ລາວ-ຈີນ ຮ່ວມຫຸ້ນປຸງແຕ່ງ ແຮ່ເຫຼັກ ແຮ່ຄໍາ

ຈໍາປາທອງ
2021.01.28
ລາວ-ຈີນ ຮ່ວມຫຸ້ນປຸງແຕ່ງ ແຮ່ເຫຼັກ ແຮ່ຄໍາ ແຂວງໄຊສົມບູນ ເປັນແຂວງຕັ້ງຂຶ້ນໃໝ່ ແລະ ປະກອບດ້ວຍ 5 ຫົວເມືອງ
ພາບປະກອບ: ວິກິພິເດັຽ

ໃນໄລຍະພຽງ 2 ປີປາຍ ຄືແຕ່ປີ 2019 ມາຮອດປັດຈຸບັນ ຢູ່ເມືອງລ້ອງແຈ້ງ ແລະເມືອງອານຸວົງ ແຂວງໄຊສົມບູນ ມີນັກລົງທຶນຈີນ ແລະລາວຮ່ວມຫຸ້ນກັນໃນໂຄງການປຸງແຕ່ງ ແຮ່ເຫຼັກແລະແຮ່ຄໍາທັງໝົດ 10 ໂຄງການໃນເນື້ອທີ່ປະມານ 400-500 ກິໂລຕາແມັດ. ທັງ 10 ໂຄງການແມ່ນຍັງຢູ່ໃນຂັ້ນຕອນຂອງສຶກສາສໍາຣວດ ເພື່ອເຮັດບົດວິພາກ ທາງເສຖກິດທີ່ຈະໃຊ້ເວລາ 2 ປີ, ດັ່ງເຈົ້າໜ້າທີ່ ຫ້ອງການ ແຂວງໄຊສົມບູນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມົກກະຣາ ນີ້ວ່າ:

“10 ໂຄງການນີ້ແມ່ນຂຸດຄົ້ນບໍ່ໄດ້ເທື່ອ ໃຫ້ສຶກສາສໍາຣວດສ້າງບົດວິພາກເສຖກິດ, ຄັນຖ້າວ່າໂຄງການໂຕໃດ ບໍ່ເປັນເສຖກິດບໍຣິສັດ ເຂົາເຈົ້າຈະສົ່ງຄືນ.”

ທ່ານກ່າວວ່າ ໂຄງການທັງໝົດນັ້ນ ແມ່ນໄດ້ຮັບຄວາມເຫັນດີຈາກຣັຖບານແລ້ວ, ຍ້ອນເຫັນວ່າ ແຂວງໄຊສົມບູນ ເປັນແຂວງໃໝ່, ມີທ່າແຮງທາງດ້ານແຮ່ທາດຫຼາຍກວ່າແຂວງອື່ນ ແລະອີກຢ່າງນຶ່ງກໍເປັນແຂວງມີຣາຍຮັບບໍ່ຫຼາຍ, ຈະເອົາຣາຍຮັບຈາກພັນທະຕ່າງໆ ຂອງໂຄງການທີ່ວ່ານີ້ ມາພັທນາໂຄງຮ່າງພື້ນຖານ ໃຫ້ປະຊາຊົນຫລຸດພົ້ນ ອອກຈາກຄວາມ ທຸກຍາກ.

ທ່ານກ່າວຕື່ມວ່າ ຣັຖບານອະນຸມັດໃຫ້ນັກລົງທຶນ ສ້າງໂຮງງານຫຼອມເຫຼັກ ຫຼອມຄໍາກັບທີ່ ຍ້ອນບໍ່ຢາກໃຫ້ພວກເຂົາຂົນແຮ່ດິບອອກໄປ ຕ່າງປະເທດ, ແຕ່ນັກລົງທຶນຈະຕັດສິນໃຈ ແນວໃດນັ້ນ ກໍຕ້ອງໄດ້ລໍຖ້າ ການສຶກສາສໍາຣວດນັ້ນແລ້ວກ່ອນ ຈຶ່ງຈະມີການເຈຣະຈາ ແລະເຊັນສັນຍາໃນບັນທຶກຄວາມເຂົ້າໃຈກັນ ຫລື MOU ຕື່ມ.

