ຈີນລົງທຶນປູກອ້ອຍຢູ່ ມ.ລອງ

ສຸພັດຕາ
2019.11.08
F-Sugarcane ເມືອງລອງ ແຂວງຫລວງນ້ຳທາ ມີນັກລົງທຶນຈີນ ເຂົ້າມາລົງທຶນປູກພືດເສຖກິຈ ຢ່າງຫຼວງຫຼາຍ ແທນການເຮັດໄຮ່ເລື່ອນລອຍ ເປັນຕົ້ນ ອ້ອຍ,
RFA/VD

ເມືອງລອງ ແຂວງຫລວງນ້ຳທາ ມີນັກລົງທຶນຈີນ ເຂົ້າມາລົງທຶນປູກພືດເສຖກິຈ ຢ່າງຫຼວງຫຼາຍ ແທນການເຮັດໄຮ່ເລື່ອນລອຍ ເປັນຕົ້ນ ອ້ອຍ, ມັນຕົ້ນ, ໝາກໂມ, ໝາກອຶ, ໝາກແຕງ ແລະພືດລົ້ມລຸກປະເພດຕ່າງໆ. ພືດທີ່ນັກລົງທຶນຈີນ ເຂົ້າມາສົ່ງເສີມ ໃຫ້ປະຊາຊົນ ໃນ ເຂດເມືອງລອງປູກ ຫຼາຍກວ່າໝູ່ ແມ່ນອ້ອຍ. ດັ່ງເຈົ້າຫນ້າທີ່ກະສິກັມ ເມືອງລອງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ພຶສຈິກາ ນີ້ວ່າ:

"ຢູ່ເມືອງລອງນີ້ ມັນກໍມີບໍຣິສັດຈີນ ຫຼາຍບໍຣິສັດ ທີ່ຂະເຈົ້າເຂົ້າມາລົງທຶນ ຢູ່ເມືອງລອງ ຫລັກໆນີ້ກໍແມ່ນ ການປູກອ້ອຍ ເພາະວ່າເປັນການ ສົ່ງເສີມ ໃຫ້ປະຊາຊົນມີອາຊີບຄົງທີ່ ຫຼຸດຜ່ອນການຖາງປ່າເຮັດໄຮ່ ດຽວນີ້ກະໄດ້ສົ່ງເສີມ ໃຫ້ຂະເຈົ້າປູກອ້ອຍ.”

ທ່ານກ່າວຕື່ມວ່າ ນັກລົງທຶນຈີນ ຈະເຮັດສັນຍາຊື້ຂາຍ ກັບປະຊາຊົນເອງ ໂດຍມີເຈົ້າຫນ້າທີ່ ເຂົ້າຮ່ວມນຳ ກ່ຽວກັບຣາຄາຜົລຜລິດຂອງ ຊາວສວນ ຫລັງຈາກເກັບກ່ຽວ ແລະສັນຍາຊື້ຂາຍນັ້ນ ຣາຄາຈະຄົງຕົວ ບໍ່ໃຫ້ຂຶ້ນລົງເປັນເວລາ 5 ປີ. ແຕ່ຊາວສວນ ຕ້ອງການປ່ຽນເປັນ ເວລາ 2 ປີ ຍ້ອນວ່າ ຄ່າຄອງຊີບຂຶ້ນລົງ ໃນແຕ່ລະມື້. ດັ່ງປະຊາຊົນ ຜູ້ປູກອ້ອຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

“ໃນສວນອ້ອຍກະເວົ້າເຣື້ອງຣາຄາ ຫັ້ນແຫລ້ວ ຢູ່ໃນສັນຍານັ້ນແມ່ນ 5 ປີ, 5 ປີນີ້ ບໍ່ໃຫ້ຂຶ້ນໃຫ້ລົງ ແຕ່ຢາກປ່ຽນຈາກ 5 ປີມາເປັນ 2 ປີ ເພາະວ່າ ຄ່າຄອງຊີບໃນແຕ່ລະມື້ນີ້ ມັນກໍບໍ່ຄືເກົ່າ ເພາະວ່າ 5 ປີ ມັນຊີ່ດົນໂພດ ເພາະການປູກອ້ອຍນີ້ ມັນກໍຕ້ອງເວົ້າ ເຣື່ອງແຮງງານ ເປັນຫລັກ ຖ້າວ່າ ເຮົາບໍ່ມີແຮງງານ ມັນກໍເຮັດຫຍັງບໍ່ໄດ້.”

ເມືອງລອງແຂວງຫລວງນ້ຳທາ ມີປະຊາຊົນປູກອ້ອຍທັງໝົດປະມານ 1,700 ຄອບຄົວ ຮວມເນື້ອທີ່ ປະມານ 1,300 ເຮັກຕາ ໃນນັ້ນ ຜົົລຜລິດອ້ອຍຄາດວ່າຈະໄດ້ປະມານເຮັກຕາລະ 100 ຕັນ. ຕາມສັນຍາຣາຄາຕັນລະ 450,000 ກີບ ແລະຄາດວ່າປີນຶ່ງ ເມືອງລອງ ຈະສາມາດສົ່ງອ້ອຍ ໄປປ້ອນໂຮງງານຈີນໄດ້ປະມານ 150,000 ຕັນ, ຊຶ່ງຖືວ່າຍັງບໍ່ພຽງພໍກັບຄວາມຕ້ອງການ ຂອງໂຮງງານເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.