ນັກລົງທຶນຈີນ ເຣີ່ມກໍ່ສ້າງ ໂຮງງານປຸງແຕ່ງ ຢາງພາຣາແຫ່ງໃໝ່ ຢູ່ອຸດົມໄຊ

ບໍຣິສັດ ຊົງຈຽນ ຢາງພາຣາ ສາກົລ ຈຳກັດ ຈາກປະເທດຈີນໄດ້ເຮັດພິທີວາງສີລາຣຶກ ກໍ່ສ້າງໂຮງງານປຸງແຕ່ງຢາງພາຣາ ຢູ່ບ້ານນໍ້າຍອນ ເມືອງຮຸນ ເຊິ່ງຈະເປັນໂຮງງານປຸງແຕ່ງຢາງພາຣາແຫ່ງທີ 3 ໃນແຂວງອຸດົມໄຊເພື່ອຂຍາຍ ການຮັບຊື້ນໍ້າຢາງພາຣາຂອງຊາວສວນຢາງພາຣາ ໃນແຂວງອຸດົມໄຊ ແລະ ແຂວງໃກ້ຄຽງປະມານ 20,000 ຕັນຕໍ່ປີເພື່ອສົ່ງໄປຂາຍໃຫ້ປະເທດຈີນ.

ເປີດໂຄງການກໍ່ສ້າງ ໂຮງງານປຸງແຕ່ງ ຢາງພາຣາ ຊົງຈຽນ ຢາງພາຣາ ສາກົລ ຈຳກັດ. ວັນທີ 30 ສິງຫາ 2023. ຮູບພາບ: ວິດີໂອ ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ

ເມື່ອວັນທີ 26 ກໍຣະກະດາທີ່ຜ່ານມານີ້ ບໍຣິສັດ ຊົງຈຽນ ຢາງພາຣາ ສາກົລ ຈຳກັດ ຈາກປະເທດຈີນໄດ້ເຮັດພິທີວາງສີລາຣຶກ ກໍ່ສ້າງໂຮງງານປຸງແຕ່ງຢາງພາຣາ ຢູ່ບ້ານນໍ້າຍອນ ເມືອງຮຸນ ເຊິ່ງຈະເປັນໂຮງງານປຸງແຕ່ງຢາງພາຣາແຫ່ງທີ 3 ໃນແຂວງອຸດົມໄຊເພື່ອຂຍາຍ ການຮັບຊື້ນໍ້າຢາງພາຣາຂອງຊາວສວນຢາງພາຣາໃນແຂວງອຸດົມໄຊ ແລະ ແຂວງໃກ້ຄຽງປະມານ 20,000 ຕັນຕໍ່ປີເພື່ອສົ່ງໄປຂາຍໃຫ້ປະເທດຈີນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ແຂວງອຸດົມໄຊ ນາງນຶ່ງກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 31 ສິງຫາ ນີ້ວ່າ:

ໂຮງງານຢາງພາຣາບໍ່. ໄດ້ຍິນເພິ່ນວ່າຊິສ້າງ ເພິ່ນສ້າງຢູ່ແຕ່ວ່າເພິ່ນມີໂງງານນຶ່ງແລ້ວຫັ້ນ ນ່າເພິ່ນວ່າຊິສ້າງຢູ່ ແຕ່ວ່າຍັງບໍ່ທັນໄດ້ຣາຍລະອຽດເທື່ອ ວ່າເພິ່ນສ້າງ ຫຼືຍັງ.

 ໃນຂະນະທີ່ຊາວສວນຢາງພາຣາຫຼາຍຄົນ ຢູ່ແຂວງອຸດົມໄຊກໍຫວັງວ່າ ການກໍ່ສ້າງໂຮງງານປຸງແຕ່ງຢາງພາຣາ ເພີ່ມຂຶ້ນອີກ 1 ແຫ່ງນີ້ຈະມີການປັບຂຶ້ນລາຄາຮັບຊື້ນໍ້າຢາງພາຣາ ນຳດ້ວຍ ເຊິ່ງລາຄາຮັບຊື້ນໍ້າຢາງພາຣາຢູ່ແຂວງອຸດົມໄຊ ປັດຈຸບັນມີລາຄາຢູ່ທີ່ 12,000 ກີບຕໍ່ກິໂລກຣາມ ແຕ່ຊາວສວນຢາງພາຣາເຫັນວ່າຢາກໃຫ້ປັບຂຶ້ນ ຢູ່ໃນລະດັບ 15,000 ກີບຕໍ່ກິໂລກຣາມ ຈຶ່ງຈະເໝາະສົມ.

