ຈີນຈະສ້າງທ່າເຮືອ ບ້ານມອມ

ຈໍາປາທອງ
2020.10.07
F-mom-port ເຈົ້າໜ້າທີ່ຂັ້ນສູງ ຂອງທາງການລາວ ຮ່ວມກັບ ທ່ານ ປະທານ ຈ້າວ ເຫວີຍ ( ຢູ່ກາງ ໃສ່ເສື້ອສີສົ້ມ ) ໄດ້ຮ່ວມກັນໃນພິທີວາງສີລາລຶກ ທ່າເຮືອບ້ານມອມ
ນັກຂ່າວແຂວງບໍ່ແກ້ວ

ບໍຣິສັດ ໂອເຊັຍໂນການຄ້າ ຈໍາກັດຜູ້ດຽວ ຂອງຈີນ ຈະສ້າງທ່າເຮືອບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອຂຍາຍການຄ້າຂອງຈີນ. ບໍຣິສັດນີ້ ເປັນບໍຣິສັດໃນເຄືອຂ່າຍ ຂອງບໍຣິສັດດອກງິ້ວຄໍາ ຂອງຈີນ ທີ່ໄດ້ສໍາປະທານທີ່ດິນ ສ້າງເຂດເສຖກິດພິເສດ ສາມຫລ່ຽມຄໍາ ແລະ ຄາສີໂນຄິງໂຣມັນ ຢູ່ເມືອງນີ້ ເປັນເວລາ 50 ປີ ແລະ ສາມາດຕໍ່ໄດ້ອີກ.

ຜ່ານມາກະຊວງການຄັງ ຂອງສະຫະຣັຖອາເມຣິກາ ໄດ້ອອກຖແລງການກ່ຽວກັບການຂຶ້ນບັນຊີດຳ “ຄິ້ງໂຣມັນຄາຊີໂນ” ນີ້ເປັນສະຖານທີ່ ຫຼືອົງກອນອາຊຍາກັມຂ້າມຊາດ ຊັກຟອກເງິນ, ຄ້າຢາເສບຕິດ, ຄ້າປະເວນີ, ຄ້າສັດປ່າ, ຮັບສິນບົນ ແລະ ກຸ່ມອັນຕະພານ ປະເພດຕ່າງໆ ໃນເຂດສາມຫລ່ຽມຄຳ.

ຣັຖບານສະຫະຣັຖ ມີຫຼັກຖານທີ່ເຊື່ອຖືໄດ້ວ່າ ຄິ້ງໂຣມັນ ຄາສິໂນ ເປັນສະຖານ ທີ່ເຮັດກິຈກັມ ຜິດກົດໝາຍຫຼາຍຢ່າງ ໃນເຂດສາມຫຼ່ຽມຄຳ ບໍ່ວ່າຈະເປັນການຄ້າ ຢາເສບຕິດ ທີ່ລວມເຖິງການ ເປັນຜູ້ຈັດການ ຈຳໜ່າຍ ເຮໂຣອິນ ແລະຢາບ້າ ໃຫ້ກັບກອງທັບວ້າແດງ ໃນຣັຖສານ ຂອງພະມ້າ, ການຄ້າມະນຸດ ແລະ ຊິ້ນສ່ວນສັດປ່າ ບໍ່ວ່າຈະເປັນໝີດຳ, ຫລິ່ນ, ເສືອ ແລະ ຊ້າງ.

ບໍຣິສັດ ໂອເຊັຍໂນການຄ້າ ຂອງຈີນ ທີ່ໄດ້ສໍາປະທານທີ່ດິນຣັຖ ເພື່ອສ້າງທ່າເຮືອ ແລະບໍຣິການຢູ່ເຂດບ້ານມອມ ເພື່ອຂຍາຍການຄ້າ ໄດ້ຈັດພິທີວາງສີລາລຶກ ໃນມື້ວັນທີ 3 ຕຸລາ ນີ້ ພາຍຫລັງທີ່ ບໍຣິສັດໄທຍ, ວຽດນາມ ແລະລາວ ໄດ້ຂາຍຫຸ້ນໃຫ້ບໍຣິສັດ ດັ່ງກ່າວຂອງຈີນ ຍ້ອນລົ້ມລະລາຍ ບໍ່ມີເງິນໝຸນວຽນ ທີ່ຈະເຮັດທຸຣະກິດ ຕໍ່ໄປໄດ້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ແຂວງບໍ່ແກ້ວ ທ່ານນຶ່ງ ຜູ້ຂໍສງວນຊື່ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 6 ຕຸລານີ້:

“ປັດຈຸບັນນີ້ ປ່ຽນເປັນສາຂາ ຂອງ ບໍຣິສັດ ດອກງິ້ວຄໍາ ນີ່ແຫລະ ເຂົາຫຸ້ນສ່ວນກັບ ເຈົ້າເຫີ້ຍນີ້ນ່າ ເປັນ ອອກຊື່ ໂອຊຽນໂນນ່າ ແຕ່ເກົ່າມີ ວຽດ ມີລາວ ມີໄທ ແລ້ວເຂົາເຈົ້າຫຸ້ນສ່ວນກັນ ແລ້ວເຂົາເຈົ້າລົ້ມລະລາຍ ເງິນໝູນບໍ່ທັນນີ້ນ່າ ລົ້ມແລ້ວບາດນີ້ ບໍຣິສັຫດນີ້ເຂົ້າໄປສັມປະທານ ຕໍ່ຫັ້ນນ່າ ເຂົາເຈົ້າຂາຍຫຸ້ນ ຕໍ່ມິຫຍັງນີ້ນ່າ ໃຫ້ກຸ່ມບໍຣິສັດ ດອກງິ້ວຄໍາ.”

ທ່ານກ່າວຕື່ມວ່າ ຈາກການສ້າງທ່າເຮືອນີ້ ເມືອງຕົ້ນເຜິ້ງ ຈະໄດ້ຮັບຜົລປໂຍດ ຈາກການເກັບພາສີສິນຄ້າຜ່ານແດນ ທີ່ບໍ່ໄດ້ຮັບການຍົກເວັ້ນ ການເສັຍພາສີສິນຄ້າ ຕາມຂໍ້ຕົກລົງ MOU ການຄ້າຣະຫວ່າງ ປະເທດ.

ແລະເຈົ້າໜ້າທີ່ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວ ທ່ານນຶ່ງຜູ້ຂໍສງວນຊື່ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຈຸດປະສົງ ໃນການພັທນາທ່າເຮືອ ບ້ານນາມອມນີ້ ແມ່ນເພື່ອຮັບໃຊ້ ການຄ້າຊາຍແດນ ຣະຫວ່າງ ລາວ ແລະ ຈີນໂດຍກົງ ໂດຍສະເພາະ ການນໍາສິນຄ້າຈາກຈີນ ເຂົ້າມາລາວ ເປັນຕົ້ນ ໝາກໄມ້, ອາຫານສົດ, ອາຫານແຫ້ງ ຫລື ອາຈຮັບໃຊ້ການຄ້າຊາຍແດນ ຣະຫວ່າງ ລາວ ແລະ ພະມ້າໜ້ອຍນຶ່ງ. ສ່ວນວ່າຮັບໃຊ້ການຄ້າ ຊາຍແດນ ຣະຫວ່າງ ລາວ ແລະໄທຍ ນັ້ນອາຈບໍ່ມີ ເນື່ອງຈາກສິນຄ້າໄທຍສ່ວນໃຫຍ່ ມັກຂົນສົ່ງຜ່ານທາງຂົວມິດຕະພາບ ໄທຍ-ລາວ ແຫ່ງທີ 4 ດັ່ງທີ່ທ່ານ ກ່າວວ່າ:

“ສ່ວນຫຼາຍກໍມີແຕ່ມາຮັບໃຊ້ ເບື້ອງລາວເຮົາກັບຈີນ ຊື່ໆ ໄທຍ ນີ໋ກໍມີສ່ວນໜ້ອຍນຶ່ງ ການຄ້າຊາຍແດນເຮົາ ທ່າເຮືອມີແຕ່ພະມ່າອາດແມ່ນ ຈີນກັບພະມ່າ ໜ້ອຍນຶ່ງເນາະ ມັນກໍຫຼາກຫຼາຍເນາະ ຫຼາກຫຼາຍທີ່ເຂົ້າ ມາແລ້ວອອກໄປນະ ເປັນປະເພດໝາກໄມ້ ອາຫານ ອັນນີ້ສ່ວນຫຼາຍ ມີແຕ່ນໍາແຕ່ຈີນ ເຂົ້າມາເນາະ.”