ເຈົ້າໜ້າທີ່ຜແນກພະລັງງານແລະບໍ່ແຮ່ ແຂວງໄຊສົມບູນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ການອະນຸຍາດໃຫ້ບໍຣິສັດເອກຊົນ ດໍາເນີນການສໍາຣວດຊອກຄົ້ນ 2 ປີນັ້ນຖືວ່າ ເປັນເຣື່ອງດີທີ່ຈະພັທນາແຂວງນີ້ ໃຫ້ມີຣາຍຮັບຈາກພັນທະ ຂອງໂຄງການທີ່ຈະຕ້ອງ ຈ່າຍ ເພື່ອພັທນາໂຄງຮ່າງພື້ນຖານ ໃນທ້ອງຖິ່ນຈໍານວນ 70 ພັນໂດລາ ສະຫະຣັຖ ຕໍ່ປີຈາກ ແຕ່ລະໂຄງການ ຕາມບົດບັນທຶກ ຄວາມເຂົ້າໃຈກັນ ຣະຫວ່າງ ບໍຣິສັດແລະຣັຖບານ, ດັ່ງທີ່ທ່ານກ່າວວ່າ:

“ທາງບໍຣິສັດ ທາງໂຄງການ ເຂົາກໍພັທນາເຂດທ້ອງຖິ່ນ ທີ່ໂຄງການຕັ້ງຢູ່ໄປນໍາຫັ້ນນ່າ, ມັນເປັນການພັທນາໄປໃນໂຕໄປເລີຍ, ບາງ ບໍຣິສັດ ກໍສ້າງໂຮງຮຽນ ເຮັດຫົນທາງ ແລ້ວກໍມີ ເງິນພັທນາທ້ອງຖິ່ນໃຫ້ແຂວງ.”

ທ່ານກ່າວວ່າ ພາຍຫລັງຂັ້ນຕອນສໍາຣວດ ຊອກຄົ້ນແຮ່ທາດສໍາເຣັດໃນ 2 ປີແລ້ວ ທາງແຂວງຈະຄືນເງິນຄໍ້າປະກັນ 50 ພັນໂດລາ ສະຫະຣັຖ ຫາ 1 ແສນ ໂດລາ ສະຫະຣັຖ ໃຫ້ ເຈົ້າຂອງໂຄງການນັ້ນໆ ທັນທີ. ຖ້າຫາກທາງໂຄງການບໍ່ມີການເຄື່ອນໄຫວ ຫລື ບໍ່ມີບົດຣາຍງານໃຫ້ແຂວງ ເງິນຄໍ້າປະກັນນັ້ນ ກໍຈະຕົກເປັນຂອງແຂວງ ຕາມຂໍ້ຕົກລົງ ທີ່ໄດ້ເຮັດ ຮ່ວມກັນໄວ້.

ເຈົ້າໜ້າທີ່ຜແນກກະສິກັມແລະປ່າໄມ້ ແຂວງໄຊສົມບູນ ເວົ້າວ່າ, ທາງນັກລົງທຶນ ຕ້ອງມີການຄໍ້າປະກັນເປັນເງິນ 1,500 ໂດລາ ສະຫະຣັຖ ສໍາລັບປ່າ ທີ່ໄດ້ຮັບ ຜົລກະທົບ ເພື່ອໃຫ້ ພາກສ່ວນກ່ຽວຂ້ອງ ນໍາໄປປູກຕົ້ນໄມ້ທົດແທນ ຢູ່ບ່ອນອື່ນ ເພື່ອເຮັດໃຫ້ ປ່າໄມ້ດົງດິບ ມີສີຂຽວປົກຄຸມ:

“ຍັງຢູ່ໃນໄລຍະສໍາຣວດ ຂອກຄົ້ນ ກໍສິທະລຸແນວທາງເຂົ້າໄປ, ຈະໄດ້ເສັຽທີ່ດິນປ່າໄມ້, ຈະໄດ້ເສັຽຄວາມປົກຄຸມສີຂຽວ ຊ່ວງໄລຍະ ສໍາຣວດໄປ ຕ້ອງໄດ້ຊົດເຊີຍເພື່ອຟື້ນຟູ ປູກປ່າ ໃຫ້ຮັກສາເນື້ອທີ່ປ່າໄມ້ສີຂຽວ. ຖ້າບໍຣິສັດໃດບໍ່ຊົດເຊີຍ ພວກເຮົາກວດກາພົບເຫັນ ບໍຣິສັດນັ້ນຕ້ອງໄດ້ຍຸຕິກ່ອນ.”

