ຄົນຈີນ ຢືມເງິນຄົນລາວ ແລ້ວຫາຍສາບສູນ

ຈໍາປາທອງ
2020.09.23
F-Chinese-robber ຊາວຈີນ 2 ຄົນ ທ້າວ ໃບ ຢ່າ-ຊົ້ງ ແລະ ຍານາງ ຊູ່ ບີ໊-ຢ໋ານ ທີ່ຖືກຜູ້ເສັຽຫາຍຊາວລາວ ແຈ້ງໃຫ້ເຈົ້າໜ້າທີ່ຈັບ ໃນຂໍ້ຫາຢືມເງິນແລ້ວ ບໍ່ເອົາມາໃຊ້ຄືນ ແລະ ຫາຍສາບສູນໄປເລີຍ
ຜູ້ໃຊ້ເຟສບຸກ ດາຣາວົງ ອຸດົມຊັພ

ເມື່ອບໍ່ດົນ ມານີ້ ຊາວຈີນ ທີ່ເປັນນັກຕົ້ມຕຸນ ຢູ່ປະເທດລາວ ຊື່ທ້າວ ບາຍ ຢາຊົງ ( Bai Yaxiong ) ອາຍຸ 49 ປີ ຄົນແຂວງ ຢູນນານ ປະເທດຈີນ ໄດ້ມາສໍ້ໂກງເງິນຄົນລາວ ຢູ່ນະຄອນຫຼວງວຽງຈັນ ໂດຍຂໍກູ້ຢືມເງິນ ປະມານ 600 ລ້ານກີບ ແລ້ວຫຼົບໜີໄປ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ ຕໍາຣວດລາວ ກໍາລັງຕິດຕາມຫາໂຕຢູ່ ດັ່ງຄົນລາວ ຜູ້ເສັຍຫາຍທ່ານນຶ່ງ ທີ່ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 22 ກັນຍານີ້ວ່າ:

“ມັນມາໃນຮູບແບບ ນັກທຸຣະກິຈນະ ມັນຈະເປັນໝູ່ແນະນໍາມາ ແຕ່ວ່າໝູ່ກະຖືກຄືກັນ ກະບໍ່ແມ່ນວ່າຂ້ອຍ ເສັຽຫາຍໂດຍຕົງ ມີໝູ່ຂ້ອຍນໍາ ຂະເຈົ້າກະຢູ່ຫຼາຍໆບ່ອນ ກໍາລັງຕິດຕາມຢູ່ ຕິດຕາມວ່າເພິ່ນຢູ່ໃສ ຍັງບໍ່ແນ່ໃຈ ເຂົ້າໃຈວ່າ ເປັນຂບວນການຕົ້ມຕຸນ ມີຫຼາຍໆຄົນເປັນເຫຍື່ອ.”

ທ່ານກ່າວຕື່ມວ່າ ໃນມື້ວັນທີ 18 ກັນຍານີ້ ທ້າວ ບາຍ ຢາຊົງ ໄດ້ຂໍກູ້ຢືມເງິນ ນໍາຕົນ ແລະ ໝູ່ອີກປະມານ 600 ລ້ານກີບ ໂດຍເວົ້າວ່າ ຈະເອົາໄປເຮັດທຸຣະກິຈ ຊຶ່ງຕົນກໍໄດ້ຕົກລົງໃຫ້ກູ້ຢືມ ໂດຍເຮັດສັນຍາ ເງິນກູ້ນໍາກັນ. ໃນສັນຍານັ້ນ ຣະບຸວ່າ ໃຫ້ຄືນເງິນຄົບຖ້ວນ ພາຍໃນ ມື້ວັນທີ 21 ກັນຍາ 2020. ແຕ່ພໍມາຮອດ ວັນທີ 19 ກັນຍານີ້ ຈີນຄົນດັ່ງກ່າວ ໄດ້ຫຼົບໜີໄປ ໂດຍທີ່ບໍ່ສາມາດຕິດຕໍ່ຫາໄດ້, ດັ່ງນັ້ນ ຕົນຈຶ່ງ ໄດ້ຕັດສິນໃຈ ໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕໍາຣວດ ສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ຶອຂໍໃຫ້ຊ່ອຍຕິດຕາມຫາ ໂຕຜູ້ກ່ຽວ ມາໃຊ້ແທນເງິນ ທີ່ກູ້ຢືມ ໄປນັ້ນຄືນ.

