ນັກລົງທຶນຈີນ ສຳຣວດ ມ.ວັງວຽງ

ສຸພັດຕາ
2017.12.21
F-Vangvieng ເຂດທ່ອງທ່ຽວ ທີ່ມີຊື່ສຽງ ຢູ່ເມືອງວັງວຽງ ແຂວງວຽງຈັນ
Friend FB page

ປັດຈຸບັນນັກລົງທຶນຈີນ ກຳລັງສຳຣວດພື້ນທີ່ ໂຄງການເຂດເສຖກິດພິເສດ ເພື່ອສ້າງແຫລ່ງທ່ອງທ່ຽວ ຄົບວົງຈອນ ຢູ່ເມືອງວັງວຽງ ແຂວງ ວຽງຈັນ. ເມືອງວັງວຽງເປັນແຫຼ່ງທ່ອງທ່ຽວ ທີ່ມີຊື່ງສຽງແຫ່ງນຶ່ງ ໃນລາວ. ໂຄງການນີ້ ອາດສົ່ງຜົນກະທົບ ຕໍ່ປະຊາຊົນ 22 ບ້ານ ເປັນຕົ້ນ ບ້ານຫ້ວຍແຍ້, ບ້ານໂພນເງິນສະຫວ່າງ ທີ່ມີປະຊາຊົນກວ່າ 10 ພັນຄົນ ທີ່ຈະໄດ້ຮັບຜົນກະທົບ ແລະເຫັນວ່າ ເປັນເຣື່ອງຍາກ ທີ່ຈະເອົາ ພື້ນທີ່ແຫ່ງນີ້ ໄປສ້າງໂຄງການນັ້ນໄດ້. ດັ່ງນາຍບ້ານ ທ່ານນື່ງ ຢູ່ເມືອງວັງວຽງ ກ່າວໃນມື້ວັນທີ 21 ທັນວາ ນີ້ວ່າ:

“ເອີ່ໂຕນີ້ເວົ້າແຕ່ຄວາມເປັນໄປໄດ້ ເພີ່ນຊິເຮັດບ່ອນແຫລ່ງທ່ອງທ່ຽວ ຄົບວົງຈອນ ເພີ່ນກໍບອກຢູ່ຄັນເປັນໄປໄດ້ ຄັນເປັນໄປບໍ່ໄດ້ ກໍຍົກເລີກ ກັນຫັ່ນນະ ເກັບກຳຂໍ້ມູນແລ້ວ ມັນຊິເປັນໄປບໍ່ໄດ້ດອກ ກໍມັນກວມເອົາບ້ານປະຊາຊົນຫຼາຍໂພດ ຄັນວ່າເອົາບ້ານ ປະຊາຊົນ ມັັນຕົກຢູ່ບ້ານ ປະຊາຊົນ ຄັນວ່າເຮັດຫັ່ນ ມັນກໍເດືອດຮ້ອນ ຕໍ່ບ້ານປະຊາຊົນ ຫັ່ນເນາະ.”

ໂຄງການດັ່ງກ່າວນີ້ ຍັງບໍ່ສາມາດລະບຸພື້ນທີ່ແນ່ນອນໄດ້ວ່າ ຫຼາຍໜ້ອຍປານໃດ ຂະນະນີ້ໂຄງການ ຍັງບໍ່ໄດ້້້ເລີ້ມຂຶ້ນແຕ່ຢ່າງໃດ ເພາະຍັງຢູ່ ໃນຂັ້ນຕອນ ຂອງການສຳຣວດພື້ນທີ່ ແລະ ຖາມຄວາມຄິດເຫັນ ຂອງປະຊາຊົນ ເພື່ອເກັບກຳຂໍ້ມູນ ສເນີຕໍ່ຣັຖບານ ວ່າຈະອະນຸມັດ ສ້າງ ເປັນເຂດ ເສຖກິດພິເສດ ໄດ້ຫຼືບໍ່. ດັ່ງທ່ານຫົວໜ້າຫ້ອງການ ການທ່ອງທ່ຽວ ແຂວງວຽງຈັນ ກ່າວໃນວັນທີ 21 ທັນວາ ວ່າ:

“ຍັງບໍ່ໄດ້ເຮັດຫຍັງ ສຳຫຼວດແລ້ວຈະຂໍຄວາມເຫັນ ຈາກຣັຖບານກ່ອນ ເພີ່ນຊິແກ້ໄຂຫລືບໍ່ ສ້າງສະພາກ່ອນເນາະ ຍັງບໍ່ໄດ້ຮັບອະນຸມັດ ຈາກຂັ້ນເທິງ ມີແຕ່ສຶກສາ ຄວາມເປັນໄປໄດ້ ແລ້ວເພື່ອສເນີເປັນເຂດເສຖກິດຊື່ໆເນາະ ຫຼືວ່າການໂຍກຍ້າຍເບາະ ຫຼືວ່າ ທາງການນັ້ນ ຍັງບໍ່ໄດ້ ເວົ້າຫຍັງເນາະ ແຕ່ເຮົາຍັງບໍ່ໄດ້ ເວົ້າເປັນຂໍ້ມູນ ເຖິງຂັ້ນນັ້ນ.”

ໃນປີ 2008-09 ແຂວງວຽງຈັນ ມີນັກທ່ອງທ່ຽວເຂົ້າມາທ່ຽວຫຼາຍກວ່າ 2 ແສນຄົນ ຊຶ່ງໃນນັ້ນເປັນນັກທ່ອງທ່ຽວ ຕ່າງປະເທດແສນປາຍຄົນ. ດັ່ງນັ້ນ ເມືອງວັງວຽງ ຈຶ່ງເປັນພື້ນທີ່ ທີ່ໜ້າສົນໃຈ ໃນການທີ່ຈະສ້າງໂຄງການ ກ່ຽວກັບການທ່ອງທ່ຽວ ຂະນະທີ່ ໃນປັດຈຸບັນ ສປປລາວ ມີເຂດເສຖກິດພິເສດ ແລະ ເຂດເສຖກິດສະເພາະ ທີ່ໄດ້ຮັບການ ອະນຸມັດແລ້ວ 10 ເຂດ ຮວມທັງເຂດເສຖກິດ ພິເສດ ສະຫວັນເຊໂນ, ເຂດເສຖກິດສະເພາະບໍ່ເຕັນແດນງາມ, ເຂດເສຖກິດພິເສດສາມຫຼ່ຽມຄຳ ແລະຍັງມີອີກຫຼາຍ ເຂດເສຖກິດ ທີ່ຢູ່ໃນຣະຫວ່າງ ການສຳຣວດ ແຕ່ຍັງບໍ່ທັນໄດ້ຮັບ ອະນຸມັດ ຈາກຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.