ປັດຈຸບັນ ນັກລົງທຶນຈີນ ເຂົ້າມາລົງທຶນຢູ່ປະເທດລາວ ຫລາຍໂຄງການ ໃນຂນະທີ່ຣັຖບາລລາວ ຕິດໜີ້ຈີນເກືອບຮອດ 6 ຕື້ໂດລາ ສະຫະຣັຖ, ອີງຕາມການຣາຍງານຂອງສໍານັກຂ່າວ Nikkei ຂອງຍີ່ປຸ່ນ.

ກ່ຽວກັບເຣື່ອງນີ້ ນັກວິຊາການອິສຣະ ໃຫ້ທັສນະວ່າ ຈີນ ເຂົ້າມາຂຍາຍອິດທິພົນ ຢູ່ປະເທດລາວຫຼາຍຂຶ້ນ ຊຶ່ງການລົງທຶນຂຸດຄົ້ນບໍ່ແຮ່ ຢູ່ແຂວງໄຊສົມບູນນີ້ ກໍເປັນອີກຕົວຢ່າງນຶ່ງ ທີ່ຊີ້ໃຫ້ເຫັນເຖິງການຂຍາຍອິດທິພົນ ຂອງຈີນ ຢູ່ລາວນັ້ນ.

ແຕ່ອາຈານຄະນະເສຖສາດ ມະຫາວິທຍາລັຍແຫ່ງຊາດລາວ ເວົ້າວ່າ ການດໍາເນີນໂຄງການປຸງແຕ່ງ ແຮ່ເຫຼັກ-ແຮ່ຄໍາ ຢູ່ແຂວງ ໄຊສົມບູນ ນັ້ນບໍ່ແມ່ນການຂຍາຍອິດທິພົລ ຂອງຈີນ ແຕ່ມັນແມ່ນນະໂຍບາຍ ຂອງຣັຖບາລລາວ ໃນການເປີດກວ້າງເພື່ອດຶງດູດ ໃຫ້ນັກທຸຣະກິດຕ່າງປະເທດ ເຂົ້າມາລົງທຶນ ຍ້ອນລາວບໍ່ມີທຶນ ໃນການພັທນາປະເທດ, ດັ່ງ ທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມົກກະຣາ ນີ້ຕອນນຶ່ງວ່າ:

“ມັນບໍ່ແມ່ນເຣື່ອງການຂຍາຍ ອິດທິພົນເດ໋. ອັນນີ້ແມ່ນນະໂຍບາຍຂອງຣັຖ ທີ່ຈະດຶງດູດເອົານັກລົງທຶນມາລົງທຶນ ເພາະວ່າເຮົາບໍ່ມີ ທຶນເດ໋ ເຮົາກໍເປີດກວ້າງ ໃຫ້ນັກລົງທຶນມາລົງທຶນ ເຂົາເຈົ້າກໍມາ ເຂົາເຈົ້າມີຄວາມສາມາດ ກໍພາຍໃຕ້ການຊີ້ນໍາ, ນໍາພາພາຍໃຕ້ ກົດໝາຍເຮົານີ້ແຫລະ ໂອ໋ ກໍເປັນເຣື່ອງດີ ແນວພັທນານະ.”

ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຫ້ອງການ ແຂວງໄຊສົມບູນ ທ່ານດຽວກັນນີ້, ທາງແຂວງອະນຸຍາດ ໃຫ້ບໍຣິສັດ ອັນຍະມະນີ ອະສັງຫາລິມະຊັບ ຈໍາກັດຜູ້ດຽວຂອງຈີນ ແລະ ວິສາຫະກິດ ຫຸ້ນສ່ວນຈໍາກັດ ລາວເຍິນອີ ຮ່ວມມືການຄ້າ ດໍາເນີນໂຄງການຊອກຄົ້ນ ສໍາຣວດຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫລັກ ຢູ່ເຂດບ້ານກໍໄຮ່ ເມືອງ ອານຸວົງ ແລະ ບ້ານໂພນໂຮມ ເມືອງທ່າໂທມ ແຂວງໄຊສົມບູນ, ແຕ່ໂຄງການດັ່ງກ່າວນີ້ ຍັງບໍ່ທັນໄດ້ເຊັນສັນຍາ ໃນບົດບັນທຶກຄວາມເຂົ້າໃຈກັນ ຫລື MOU ຄັກແນ່, ຍັງຢູ່ຣະຫວ່າງດໍາເນີນການ ເຣື່ອງເອກສານຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.