ແລະຜູ້ເສັຍຫາຍ ອີກຄົນນຶ່ງ ທີ່ຂໍສງວນຊື່ ແລະສຽງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ການຫຼົບໜີຂອງທ້າວ ບາຍ ຢາຊົງ ນັ້ນ ແມ່ນນາງ ຊູ ບີຫຍານ ( Zhu Biyan ) ຄົນຈີນ ແຂວງຫູໜານ ເປັນຜູ້ພາຫຼົບໜີໄປຢູ່ໂຮງແຮມໃດໂຮງ ແຮມນຶ່ງ ຢູ່ແຂວງຫຼວງພຣະບາງ ຊຶ່ງຕົນໄດ້ປະກາດຕາມຈັບຄົນຮ້າຍທັງ 2 ຄົນນັ້ນແລ້ວ ໂດຍມີລາງວັນໃຫ້ ຈໍານວນ 30 ລ້ານກີບ ສໍາລັບຜູ້ແຈ້ງເບາະແສ ທີ່ນໍາໄປສູ່ ການ ຈັບຄົນຮ້າຍນັ້ນໄດ້.

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ຕໍາຣວດ ປະຈໍາສະຖານີ ສະພັງເມິກ ທີ່ຂຶ້ນກັບ ກອງບັນຊາການ ຕໍາຣວດປ້ອງກັນຄວາມສະຫງົບ ເມືອງໄຊທານີ, ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ຕໍາຣວດວ່າ ຍັງບໍ່ທັນສາມາດ ໃຫ້ສໍາພາດ ໄດ້ເທື່ອ, ຂນະນີ້ກໍາລັງຕິດຕາມຫາໂຕຊາວຈີນ ຄົນດັ່ງກ່າວນັ້ນຢູ່.

ພ້ອມດຽວກັນນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງສະຖານທູດຈີນ ປະຈໍາລາວ ກ່ຽວກັບເຣື່ອງດັ່ງກ່າວ, ເຈົ້າໜ້າທີ່ສະຖານທູດ ບອກວ່າ ຍັງບໍ່ທັນໄດ້ຮັບການແຈ້ງການເທື່ອ, ບໍ່ສາມາດໃຫ້ຄໍາເຫັນໄດ້.

ກ່ຽວກັບເຣື່ອງນີ້ ນັກທຸຣະກິຈປ່ອຍສິນເຊື່ອ ເງິນກູ້ໃນປະເທດລາວທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 22 ກັນຍານີ້ວ່າ ຕາມປົກກະຕິແລ້ວ ສໍາລັບການປ່ອຍເງິນກູ້ຢືມທົ່ວໄປ ກ່ອນຈະປ່ອຍເງິນກູ້ ຜູ້ໃຫ້ກູ້ຢືມ ຈະຕ້ອງກວດກາປວັດ ຂອງຜູ້ມາຂໍ ຢືມເງິນນັ້ນ ຢ່າງຣະອຽດກ່ອນ ເພື່ອປ້ອງກັນບໍ່ໃຫ້ຖືກສໍ້ໂກງ ຫຼືບໍ່ໃຊ້ເງິນຄືນ ດັ່ງທີ່ທ່ານກ່າວວ່າ:

“ເອີ ພວກເຮົາມີການກວດສອບ ຂໍ້ມູລຂອງລູກຄ້າ ພວກເຮົາຕ້ອງກວດສອບຂໍ້ມູລລະອຽດ ແລ້ວກະກວດປວັດ ກວດຫຍັງຄັກແນ່.”