ດັ່ງຊາວສວນຢາງພາຣາ ທ່ານນຶ່ງກ່າວວ່າ:

ຕົກເປັນເງິນກີບນີ້ກໍປະມານກິໂລນຶ່ງ ຢາງກົ້ນຖ້ວຍເຮົານີ້ໂລນຶ່ງກໍ 12,000 ກີບລາຄາລື່ນປີກາຍໜ້ອຍນຶ່ງ ຕາມຄວນນີ້ກໍ 15,000 ກີບບໍ່ອັນນີ້ມັນກໍຢາກຕໍ່າໜ້ອຍນຶ່ງແລ້ວ.

ສ່ວນຊາວສວນຢາງພາຣາ ຢູ່ແຂວງອຸດົມໄຊອີກທ່ານນຶ່ງ ກໍເຫັນວ່າລາຄາຮັບຊື້ນໍ້າຢາງພາຣາ ຂັ້ນຕໍ່າຄວນຢູ່ໃນລະດັບ 15,000 ກີບຕໍ່ກິໂລກຣາມ ເພື່ອເປັນກຳລັງໃຈໃຫ້ແກ່ຊາວສວນຢາງພາຣາ ໃນສະພາວະເງິນເຟີ້ຢູ່ໃນເວລານີ້ເຊິ່ງໄລຍະຜ່ານມາ ກໍເຫັນວ່າບໍຣິສັດຈີນທີ່ຮັບຊື້ຢາງພາຣາ ຍັງກົດລາຄາຕໍ່າຢູ່ເຖິງແມ່ນວ່າຈະປັບຂຶ້ນລາຄາ ດີກ່ວາປີກາຍກໍຕາມ.

ດັ່ງທ່ານກ່າວວ່າ:

“ຕ້ອງການສໍ່ານັ້ນໂອຄັນເໝາະສົມ ເງິນທຸກມື້ຕ້ອງການເທົ່ານັ້ນໂອຈຶ່ງຊິຄັກກີດຢາງນີ້ ນໍ້າມັນຢາກຫຼາຍຂຶ້ນແລ້ວກໍນໍ້າມັນຢາກເພີ່ມຂຶ້ນ ພໍນໍ້າຢູ່ໃນຢາງຫຼາຍເພິ່ນກາລັກຕັດລາຄາລົງ ຢາງຢູ່ພີ່ນີ້ 12,000 ປີກາຍ 11,000.”

ຊາວສວນຢາງພາຣາ ຢູ່ແຂວງອຸດົມໄຊ ຈໍານວນນຶ່ງໄດ້ປະກາດຂາຍສວນຢາງພາຣາ ໝົດສວນສາເຫດນຶ່ງຍ້ອນບໍ່ພໍໃຈ ຕໍ່ລາຄາຮັບຊື້ນໍ້າຢາງພາຣາ ແລະເຫດຜົລອື່ນໆ ທີ່ເຮັດໃຫ້ມີຄວາມຕ້ອງການເງິນຈຳນວນຫຼາຍແທນທີ່ຈະສືບຕໍ່ ປູກຢາງພາຣາຕໍ່ໄປ.

ດັ່ງຊາວສວນຢາງພາຣາ ອີກທ່ານນຶ່ງກ່າວວ່າ:

ຍ້ອນວ່າຍັງເປັນດິນຖືກໂຄງການເນາະ ດຽວນີ້ຮ້ອນເງິນໂອຄົນຈີນ ເຂົ້າມານີ້ເຂົາເຈົ້າໃຫ້ຂັ້ນສູງ ແຕ່ໂລນຶ່ງ 12,000 ກີບ.

