບໍ່ແມ່ນ ເມືອງ ນາໝໍ້".
ນອກຈາກນີ້ ຍັງມີ ການຣາຍງານ ຈາກ ຊາວບ້ານ ອີກວ່າ ຍັງມີການ ຂຸດຄົ້ນ ບໍ່ແຮ່ ຢູ່ ບ້ານດົງເງິນ ເມືອງຫລາ, ບໍ່ເຫລັກ ບໍ່ຊືນ ຢູ່ເຂດ ບ້ານ ນາໄຊ ແລະ ບໍ່ທອງ ຢູ່ເຂດ ບ້ານ ສະຫວ່າງ ເມືອງ ນາໝໍ້ ນຳອີກ.