ກ່ຽວກັບເຣື່ອງ ການຫຼົບໜີ ຂອງຜູ້ຕ້ອງຫາ ຄົນດັ່ງກ່າວ ພະນັກງານໂຮງແຮມແຫ່ງນຶ່ງ ຜູ້ຂໍສງວນຊື່ ຢູ່ແຂວງ ຫຼວງພຣະບາງ ຊຶ່ງເປັນແຂວງ ທີ່ສົງສັຍວ່າ ຄົນຮ້າຍຊາວຈີນນັ້ນ ອາຈມາລີ້ໂຕຢູ່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນຍານີ້ວ່າ ຫຼັງຈາກທີ່ໄດ້ເຫັນແຈ້ງຂ່າວ ທີ່ຖືກເຜີຍແຜ່ ທາງສື່ສັງຄົມ ອອນລາຍແລ້ວ ທາງໂຮງແຮມນີ້ ກໍພ້ອມໃຫ້ຄວາມຮ່ວມມື ໃນການບອກຂ່າວ ແລະເປັນຫູເປັນຕາ ໃຫ້ເຈົ້າໜ້າທີ່ຕໍາຣວດ ແລະ ແຈ້ງໄປຍັງຜູ້ເສັຍຫາຍ ຫາກພົບວ່າ ມີຄົນຕ້ອງສົງສັຍມາພັກເຊົາຢູ່ໂຮງແຮມນີ້ ດັ່ງທີ່ທ່ານກ່າວວ່າ:

“ເຮົາກະໄດ້ຮັບຮູ້ຈັກ ຂໍ້ມູລຢູ່ເນາະ ແຕ່ວ່າຄົນທີ່ມານີ໋ ກະບໍ່ມີຄົນຈີນຈັກຄົນ. ຖ້າມີຄົນຈີນ ເຮົາກະສິກັອບປີ້ພາສພັອດ ແມ່ນຫຍັງຂະເຈົ້າ ຫັ້ນແຫຼະ. ກະຖ້າເຫັນຣາຍຊື່ຕາມນັ້ນ ເຮົາກະສິແຈ້ງໄປຕາມ ເບີຂະເຈົ້າໂພສໄວ້ຫັ້ນແຫຼະ. ປົກຕິເຮົາກະແຈ້ງ ຕໍາຣວດກຸ່ມຢູ່ແລ້ວເນາະ ຣາຍຊື່ຂອງແຂກທີ່ມາພັກ ຫັ້ນນະ.”

ແລະຊາວລາວ ທ່ານນຶ່ງ ທີ່ຮູ້ຂ່າວດັ່ງກ່າວ ກໍຮູ້ສຶກບໍ່ດີໃຈ ທີ່ຄົນຈີນ ເຂົ້າມາກໍ່ເຫດແນວນີ້ ກັບຄົນລາວ ແລະຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງ ຕາມຈັບໂຕ ແລະດໍາເນີນຄະດີ ຕາມກົດໝາຍ ພ້ອມທັງເພິ່ມມາຕການ ກວດກາຄົນຈີນ ໃຫ້ເຂັ້ມງວດຫຼາຍຂຶ້ນ ຍ້ອນເຊື່ອວ່າ ອາຈມີ ຄົນຈີນ ທີ່ເປັນນັກຕົ້ມຕຸນຫຼາຍຄົນ ທີ່ເຂົ້າມາເຄື່ອນໄຫ ວຢູ່ປະເທດລາວ ດັ່ງທີ່ທ່ານ ຜູ້ຂໍສງວນຊື່ທ່ານນີ້ ກ່າວກ່າວຕໍ່ວິທຍຸເອເຊັຽເສຣີວ່າ:

“ໂອ໋ຍ ອັນນີ້ມັນກະຜິດແຫຼະ ອັນນີ້ມັນເປັນເຣື່ອງ ຣະຫວ່າງຊາດໃດ. ມາຕົວະແບບນີ້. ຄັນຖ້າວ່າຈັບໄດ້ ມີເງື່ອນໄຂນີ໋ ແຈ້ງທາງສະຖານທູດ ໂລດແລ໋ະ. ກະຕ້ອງຕິດຕາມຊອກຈັບໃຫ້ມັນໄດ້ ຫັ້ນແຫລະ. ຄັນມັນຢູ່ຫັ້ນແນ່ ເປັນແນວນີ້ມັນກະເປັນບົດຮຽນ ໃຫ້ແກ່ເຮົາແລ້ວເດ໋.”

ກ່ອນໜ້ານີ້ ເມື່ອເດືອນຕຸລາ 2019 ທາງການລາວ ໄດ້ຈັບສົ່ງໂຕກຸ່ມຄົນຈີນ ທີ່ກໍ່ເຫດອັນບໍ່ດີຢູ່ລາວ ຈໍານວນ 137 ຄົນ ໃຫ້ທາງການຈີນ ເອົາໄປດໍາເນີນຄະດີ.

ກຸ່ມຄົນຈີນທີ່ວ່ານັ້ນ ເຂົ້າມາລາວ ເພື່ອເຄື່ອນໄຫວປຸ້ນຊັພ ແລະຕົວະເອົາເງິນຄົນ ຜ່ານທາງຣະບົບ ອິນເຕິແນັດ ເຮັດໃຫ້ນັກທຸຣະກິຈຈີນ ຫຼາຍຄົນຢູ່ລາວ ໄດ້ຕົກເປັນເຫຍື່ອ ຂອງຂບວນການດັ່ງກ່າວ ໂດຍໄດ້ເສັຍຊັພສິນໄປ ເປັນມູນຄ່າປະມານ 3 ລ້ານໂດລາສະຫະຣັຖ.

ແລະເມື່ອເດືອນ ພຶສພາປີກາຍ ມິດສາຊີບຈີນສອງຄົນ ໄດ້ຮ່ວມກັນ ກໍ່ເຫດລັກເງິນ 26 ລ້ານກີບ ຢູ່ໃນຣົດໃຫຍ່ຄັນນຶ່ງ ທີ່ຈອດຢູ່ບໍຣິເວນ ສູນການຄ້າ ວິວມໍ ນະຄອນຫຼວງ ວຽງຈັນ ແຕ່ຖືກເຈົ້າໜ້າທີ່ຕໍາຣວດຈັບໄດ້.

ນອກຈາກມີຄົນຈີນ ເຂົ້າມາປະເທດລາວ ເພື່ອກໍ່ເຫດອາຊຍາກັມ ທາງດ້ານການສໍ້ໂກງແລ້ວ ກໍຍັງມີຄົນຈີນ ອີກຈໍານວນນຶ່ງ ເຂົ້າມາກໍ່ເຫດ ຄາຕກັມຫຼາຍກໍຣະນີ ຊຶ່ງອາຈຮວມທັງ ກໍຣະນີຄົນຈີນ ທີ່ຕົກເປັນຜູ້ຕ້ອງຫາ ຂ້າແມ່ຍິງລາວຄົນນຶ່ງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນມື້ວັນທີ 15 ກັນຍາ 2020 ນີ້ ແລະກ່ອນໜ້ານັ້ນ ກໍມີຄົນຈີນ ກໍ່ເຫດຄາຕກັມ ນັກທຸຣະກິຈຈີນ ເປັນຕົ້ນ ຄະດີຄາຕກັມ ທ້າວ ລີ ຈາວ ເຜິງ ນັກທຸ ຣະກິຈຈີນ ສັນຊາດລາວ ເຈົ້າຂອງ ໂຮງແຮມ ຕີ້ຮາວ ຢູ່ໃຈກາງ ນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.