ປັດຈຸບັນນີ້ຢູ່ແຂວງອຸດົມໄຊ ກໍມີໂຮງງານປຸງແຕ່ງຢາງພາຣາອີກແຫ່ງນຶ່ງ ຂອງບໍຣິສັດຈົ່ງອູ ຢາງພາຣາຈຳກັດ ເຊິ່ງເປັນຂອງນັກລົງທຶນຈີນ ຕັ້ງຢູ່ບ້ານກໍນ້ອຍ ເມືອງໄຊ ທີ່ໄດ້ກໍ່ສ້າງມາຕັ້ງ ແຕ່ປີ 2011 ໂດຍສະເພາະ ພະນັກງານຂອງໂຮງງານດັ່ງກ່າວ ກ່າວວ່າປີນີ້ໄດ້ຮັບຊື້ຢາງພາຣາ ໃນລາຄາ 12,000 ກີບຕໍ່ກິໂລກຣາມ ໂດຍອີງໃສ່ອັດຕຣາແລກປ່ຽນເງິນກີບ ແລະ ຄວາມຕ້ອງການ ຂອງຢາງພາຣາຂອງຕລາດໃນປະເທດຈີນ ສ່ວນໃນອະນາຄົດ ຈະມີການປັບຂຶ້ນລາຄາ ຫຼື ບໍ່ນັ້ນ ກໍຂຶ້ນຢູ່ກັບປັດໄຈທີ່ເວົ້າມານັ້ນ.

ດັ່ງຍານາງກ່າວວ່າ:

ມັນຂຶ້ນກັບເຣດເງິນຊິນ່າ ເພາະວ່າເຮົາສົ່ງອອກຈີນສົ່ງອອກຈີນ ກາມີແຕ່ເຂົາເຈົ້າມີຄວາມ ຕ້ອງການສູງແມ່ນຫຍັງເນາະ ມັນກໍອາຈຈະຂຶ້ນແຕ່ວ່າຄັນທາງຈີນ ມັນເຂົາເຈົ້າບໍ່ຕ້ອງການ ຫຼາຍປານໃດລາຄາມັນກໍອາດຈະລົງ.

ຍານາງກ່າວຕື່ມວ່າ ສ່ວນກໍຣະນີທີ່ມີໂຮງງານປຸງແຕ່ງ ຢາງພາຣາເພີ່ມອີກ 1 ແຫ່ງຢູ່ພາຍໃນແຂວງອຸດົມໄຊນັ້ນ ກໍເຊື່ອວ່າໜ້າຈະບໍ່ເກີດການແຂ່ງຂັນ ທາງດ້ານລາຄາໃນອະນາຄົດ ເພາະວ່າແຕ່ລະໂຮງງານ ກໍມີກຸ່ມເປົ້າໝາຍ ແລະ ກຸ່ມຕລາດຂອງໃຜຂອງມັນຢູ່ແລ້ວ.

ສໍາລັບບໍຣິສັດຊົງຈຽນ ຢາງພາຣາ ສາກົລ ຈໍາກັດ ກໍໄດ້ຮ່ວມມືກັບບໍຣິສັດຈຽງຟອງ ພັທນາຢາງພາຣາ ຈຳກັດ ທີ່ລົງທຶນສົ່ງເສີມຊາວບ້ານປູກຢາງພາຣາ ຢູ່ເຂດເມືອງຮຸນ ແລະ ເມືອງແບງ ເປັນເວລາ 20 ປີມາແລ້ວເຊິ່ງມີເນື້ອທີ່ ປູກຢາງພາຣາທັງໝົດ 6,000 ເຮັກຕ້າຣ ແລະເມື່ອປີ 2022 ຜ່ານມາບໍຣິສັດດັ່ງກ່າວກໍສາມາດຜລິດນໍ້າຢາງພາຣາໄດ້ປະມານ 7,000 ຕັນ ແຕ່ຍັງບໍ່ທັນພຽງພໍຕໍ່ຄວາມຕ້ອງການຂອງໂຮງງານ ແລະ ສໍາລັບໂຮງງານປຸງແຕ່ງຢາງພາຣາ ທີ່ກຳລັງກໍ່ສ້າງຂຶ້ນໃໝ່ນັ້ນກໍຈະເປັນບ່ອນຄັດສັນນໍ້າ ຢາງພາຣາທີ່ໄດ້ຄຸນນະພາບ ເພື່ອສົ່ງໄປຂາຍຢູ່ປະເທດຈີນອີກທັງມີແຜນຂຍາຍເນື້ອທີ່ ປູກຢາງພາຣານຳດ້ວຍ ອີງຕາມການຣາຍງານ ຂອງທ່ານ ເຫີ ຊີ້ງຈົງ ບໍຣິສັດ ຈຽງຟອງ ພັທນາ ຢາງພາຣາ ຈຳກັດຕໍ່ສື່ມວນຊົນໃນພີທີວາງສີລາຣຶກ ກໍ່ສ້າງໂຮງງານປຸງແຕ່ງຢາງພາຣາ ແຫ່ງໃໝ່ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org