ທ່ານກ່າວຕື່ມວ່າ ຕາມການສລຸບໃນທີ່ປະຊຸມຄັ້ງລ່າສຸດ ແລ້ວແມ່ນວ່າ ບໍຣິສັດ ໂອເຊັຍໂນການຄ້າຂອງຈີນ ຈະສືບຕໍ່ພັທນາ ປັບປຸງໂຄງສ້າງ ອາຄານ ແລະການບໍຣິການ ຢູ່ທ່າເຮືອນັ້ນຈໍານວນນຶ່ງ ເພື່ອໃຫ້ການ ດໍາເນີນທຸຣະກິດສະດວກຂຶ້ນ ກວ່າເກົ່າ.

ກ່ຽວກັບເຣື່ອງທີ່ວ່ານີ້ ຜູ້ຊ່ຽວຊານດ້ານການຄ້າ ຢູ່ເມືອງຊຽງແສນ ແຂວງຊຽງຮາຍ ຂອງໄທ ທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ຕຸລາ ນີ້ວ່າ ບໍຣິສັດ ໂອເຊັຍໂນການຄ້າຂອງຈີນ ພັທນາ ທ່າເຮືອຢູ່ບ້ານມອມ ນັ້ນ ຖືເປັນອີກຊ່ອງທາງ ນຶ່ງ ໃນການຂຍາຍ ການຄ້າ ເນື່ອງຈາກ ປີທີ່ຜ່ານມາ ມີສິນຄ້າຂົນຈາກ ວຽດນາມ ເປັນຕົ້ນ ມັນຕົ້ນ ແລະຖົ່ວລຽນ ມາລົງທ່າເຮືອບ້ານມອມນີ້ ເພື່ອຂົນສົ່ງໄປຈີນ ດັ່ງທີ່ທ່ານກ່າວວ່າ:

ທ່ານກ່າວວ່າ “ຄົງເປັນອີກຊ່ອງທາງນຶ່ງ ເພາະວ່າປີທີ່ແລ້ວມີແນ່ນອນ ມາກໍຄືມັນເປັນຫົວ ແລ້ວກໍມີທົ່ວລຽນຂອງວຽດນາມ ທີ່ມາຂຶ້ນທ່າ ບ້ານມອມ ຂົນສົ່ງໄປທີ່ຈີນ ຄືພື້ນທີ່ນີ້ ເປັນພື້ນທີ່ ທີ່ເຂົາເຊົ່າຢູ່ແລ້ວ ເຂົາຄົງທໍາອີກຫລາຍ ທຸຣະກິດ ເຂົາຄົງຂຍາຍທຸຣະກິດ.”

ທ່ານເວົ້າວ່າ ສິນຄ້າທີ່ຖືກຂົນມາຈາກວຽດນາມ ດ້ວຍຣົດຕູ້ຄອນແທນເນີນັ້ນ ມາລົງເຮືອຢູ່ທ່າເຮືອບ້ານມອມ ແລ້ວຂົນໄປຈີນເລີຍບໍ່ໄດ້ອ້ອມ ໄກບໍ່ໄດ້ເສັຍພາສີ ຫຼາຍບ່ອນ. ບໍຣິສັດ ໂອເຊັຍໂນການຄ້າຂອງຈີນ ທີ່ຈະສ້າງທ່າເຮືອ ບ້ານມອມ ເພື່ອຂຍາຍການຄ້າຂອງຈີນ ນີ້ ໄດ້ ສໍາປະທານຕໍ່ຈາກ ເຈົ້າຂອງທ່າເຮືອ ຜູ້ເກົ່າ ຄື ບໍຣິສັດໄທ, ວຽດນາມ ແລະລາວ ທີ່ລົ້ມລະລາຍ ບໍ່ມີເງິນໝຸນວຽນ ທີ່ຈະເຮັດທຸຣະກິດ ຕໍ່ໄປໄດ້.
ໂຄງການນີ້ ມີມູນຄ່າການລົງທຶນເບື້ອງຕົ້ນ 50 ລ້ານໂດລາ ສະຫະຣັຖ ແລະຈະໃຊ້ເວລາສ້າງທັງໝົດ 9 ປີ ໂດຍແບ່ງເປັນ 14 ກິຈການ ຮວມທັງທ່າທຽບເຮືອສາກົນ, ສູນການຄ້າ, ໂຮງແຮມ, ສາງເກັບມ້ຽນ ນໍ້າມັນ ແລະອື່ນອີກຫຼາຍຢ່າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.